ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

1 ຮາກຖານ ແລະ 5 ໜ່ວຍຊາວໜຸ່ມກອງພັນ 585 ໄດ້ຮັບນາມະຍົດເປັນຊາວໜຸ່ມ 4 ບຸກ
ເວລາອອກຂ່າວ: 2018-11-19 09:44:42 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 56 | ຄວາມນິຍົມ:



ໃນວັນທີ 9 ພະຈິກ 2018 ນີ້, ພະແນກຊາວໜຸ່ມຫ້ອງການ ເມືອງ ທະຫານແຂວງຫົວພັນ ໄດ້ລົງມອບໃບຢັ້ງຢືນ 4 ບຸກ ໃຫ້ ຮາກຖານ ແລະ ໜ່ວຍຊາວໜຸ່ມ ກອງພັນນ້ອຍ 585 ທະຫານ ແຂວງຫົວພັນ ໂດຍການເປັນ ກຽດເຂົ້າຮ່ວມຂອງ ພັນໂທ ວົງ ສັກ ຊາຊົວຢາງ ຮັກສາການ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ ຫົວພັນ, ມີພັນໂທ ນາງ ວັນຜິວ ໄຊຍະພັນຄູນ ຄະນະບໍລິຫານ ງານຊາວໜຸ່ມແຂວງຫົວພັນ ພະ ແນກຊາວໜຸ່ມ ກອງບັນຊາການ ທະຫານແຂວງຫົວພັນ, ມີຄະນະ ພັກ-ຄະນະບັນຊາ, ແຂກຖືກເຊີນ ຕະຫຼອດຮອດສະມາຊິກຊາວໝຸ່ມ ໃນກົມກອງດັ່ງກ່າວເຂົ້າຮ່ວມ. ໃນພິທີຜູ້ເຂົ້າຮ່ວມຍັງໄດ້ຮັບ ຟັງການສະຫຼຸບຜົນງານການ ເຄື່ອນໄຫວຂອງສະມາຊິກຊາວ ໜຸ່ມໃນການຈັດຕັ້ງປະຕິບັດຂໍ້ ແຂ່ງຂັນ 4 ບຸກ, ຜ່ານມາທີ່ຄະ ນະພັກ-ຄະນະບັນຊາໄດ້ນຳເອົາ ເອກະສານສຳຄັນຕ່າງໆ ຂອງ ຂັ້ນເທິງມາສຶກສາອົບຮົມໃຫ້ສະ ມາຊິກຊາວໜຸ່ມເປັນປະຈຳ ເພື່ອ ເຮັດໃຫ້ທຸກສະຫາຍມີແນວຄິດ ຫຼັກໜັ້ນຕໍ່ແນວທາງນະໂຍບາຍ ຂອງພັກ, ລະບຽບກົດໝາຍຂອງ ລັດ, ມີແນວຄິດຮັກຊາດ, ມີຄວາມ ເຊື້ອໜັ້ນຕໍ່ການນຳພາຂອງພັກ-ລັດ, ຕໍ່ອົງການຈັດຕັ້ງຊາວໜຸ່ມ, ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກ ງານ, ປະຕິບັດກົດລະບຽບຂອງ ກອງທັບ, ດ້ານຊີວິດການເປັນຢູ່ ແມ່ນຖືເອົາການປູກຝັງ-ລ້ຽງສັດ ເປັນຕົ້ນຕໍ ໃນນີ້ໄດ້ລ້ຽງງົວ 8 ໂຕ, ສັດປີກ 1.535 ໂຕ, ໝູ 10 ໂຕ, ມີໜອງປາ 2 ໜອງປ່ອຍປາຊະ ນິດຕ່າງໆ ແລ້ວ 37 ກີໂລ, ປູກ ພຶດຜັກຊະນິດຕ່າງໆ ໄດ້ 2.000 ກວ່າກີໂລ, ນອກນີ້ໜ່ວຍຊາວ ໜຸ່ມຍັງໄດ້ສ້າງເງິນກອງທຶນຊ່ວຍ ເຫຼືອເຊິ່ງກັນ ແລະ ກັນ ມີເງິນທັງ ໝົດ 115 ລ້ານກວ່າກີບ. ຈາກນັ້ນ ພັນໂທ ນາງ ວັນຜິວ ໄຊຍະພັນຄູນ ກໍໄດ້ຂຶ້ນຜ່ານຂໍ້ຕົກ ລົງຂອງຄະນະບໍລິຫານງານຊາວ ໜຸ່ມແຂວງ ວ່າດ້ວຍການອະນຸ ມັດມອບໃບຢັ້ງຢືນຊາວໜຸ່ມ 4 ບຸກ ໃຫ້ຮາກຖານຊາວໜຸ່ມກອງ ພັນນ້ອຍ 585 ຄັ້ງທີ I, ໜ່ວຍ ຊາວໜຸ່ມສຳນັກງານເປັນຄັ້ງທີ II , ໜ່ວຍກອງຮ້ອຍ 1 ເປັນຄັ້ງທີ III, ໜ່ວຍກອງຮ້ອຍ 2 , ກອງຮ້ອຍ 3 ເປັນຄັ້ງທີ II ແລະ ກອງຮ້ອຍ 4 ເປັນຄັ້ງທີ IV ໂດຍແມ່ນ ພັນໂທ ວົງສັກ ຊາຊົວຢາງ ເປັນຜູ້ກ່າວ ມອບຢ່າງສົມກຽດ. ໂດຍ: ໄຜ່ຄຳ ແກ້ວສອນພຽນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ