ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ທະຫານແຂວງບໍ່ແກ້ວປະກາດຕຳແໜ່ງງານ, ມອບຫຼຽນໄຊພິລະອາດຫານແລະໃບຍ້ອງຍໍ
ເວລາອອກຂ່າວ: 2024-06-10 15:19:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 894 | ຄວາມນິຍົມ:



ພິທີປະກາດແຕ່ງຕັ້ງຕຳແໜ່ງງານແລະຍ້ອງຍໍຜົນງານໃຫ້ນາຍແລະພົນທະຫານ ໄດ້ຈັດຂຶ້ນໃນວັນທີ7 ມິຖຸນາ 2024 ນີ້, ຢູ່ທີ່ສູນບັນຊາການທະຫານແຂວງ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ, ມີບັນດາ ຄະນະພັກ-ຄະນະບັນຊາ 6 ຫ້ອງ, 5 ກອງບັນຊາການເມືອງ, 2 ກອງພັນ,ໂຮງຮຽນ, ໂຮງໝໍ, ກອງຮ້ອຍເອກະລາດ, ພະແນກການອ້ອມຂ້າງແຂວງ ຕະຫຼອດຮອດ ພະນັກງານຫຼັກແຫຼ່ງຈາກບັນດາກົມກອງອ້ອມຂ້າງເຂົ້າຮ່ວມຢ່າງພ້ອມພຽງ. ສະຫາຍ ພັນໂທ ສີນວນ ອິນທະສອນ ຫົວໜ້າພະແນກຈັດຕັ້ງພັກ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກກອງບັນຊາການທະຫານແຂວງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາ ຄະນະພັກຮາກຖານຫ້ອງການບັນຊາ ແລະ ບໍລິຫານ ຂຶ້ນກັບອົງຄະນະພັກກອງບັນຊາການ ສະບັບເລກທີ 072/ຄປພທຂ ຕົກລົງ: ແຕ່ງຕັ້ງ ສະຫາຍ ພັນເອກ ອຸດົມໄຊ ພົມປັນຍາ ເປັນເລຂາຄະນະພັກຮາກຖານຫ້ອງການບັນຊາ ແລະ ບໍລິຫານ. ຈາກນັ້ນ ສະຫາຍ ພັນໂທ ວຽງສະຫວັນ ຄຳມະນີຫຼ້າ ຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍ ການແຕ່ງຕັ້ງ, ຍົກຍ້າຍ ນາຍທະຫານທີ່ຂຶ້ນກັບກອງບັນຊາການທະຫານແຂວງບໍ່ແກ້ວ, ຕາມກົດໝາຍນາຍທະຫານກອງທັັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ II ໝວດທີ 4 ມາດຕາ 26. ດັ່ງນັ້ນຄະນະປະຈໍາພັກກອງບັນຊາການທະຫານບໍ່ແກ້ວຕົກລົງ: ແຕ່ງຕັ້ງສະຫາຍ ພັນໂທ ຄໍາແພງ ເດືອນສະຫວັນ ເປັນຫົວໜ້າການເມືອງກອງບັນຊາການທະຫານເມືອງເມິງ, ສະຫາຍ ພັນໂທ ຫຸ່ມເພັງ ອິນເປົາແກ້ວ ເປັນຫົວໜ້າການເມືອງກອງບັນຊາການທະຫານເມືອງຫ້ວຍຊາຍ, ສະຫາຍ ພັນໂທ ບຸນທາ ສີສົມບັດ ເປັນຫົວໜ້າການທະຫານກອງບັນຊາການທະຫານເມືອງປາກທາ, ສະຫາຍ ພັນໂທ ສີພັນ ພິລາວັນ ເປັນຫົວໜ້າກອງປະຕິບັດງານ 034, ສະຫາຍ ພັນໂທ ສີສຸພົນ ວັນນະຈອມຈັນ ເປັນຫົວໜ້າການທະຫານໂຮງຮຽນການທະຫານທ້ອງຖິ່ນ, ສະຫາຍ ພັນໂທ ຄຳດີ ຜຸຍດາວຽງ ເປັນຫົວໜ້າການເມືອງກອງຮ້ອຍ 14, ສະຫາຍ ພັນຕີ ບຸນຖານ ຄຳມຸງຄຸນ ເປັນຫົວໜ້າການທະຫານກອງຮ້ອຍ 14, ສະຫາຍ ພັນໂທ ຄຳກ້ອນ ແກ້ວໄມຜິດ ເປັນຫົວໜ້າການເມືອງກອງຮ້ອຍ 310, ສະຫາຍ ພັນໂທ ຄຳຍອດ ຈາງຍວນລີ ເປັນຫົວໜ້າການເມືອງກອງຮ້ອຍ 231, ສະຫາຍ ພັນຕີ ໜູທອງ ສີດາພອນ ເປັນຫົວໜ້າການທະຫານກອງຮ້ອຍ 31, ສະຫາຍ ພັນຕີ ວິລັດ ວົງພະຈັນ ເປັນຫົວໜ້າການເມືອງກອງຮ້ອຍ 31, ສະຫາຍ ພັນຕີ ຄຳນວນ ບຸນວິໄລ ເປັນຫົວໜ້າການທະຫານກອງຮ້ອຍທະຫານຊາຍແດນ 123, ສະຫາຍ ພັນຕີ ແອ ກຽດຕິສັກ ເປັນຫົວໜ້າການທະຫານ 121, ສະຫາຍ ພັນຕີ ບຸນຄົງ ອິນທະວົງເປັນຫົວໜ້າການເມືອງ 122, ສະຫາຍ ຮ້ອຍເອກ ໜໍ ຈັນທະຍາ ເປັນຫົວໜ້າຫານເມືອງ ກອງຮ້ອຍ13, ຮ້ອຍເອກ ສົມສັກ ແກ້ວປະເສີດ ເປັນຫົວໜ້າການທະຫານ 13 ແລະ ຕຳແໜ່ງງານອີກຈຳນວນໜຶ່ງ. ພ້ອມທັງຫຼຽນໄຊພິລະອາດຫານຂອງກະຊວງປ້ອງກັນປະເທດປະກອບມີ: ຫຼຽນໄຊພິລະອາດຫານຊັ້ນ II ຈຳນວນ 9 ສະຫາຍ, ຊັ້ນ III ຈຳນວນ 2 ສະຫາຍ ແລະ ມອບໃບຍ້ອງຍໍ ຂອງທ່ານເຈົ້າແຂວງແຂວງບໍ່ແກ້ວ ໃຫ້ບຸກຄົນທີ່ມີຜົນງານດີເດັ່ນປະຈຳປີ 2023 ໃນນີ້ກອງບັນຊາການທະຫານແຂວງບໍ່ແກ້ວ ຈໍານວນທັງໝົດ 657 ສະຫາຍ ແລະ ຍ້ອງຍໍກົມກອງລວມໝູ່ ຈໍານວນ 11 ກົມກອງ. ເປັນກຽດຂຶ້ຶນມອບຢ່າງສົມກຽດ ສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ຄະນະປະຈໍາພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ ແລະ ສະຫາຍ ພັນເອກ ທອງໄຂ ສີຍາລາດ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງບໍ່ແກ້ວ. ທ້າຍພິທີສະຫາຍປະທານ ຍັງໄດ້ມີຄໍາເຫັນໂອ້ລົມ ພ້ອມເນັ້ນໜັກໃຫ້ແຕ່ລະສະຫາຍ ຈົ່ງສືບຕໍ່ເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກ ແຜ່ນແໜ້ນໜາ, ປັບປຸງແບບແຜນວິທີເຮັດວຽກແບບມີວິທະຍາສາດ ສອດຄ່ອງກັບໜ້າທີ່ການເມືອງຂອງຕົນ, ເປັນແບບຢ່າງໃນການເຝິກຝົນຫຼໍ່ຫຼອມຕົນເອງຮອບດ້ານ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນປົກກະຕິຕໍ່ເນື່ອງ ແລະ ຕັ້ງໜ້າເຮັດວຽກງານວິຊາສະເພາະຂອງຕົນ ຕາມທີ່ການຈັດຕັ້ງມອບໝາຍໃຫ້ດ້ວຍໝາກຜົນສູງ. ຂ່າວໂດຍ: ວໍລະສິດ ພິດສະຫາຍ, ພາບໂດຍ: ນາງ ນີ່ ທໍາມະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ