
ນຳເອົາ ອັດທິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວສະຖິດໄວ້ສຸສານ
ເວລາອອກຂ່າວ: 2024-05-27 15:55:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1201 | ຄວາມນິຍົມ:
ໃນຕອນເຊົ້າວັນທີ24 ພຶດສະພາ 2024ນີ້, ຢູ່ທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ເມືອງ ຫງີ່ລົກ ແຂວງເຫງະອ່ານ ສສ ຫວຽດນາມ, ໄດ້ຈັດພິທີລະນຶກເຖິງດວງວິນຍານນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ ເສຍສະຫຼະຊີວິດໃນປາງສົງຄາມຢູ່ ສປປ ລາວ ປະຈໍາລະດູແລ້ງ 2023–2024, ພ້ອມທັງນໍາເອົາຮ່າງອັດຖິດັ່ງກ່າວ ເຂົ້າສະຖິດໄວ້ໃນສຸສານ ຈຳນວນ 87 ຮ່າງອັດຖິ, ເຂົ້າຮ່ວມໃນພິທີຄັ້ງນີ້ຝ່າຍຫວຽດນາມມີສະຫາຍ ພັນເອກ ຮ່ວາງຕວນຮ່ຽນ ຮອງຫົວໜ້າກົມນະໂຍບາຍ (ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ) ຮອງຫົວໜ້າຄະນະຊີ້ນຳສູນກາງ 515, ມີຄະນະນໍາຈາກກອງບັນຊາການທະຫານເຂດ 4, ທະຫານແຂວງເຫງະອ່ານ, ອຳນາດການປົກຄອງແຂວງ; ຝ່າຍລາວມີ ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງເລຂາພັກແຂວງ ຫົວໜ້າຄະນະປະຕິບັດພິເສດ ແຂວງໄຊສົມບູນ, ສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ຫົວໜ້າການເມືອງກອງບັນຊະການທະຫານແຂວງວຽງຈັນ, ສະຫາຍ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງ ແຂວງຊຽງຂວາງ, ພ້ອມດ້ວຍຜູ້ຕາງໜ້າຄະນະພັກ, ອຳນາດການປົກຄອງທັງສອງຝ່າຍເຂົ້າຮ່ວມ.
ໃນລະດູແລ້ງ 2023-2024 ຜ່ານມາໜ່ວຍງານຊອກຄົ້ນ ແລະ ເກັບກູ້ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ລາວຂອງກອງບັນຊາການທະຫານແຂວງເຫງະອ່ານໄດ້ດຳເນີນການຊອກຄົ້ນ ແລະ ເກັບກູ້ ອັດຖິເປົ້າໝາຍດັ່ງກ່າວໃນພື້ນທີ່ 3 ແຂວງຄື: ຊຽງຂວາງ, ວຽງຈັນ ແລະ ໄຊສົມບູນ ດ້ວຍອຸປະສັກຫຍຸ້ງຍາກນາໆປະການເພາະຂໍ້ມູນຫຼັກຖານນັບມື້ມີໜ້ອຍລົງ, ພູມມີປະເທດມີການປ່ຽນແປງ, ສະພາບດິນຟ້າອາກາດບໍ່ເອື້ອອຳນວຍ ແລະ ອື່ນໆ, ສ້າງຄວາມຫຍຸ້ງຍາກໃຫ້ໜ່ວຍງານຊອກຄົ້ນຮ່າງອັດຖິມີບາງຈຸດຍັງບໍ່ສາມາດຂຸດຄົ້ນໄດ້, ເຖິງຢ່າງໃດກໍ່ຕາມ ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງສອງພັກ-ສອງລັດ, ກໍຄືຄະນະປະຕິບັດງານພິເສດທັງ 4 ແຂວງຄື; ແຂວງເຫງະອ່ານ, ຊຽງຂວາງ, ວຽງຈັນ, ໄຊສົມບູນ ແລະ ຄວາມອົດທົນພະຍາຍາມຂອງອ້າຍນ້ອງກອງຂຸດຄົ້ນອັດຖິຈຶ່ງເຮັດໃຫ້ການຊອກຫາອັດຖິໃນຄັ້ງນີ້ ບັນລຸຕາມແຜນການ ແລະນຳສົ່ງກັບຄືນປະເທດທັນຕາມກຳນົດເວລາ.
ໃນພິທີຄັ້ງນີ້, ຄະນະຜູ້ແທນທັງສອງຝ່າຍ ແລະ ອຳນາດ ການປົກຄອງແຂວງ, ບັນດາອົງ ການຈັດຕັ້ງສັງຄົມ, ຍາດພີ່ນ້ອງນັກຮຽນ-ນັກສຶກສາ ແລະ ຊັ້ນຄົນຕ່າງໆໄດ້ເຂົ້າຮ່ວມລະນຶກໄວ້ອາໄລ ແລະ ໄຕ້ທູບເພື່ອລ້ຳລຶກ ເຖິງດວງວິນຍານບັນດາສະຫາຍນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດເພື່ອເຮັດໜ້າທີ່ສາກົນອັນສູງສົ່ງ, ເພື່ອມິດຕະພາບ, ຄວາມສາມັກຄີອັນບໍລິສຸດຜຸດຜ່ອງຂອງສອງຊາດລາວ-ຫວຽດນາມ.
ພາບ-ຂ່າວ: ສາຍຄຳ ພອນມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ