
ກອງບັນຊາການທະຫານແຂວງຈໍາປາສັກປະກາດການແຕ່ງຕັ້ງຂັ້ນນໍາພາ-ບັນຊາ
ເວລາອອກຂ່າວ: 2024-05-27 15:53:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1337 | ຄວາມນິຍົມ:
ໃນວັນທີ27 ພຶດສະພາ 2024 ນີ້, ກອງບັນຊາການທະຫານແຂວງຈໍາປາສັກ ໄດ້ປະກາດການແຕ່ງຕັ້ງຂັ້ນນໍາພາ-ບັນຊາ, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ອາລຸນໄຊ ສູນນະລາ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ແຂວງຈໍາປາສັກ, ພ້ອມດ້ວຍຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ, ຄະນະຈັດຕັ້ງແຂວງ, ຫ້ອງວ່າການປົກຄອງແຂວງ, ກອງບັນຊາການ ປກສ ແຂວງ, ຄະນະອົງການ 5 ຫ້ອງ, ພະແນກການ, ກົມກອງ, ໂຮງຮຽນ, ໂຮງໝໍ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ທົ່ວກອງບັນຊາການທະຫານແຂວງເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ພັກການ ຮັບອຸດໜູນບຳນານ ອີງຕາມ ກົດໝາຍ ວ່າດ້ວຍລັດຖະບານ ມາດຕາ 6 ແລະ ກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ III ໝວດທີ 1 ມາດຕາ 33 ວ່າດ້ວຍອາຍຸກະສຽນຮັບບໍານານຂອງນາຍທະຫານ; ອີງຕາມ ການຕົກລົງໃນກອງປະຊຸມ ຄະນະເລຂາທິການສູນກາງພັກ ຄັ້ງວັນທີ 21 ກັນຍາ 2023. ນາຍົກລັດຖະມົນຕີ ອອກດໍາລັດ ອະນຸມັດໃຫ້ ສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈໍາປາສັກ ພັກການ ຮັບອຸດໜູນບຳນານ ແລະ ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານແຂວງຈຳປາສັກ ພັກການ ເພື່ອກຽມຮັບບໍານານ ໃນນີ້, ຕົກລົງໃຫ້ ສະຫາຍ ພັນໂທ ບົວໄຂ ພົມພັນ ຫົວໜ້າຫ້ອງການ ແລະ ບໍລິຫານກອງບັນຊາການທະຫານ ແຂວງຈໍາປາສັກ ພັກການ ເພື່ອກຽມຮັບບໍານານ. ຈາກນັ້ນ, ໄດ້ຜ່ານດໍາລັດ ວ່າດ້ວຍການແຕ່ງຕັ້ງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈຳປາສັກ, ອີງຕາມການຕົກລົງເຫັນດີຈາກບັນດາສະຫາຍກຳມະການກົມການເມືອງສູນກາງພັກ. ນາຍົກລັດຖະມົນຕີ ອອກດຳລັດ ແຕ່ງຕັ້ງ ສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ເປັນຫົວໜ້າການທະຫານ ກອງບັນຊາການທະຫານ ແຂວງຈຳປາສັກ. ພ້ອມນີ້, ຍັງໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຖອນ, ນໍາສົ່ງ ແລະ ແຕ່ງຕັ້ງຄະນະກອງບັນຊາການ, ຄະນະຫ້ອງທີ່ຂຶ້ນກັບກອງບັນຊາການທະຫານແຂວງຈໍາປາສັກ ອີງຕາມ ທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ ດັ່ງນັ້ນ, ກະຊວງປ້ອງກັນປະເທດ ຕົກລົງຖອນ ແລະ ນໍາສົ່ງ ນາຍທະຫານໄປຮັບໜ້າທີ່ໃໝ່ລະອຽດຄື: ຖອນ ພັນໂທ ພູເວີນ ສູນນີວົງ ຫົວໜ້າຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງຈໍາປາສັກ ໄປຮັບໜ້າທີ່ໃໝ່ຢູ່ກອງບັນຊາການທະຫານແຂວງຈໍາປາສັກ, ນໍາສົ່ງ ພັນເອກ ສົມບູນ ອາພິສິດ ຮອງຫົວໜ້າການທະຫານ ກອງບັນຊາການທະຫານແຂວງ, ຫົວໜ້າຫ້ອງເສນາທິການ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງການກໍ່ສ້າງຮາກຖານການເມືອງ ແຂວງຈຳປາສັກ, ແຕ່ງຕັ້ງ ພັນໂທ ຄໍາເຮົ້າ ວົງພົມ ເປັນຮອງຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ທັງເປັນຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງຈໍາປະສັກ, ແຕ່ງຕັ້ງ ພັນໂທ ພູເວີນ ສູນນີວົງ ເປັນຮອງຫົວໜ້າການເມືອງ ກອງບັນຊາການທະຫານແຂວງທັງເປັນຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຈໍາປາສັກ, ແຕ່ງຕັ້ງ ພັນໂທ ພູເພັດ ວົງພົມ ເປັນຫົວໜ້າຫ້ອງການ ແລະ ບໍລິຫານ, ແຕ່ງຕັ້ງ ພັນໂທ ສົມສັກ ແສງອາລຸນ ເປັນຮອງຫົວໜ້າຫ້ອງເສນາທິການ, ແຕ່ງຕັ້ງ ພັນໂທ ວິໄລສັກ ກິ່ງແກ້ວ ເປັນຮອງຫົວໜ້າຫ້ອງເສນາທິການ ແລະ ພັນຕີ ຄໍາໃໝ່ ພິມມະສານ ເປັນຮອງຫົວໜ້າຫ້ອງການເມືອງ.
ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄໍາເຫັນໂອ້ລົມຫຼາຍບັນຫາສຳຄັນ ພ້ອມທັງເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງພ້ອມກັນຕັ້ງໜ້າຄົ້ນຄວ້າແນວທາງນະໂຍບາຍຂອງພັກ ເປັນຕົ້ນເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ໃຫ້ເປັນແຜນວຽກອັນລະອຽດໃນຂອບເຂດຄວາມຮັບຜິດຊອບຂອງຕົນ ແລະ ນໍາພາຈັດຕັ້ງປະຕິບັດໃຫ້ເກີດໝາກຜົນຕົວຈິງ, ຮັກສາຄວາມສາມັກຄີພາຍໃນເປັນປຶກແຜ່ນ, ປະຕິບັດແບບແຜນວິທີເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ມອບໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ຈິງໃຈຊ່ວຍເຫຼືອ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ, ຕ້ານທັດສະນະແນວຄິດໃນຕົວ ຫຼື ໂຍນຄວາມຮັບຜິດຊອບໃຫ້ກັນ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນສົມບັດສິນທຳປະຕິວັດ, ອຸທິດຄວາມຮູ້, ສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດຂອງຕົນ ຮັບໃຊ້ປະເທດຊາດ, ຍົກສູງຄວາມຮັບຜິດຊອບການເມືອງ ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ເຮັດໃຫ້ວຽກງານທີ່ຕົນຮັບຜິດຊອບມີຄວາມເດັ່ນຊັດຂຶ້ນຢ່າງຈະແຈ້ງ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງກົມກອງໃຫ້ດີ ໄປຄວບຄູ່ກັບການເອົາໃຈໃສ່ດໍາເນີນຊີວິດການເມືອງແຕ່ລະໄລຍະເປັນປົກກະຕິ, ຖືເອົາການຕຳນິຕິຊົມກໍ່ສ້າງເຊິ່ງກັນ ແລະ ກັນ ດ້ວຍຄວາມຈິງໃຈ, ຕຳນິກັນ ເພື່ອຄວາມເປັນເອກະພາບທາງດ້ານແນວຄິດ ແລະ ການກະທຳ, ຫຼີກເວັ້ນອັກຄະຕິໂຄ່ນລົ້ມ, ສ້າງແບບແຜນດໍາລົງຊີວິດທີ່ປອດໃສຂາວສະອາດ, ເອົາໃຈໃສ່ກໍ່ສ້າງພັກ, ກໍ່ສ້າງພະນັກງານໃຫ້ຖືກກັບທິດນໍາ ແລະ ຫຼັກການຂອງພັກ, ພ້ອມກັນນໍາພາກອງທັບໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ ມີແບບແຜນ ແລະ ທັນສະໄໝ.
ໂດຍ: ອາຫວຸ້ນ ອິນຫຼວງເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ