ກອງພັນໃຫຍ່ 702 ຍ້ອງຍໍຜົນງານ 5 ປີ (2019-2024)
ເວລາອອກຂ່າວ: 2024-05-27 08:36:05 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 374 | ຄວາມນິຍົມ:
ວັນທີ 20 ພຶດສະພາ 2024 ນີ້, ກອງພັນໃຫຍ່ 702 ໄດ້ ຍ້ອງຍໍຜົນງານ 5 ປີ (2019-2024) ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024). ໂດຍການເປັນປະທານຂອງສະຫາຍ ພັນໂທ ສີແພງ ດວງທິໄຊ ເລຂາຄະນະພັກ, ຫົວ ໜ້າການເມືອງ ກອງພັນໃຫຍ່ 702, ມີສະຫາຍ ພັນເອກ ວັນເພັດ ນາມວົງສັກ ຮອງເລຂາຄະນະພັກ, ຫົວໜ້າການທະຫານກອງພັນໃຫຍ່ ພ້ອມດ້ວຍນາຍ ແລະ ພົນທະຫານທົ່ວກອງພັນໃຫຍ່ 702 ເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳສວນ ທອງສົມບັດ ຮອງຫົວໜ້າພະແນກການເມືອງ ກອງພັນໃຫຍ່ 702 ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການມອບຫຼຽນໄຊພິລະອາດຫານ ແລະ ໃບຍ້ອງຍໍ, ອີງຕາມ ດຳລັດນາຍຍົກລັດຖະມົນຕີ ວ່າດ້ວຍການແຂ່ງຂັນ ແລະ ຍ້ອງຍໍ ອີງຕາມມະຕິຕົກລົງ ຂອງກົມການເມືອງສູນກາງພັກ ວ່າດ້ວຍການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ(20 ມັງກອນ 1949-20 ມັງກອນ 2024). ອີງຕາມ ຄຳສັ່ງແນະນຳຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຄັດເລືອກຜົນງານ ໃນໄລຍະ 5 ປີ ເພື່ອຂ່ຳນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໃຫ້ບຸກຄົນທີ່ມີຜົນງານດີເດັ່ນເຮັດສຳເລັດໜ້າທີ່ ວຽກງານທີ່ໄດ້ຮັບການມອບໝາຍ. ກະຊວງປ້ອງກັນປະເທດ ຕົກລົງ ມອບຫຼຽນໄຊພິລະອາດຫານ ຊັ້ນ l ຈຳນວນ 1 ສະຫາຍ, ຫຼຽນໄຊພິອາດຫານ ຊັ້ນ ll ຈຳນວນ 65 ສະຫາຍ, ຫຼຽນໄຊພິລະອາດຫານ ຊັ້ນ lll ຈຳນວນ 108 ສະຫາຍ, ໃບຍ້ອງຍໍກະຊວງປ້ອງກັນປະເທດ ຈຳນວນ 41 ສະຫາຍ, ໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ ຈຳນວນ 6 ສະ ຫາຍ.
ໂດຍ: ຄຳພອນ ແພງພະຈັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ