ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ວິທະຍາຄານການແພດກອງທັບ ເປີດກອງປະຊຸມຜ່ານບົດສອນ
ເວລາອອກຂ່າວ: 2024-06-11 10:03:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1550 | ຄວາມນິຍົມ:



ວັນທີ 5 ມິຖຸນາ 2024 ວິທະຍາຄານການແພດກອງທັບ ເປີດກອງປະຊຸມຜ່ານບົດສອນການພະຍາບານພື້ນຖານ ອຸນຫະພູມຮ່າງກາຍ (Body Temperature) ແລະ ບົດສອນ ການບົວລະບັດບາດແຜສ່ວນອ່ອນ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ພົ.ວ ຮສ ປອ ຈັນສະໝອນ ມະຫາວົງ ຄະນະປະຈໍາພັກ ຮອງເລຂາຄະນະພັກ ຫົວໜ້າການທະຫານ ວິທະຍາຄານການແພດກອງທັບ, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ຄູອາຈານເຂົ້າຮ່ວມ. ສະຫາຍ ຮທ ນ. ສຸດາວັນ ເພັງຈັນໂທ ຊ່ວຍວຽກພະແນກພະຍາບານສາດ-ເຕັກນິກການແພດ ຄະນະວິຊາຄູໄດ້ຜ່ານບົດສອນ ອຸນຫະພູມຮ່າງກາຍ (Body Temperature), ຊຶ່ງເນື້ອໃນບົດສອນໄດ້ໃຫ້ຮູ້ລະດັບຄວາມຮ້ອນ-ເຢັນຂອງຮ່າງກາຍ, ຄ່າສະເລ່ຍຂອງອຸນຫະພູມຮ່າງກາຍປົກກະຕິ, ສະເໜີໃຫ້ຮູ້ສູນກາງຄວບຄຸມອຸນຫະພູມຂອງຮ່າງກາຍ, ການດັດສະເໜີອຸນຫະພູມ, ຕົວຮັບຄວາມຮູ້ສຶກຮ້ອນ-ເຢັນ, ເງື່ອນໄຂທີ່ພາໃຫ້ເກີດການຜິດປົກກະຕິຂອງອຸນຫະພູມ ທີ່ເປັນພື້ນຖານໃນເປົ້າໝາຍແມ່ນສໍາລັບນັກສຶກສາພະຍາບານ ຊັ້ນສູງ ລະບົບ 3 ປີ. ຈາກນັ້ນ ສະຫາຍ ຮທ ສີພອນ ພົມມະຈັນ ກໍໄດ້ຜ່ານບົດສອນຄວາມຮູ້ພື້ນຖານ ການບົວລະບັດບາດແຜສ່ວນອ່ອນ (Wound care) ຊຶ່ງເປັນບົດສອນຄວາມຮູ້ດ້ານການແພດ, ໄດ້ເວົ້າເຖິງການກໍາຈັດສິ່ງເປິເປື້ອນອອກຈາກບາດແຜ, ເນື້ອຕາຍ, ຄາບເລືອດ, ນໍ້າໜອງ ແລະ ຈຸລິນຊີ, ເຊັນວ່າ: ບາດແຜຕິດເຊື້ອຈາກການຜ່າຕັດ, ບາດແຜປົນເປື້ອນເຊື້ອພະຍາດ, ບາດແຜຊຶມເຊື້ອເປັນໜອງ, ສ່ວນເປົ້າໝາຍແມ່ນສໍາລັບນັກສຶກສາພະຍາບານ ຊັ້ນສູງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ