ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ປະກາດຮັບຮອງຄະນະພັກຊຸດໃໝ່ສະໄໝທີV ຂອງຄະນະພັກຮາກຖານໂຮງຮຽນ307
ເວລາອອກຂ່າວ: 2024-06-10 15:15:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1672 | ຄວາມນິຍົມ:



ພິທີປະກາດຮັບຮອງເອົາຄະນະພັກຊຸດໃໝ່ ສະໄໝທີV ຂອງຄະນະພັກຮາກຖານໂຮງຮຽນ307 ໄດ້ຈັດຂຶ້ນໃນວັນທີ6 ມິຖຸນາ 2024 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີແຂກທີ່ຖືກເຊີນຈາກຫ້ອງການເມືອງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ 6 ໜ່ວຍພັກ ແລະ ສະມາຊິກພັກທົ່ວກົມກອງເຂົ້າຮ່ວມ. ສະຫາຍ ພັນໂທ ທອງວັນ ສິງວັນທາ ຫົວໜ້າພະແນກຈັດຕັ້ງພັກ ຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກ ກົມໃຫຍ່ເສນາທິການວ່າດ້ວຍການຮັບຮອງເອົາຜົນສໍາເລັດກອງປະຊຸມໃຫຍ່ຮາກຖານພັກ ອີງຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີXI ໝວດທີVI ມາດຕາ 28 ຂໍ້ ຂໍ/6 ວ່າດ້ວຍການພິຈາລະນາຮັບຮອງມະຕິກອງປະຊຸມໃຫຍ່ ແລະ ຜົນການເລືອກຕັ້ງຄະນະພັກຂັ້ນລຸ່ມ ອີງຕາມຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກຮາກຖານໂຮງຮຽນ307 ໃນຄັ້ງວັນທີ14 ມີນາ 2024 ຄະນະປະຈໍາພັກ ກົມໃຫຍ່ເສນາທິການ ຕົກລົງຮັບຮອງເອົາຄະນະພັກຮາກຖານໂຮງຮຽນ 307 ຊຸດໃໝ່ ສະໄໝທີ V ປະກອບມີ 7 ສະຫາຍຄື:1.ພັນເອກ ສີເຟືອງ ແກ້ວບົວພອນ ເປັນເລຂາ 2.ພັນໂທ ບຸນສະຫຼອງ ວິໄລຫານ ເປັນຮອງເລຂາ 3.ພັນໂທ ສອນໄຊ ພົມມາວົງ ເປັນປະທານກວດກາ 4.ພັນໂທ ຄໍາປັນ ສິດປະເສີດ ເປັນກໍາມະການປ້ອງກັນ 5.ພັນຕີ ຫົງສາ ດວງສົມບູນ ເປັນກໍາມະການຈັດຕັ້ງ 6.ພັນໂທ ດວງໄຊ ຈັນທະວົງ ເປັນກໍາມະການໂຄສະນາ - ຂະບວນການ 7.ພັນໂທ ໄຊພອນ ສີພາວັນ ເປັນກໍາມະການ - ການຄັງ ໃນພິທີຍັງໄດ້ຮັບຟັງການໂອ້ລົມຈາກສະຫາຍປະທານ ກ່ອນອື່ນໝົດສະຫາຍກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກຮາກຖານໂຮງຮຽນ307, ຊົມເຊີຍບັນດາສະຫາຍທີ່ໄດ້ຮັບການເລືອກຕັ້ງເຂົ້າໃນຄະນະພັກຊຸດໃໝ່ ຈົ່ງພ້ອມກັນເຊີດຊູນໍ້າໃຈຄວາມຮັບຜິດຊອບຕາມການໄວ້ເນື້ອເຊື່ອໃຈຂອງສະມາຊິກພັກທົ່ວກົມກອງ ເຊິ່ງມັນສະແດງອອກເຖິງຄຸນສົມບົດສິນທຳປະຕິວັດ, ຕ້ອງຍົກສູງບົດບາດອັນໃໝ່ໃນການປັບປຸງຈັດຕັ້ງໃນແຕ່ລະຂັ້ນຂອງຕົນ, ສືບຕໍ່ຊີ້ນໍາ - ນໍາພາກົມກອງໃຫ້ມີແບບແຜນທັນສະໄໝຢ່າງບໍ່ຢຸດຢັ້ງ. ໂດຍ:ແກ່ນຕາ ສີລິລາດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ