ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ພົບປະໂອ້ລົມ ນາຍ ແລະ ພົນທະຫານ ຢູ່ກອງບັນຊາການທະຫານແຂວງຈໍາປາສັກ
ເວລາອອກຂ່າວ: 2024-06-11 10:05:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1563 | ຄວາມນິຍົມ:



ວັນທີ 10 ມິຖຸນາ 2024 ນີ້. ສະຫາຍ ພົນຕີ ວັນທອງ ບຸດຕະວົງ ກໍາມະການຄະນະບໍລິຫານພັກກະຊວງ ປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ ເສນາທິການກອງທັບ ລົງພົບປະໂອ້ລົມນາຍ ແລະ ພົນທະຫານ ຢູ່ກອງບັນຊາການທະຫານແຂວງຈຳປາສັກ, ເນື່ອງໃນໂອກາດທີ່ເດີ່ນທາງມາເຮັດວຽກຢູ່ແຂວງຈຳປາສັກ.ໂດຍການຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ຮັກສາການເລຂາຄະນະພັກກອງບັນຊາການ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈໍາປາສັກ, ມີຄະນະພັກ-ຄະນະບັນຊາ 5 ຫ້ອງ,ພະແນກການ,ກົມກອງ,ໂຮງຮຽນ,ໂຮງໝໍ ຕະຫຼອດຮອດພະນັກງານ-ນັກຮົບໃນກົມກອງເຂົ້າຮ່ວມ. ໂອກາດດັ່ງກ່າວ ສະຫາຍ ພົນຕີ ວັນທອງ ບຸດຕະວົງ ໄດ້ໂອ້ລົມ ແລະ ຊີ້ນໍາຕໍ່ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບທີ່ເຂົ້າຮ່ວມ. ກ່ອນອື່ນສະຫາຍໄດ້ຍົກໃຫ້ເຫັນສະພາບການຂອງໂລກ, ພາກພື້ນ ແລະ ພາຍໃນປະເທດຂອງພວກເຮົາ ໂດຍສະເພາະກໍ່ແມ່ນສະພາບທາງດ້ານເສດຖະກິດ, ດ້ານການດໍາລົງຊີວິດຂອງປະຊາຊາລາວ, ສະຫາຍ ຍັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ຍົກສູງບົດບາດການນຳພາຂອງພັກ, ກົດໝາຍຂອງລັດ ແລະ ຂໍ້ກຳນົດກົດລະບຽບຂອງກອງທັບຢ່າງເຂັ້ມງວດ, ເອົາໃຈໃສ່ສຶກສາອົບຮົມການເມືອງ - ນໍາພາແນວຄິດໃຫ້ພະນັກງານ - ນັກຮົບພາຍໃນກົມກອງໄດ້ຮັບຮູ້ເຊື່ອມຊືມ, ກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ ກົດໝາຍຂອງລັດ ຢ່າງເລິກເຊິ່ງ, ເອົາໃຈໃສ່ວຽກງານ ອົບຮົມ-ຫັດແອບ ດ້ານສິນລະປະຍຸດ-ຍຸດທະວິທີ ໃຫ້ມີຄວາມຄ່ອງແຄ້ວຊໍານິ ຊໍານານ. ພ້ອມນັ້ນ ຄະນະພັກ-ຄະນະບັນຊາ ຍັງໄດ້ສຸມໃສ່ວຽກງານ ການປູກ-ການລ້ຽງ ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບພາຍໃນກົມກອງໃຫ້ດີ ສາມາດເພີ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕິດພັນກັບການປັບປຸງກໍ່ສ້າງກົມກອງໃຫ້ມີໃບໜ້າອັນໃໝ່ດີຂື້ນເລື້ອຍໆ. ຂ່າວ: ດາວົງ ບຸດຕະວົງ ພາບ: ນາງ ສີລິຄານ ສີດາວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ