
ກອງພົນທີ 4 ມອບອຸປະກອນສ້ອມແປງລົດ ໃຫ້ກອງພັນ 619
ເວລາອອກຂ່າວ: 2024-05-27 08:38:14 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 386 | ຄວາມນິຍົມ:
ວັນທີ 22 ພຶດສະພາ 2024 ນີ້, ສະຫາຍ ພັນເອກ ທອງເດືອນ ໄຊຍະລາດ ກຳມະການຄະນະພັກກອງພົນ, ຫົວໜ້າຫ້ອງເຕັກນິກ ກອງພົນທີ 4 ພ້ອມຄະນະໄດ້ນຳເອົາອຸປະກອນສ້ອມແປງລົດມາມອບໃຫ້ກອງພັນ619 ກອງພົນທີ 4 ເຊິ່ງກ່າວຮັບ ໂດຍສະຫາຍ ພັນໂທ ແສງວັນ ເກີດທະບູລີ ຫົວໜ້າການທະຫານ ກອງພັນ 619 ພ້ອມດ້ວຍຄະນະພັກ-ຄະ ນະບັນຊາ, ພະແນກການ, ວິຊາການ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ສຳລັບອຸປະກອນທີ່ນຳມາມອບ ໃນຄັ້ງນີ້ປະກອບມີ: ປ້ຳລົມ-300 L, ຈັກອັດສິດ-580, ຈັກດູດຝຸ່ນ-188, ຕູ້ສາກໄຟ-60, ຕູ້ສະຕາດນອກລົດ ລວມມູນຄ່າທັງໝົດ 100.000.000 ກີບ. ຈຸດປະສົງໃນການມອບອຸປະກອນສ້ອມແປງໃນຄັ້ງນີ້ ເພື່ອເປັນເຄື່ອງມືສ້ອມແປງເຂົ້າໃນວຽກງານເຕັກນິກຂອງກົມກອງ ໃຫ້ມີຄວາມຮັບປະກັນເຕັກນິກໃນສະເພາະໜ້າ ແລະ ຍາວນານ ສາມາດຮັບປະກັນໃຫ້ແກ່ວຽກ ງານລວມຂອງກອງພົນໄດ້ 100%
ໂອກາດດັ່ງກ່າວ ຍັງໄດ້ເຊັນບົດບັນທຶກການ ມອບ-ຮັບ ອຸປະກອນສ້ອມແປງ ລະຫວ່າງຫ້ອງເຕັກນິກ ກັບ ກອງພັນ619 ກອງພົນທີ 4 ຕື່ມອີກ .
ໂດຍ: ໂພຄຳ ພອນປະເສີດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ