ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ກອງພັນ​ໃຫຍ່ 645 ປະກາດ​ການ​ເລື່ອນ​ຊັ້ນ ໃຫ້​ນາຍ​ທະຫານ
ເວລາອອກຂ່າວ: 2024-05-27 08:35:01 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 351 | ຄວາມນິຍົມ:



ໃນ​ວັນ​ທີ 16 ພຶດສະພາ 2024, ກອງພັນ​ໃຫຍ່ 645 ໄດ້​ປະກາດ​ການ​ເລື່ອນ​ຊັ້ນ​ໃຫ້​ນາຍ​ທະຫານ, ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພັນ​ໂທ ສຸບິນ ດວງ​ໂສພາ ຫົວໜ້າ​ພະແນກການ​ເມືອງ ກອງພັນ​ໃຫຍ່ 645, ມີຄະ​ນະ​ພັກ-ຄະນະ​ບັນຊາ ພະແນກການ, ກອງ​ກົມ ຕະຫຼອດ​ຮອດນາຍ​ທະ ຫານ​ທີ່​ໄດ້​ຮັບ​ການ​ເລື່ອນ​ຊັ້ນ​ໃໝ່ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ທອງ​ປານ ຈັນທະ​ວົງ ຫົວໜ້າ​ຂະແໜງ​ພະ ນັກງານ​ ກອງພັນ​ໃຫຍ່ 645 ໄດ້ ຜ່ານ​ຂໍ້​ຕົກລົງ ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ​ການ​ເລື່ອນ​ຊັ້ນ ແລະ ເລື່ອນທຽບ​ຊັ້ນ​ໃຫ້​ນາຍ​ທະຫານ ​ຢູ່​ ກອງພັນ​ໃຫຍ່ 645 ຈຳນວນ 17 ສະຫາຍ ໃນ​ນັ້ນ, ເລື່ອນ​ຊັ້ນ​ວາທີ ຂຶ້ນ ຮ້ອຍ​ຕີ 14 ສະຫາຍ, ເລື່ອນ​ທຽບ​ຊັ້ນວາທີ ຂຶ້ນ ຊັ້ນຮ້ອຍ​ຕີ 3 ສະຫາຍ. ສະຫາຍ ພັນ​ໂທ ສຸບິນ ດວງ​ໂສພາ ໄດ້​ສະແດງ​ຄວາມ​ຍ້ອງ​ຍໍ​ຊົມເຊີຍ ຕໍ່ນາຍ​ທະຫານທີ່​ໄດ້​ຮັບ​ການ​ເລື່ອນ​ຊັ້ນ​ໃໝ່ ທີ່​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ປະຕິບັດ​ໜ້າທີ່​ວຽກ​ງານໃນ​ໄລຍະ​ຜ່ານ​ມາ ພ້ອມ​ທັງ, ເນັ້ນ​ໜັກ​ໃຫ້ຈົ່ງ​ສືບຕໍ່​ຕັ້ງໜ້າ​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ຮອບດ້ານ, ເອົາໃຈໃສ່​ຄົ້ນຄວ້າ​ສຶກ​ສາ​ຮໍ່າຮຽນ, ປະຕິບັດ​ພາລະ​ບົດບາດ ແລະ ໜ້າ​ທິ່​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ, ມີ​ຄວາມ​ສາມັກຄີ​ດີ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່​ຕາມ​ການຈັດຕັ້ງ​ໄດ້​ມອບ​ໝາຍ​ໃຫ້. ໂດຍ: ຮູ້



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ