ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ຄະນະປະຕິບັດງານພິເສດແຂວງບໍລິຄໍາໄຊເຂົ້າຮ່ວມວາງພວງມາລາ ແລະ ຝັງອັດທິທະຫານອາສາໝັກ ແລະ ຊຽ່ວຊານຫວຽດນາມທີ່ເສຍສະຫຼະຊິວິດໃນປາງສົງຄາມຢູ່ລາວກັບຄຶນປະເທດ
ເວລາອອກຂ່າວ: 2024-05-21 10:55:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1024 | ຄວາມນິຍົມ:



ວັນທີ17 ພຶດສະພາ 2024 ນີ້, ສະຫາຍ ພົນຈັດຕະວາ ຈວງຈັນ ລາດສະວົງ ຄະນະປະຈໍາພັກແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍລິຄຳໄຊ ຮອງຄະນະປະຕິບັດງານພິເສດຂອງແຂວງ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມວາງພວງມາລາ ແລະ ຝັງອັດທິທະຫານອາສາສະໝັກ ແລະ ຊຽ່ວຊານຫວຽດນາມທີ່ເສຍສະຫຼະຊິວິດໃນປາງສົງຄາມຢູ່ລາວ ທີ່ສຸສານນັກຮົບເນີ່ມ ເມືອງເຮືອງເຊີນ ແຂວງຮ່າຕີ້ງ ສສ ຫວຽດນາມ ເຂົ້າຮ່ວມໃນພິທີມີບັນດາການນໍາຂັ້ນສູນກາງ ແລະ ການນໍາ ແຂວງຮ່າຕິ້ງ ສສ ຫວຽດນາມ ມີຄະນະປະຕິບັດງານພິເສດທັງສາມແຂວງຄືແຂວງບໍລິຄໍາໄຊ, ນະຄອນຫຼວງວຽງຈັນ ສປປ ລາວ ແລະ ແຂວງຮ່າຕີ້ງ ສສ ຫວຽດນາມ ພອ້ມດ້ວຍພາກສ່ວນຕ່າງໆອ້ອມຂ້າງແຂວງ ເມືອງ ຕະຫຼອດຮອດຍາດຕິພີ່ນ້ອງ ແລະ ພໍ່ແມ່ປະຊາຊົນຊາວເມຶອງເຮືອງເຊີນ ແຂວງຮ່າຕິ້ງ ສສ ຫວຽດນາມເຂົ້າຮ່ວມ. ໃນທ່າມກາງບັນຍາກາດ ແຫ່ງຄວາມໂສກເສົ້າເສຍດາຍ ແລະ ອາໄລອາວອນຢ່າງສຸດຊຶ້ງຕໍ່ດວງວິຍານທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ໄດ້ເສຍຊີວິດໃນປາງສົງຄາມຢູ່ລາວ ເພື່ອພາລະກິດອັນສູງສົ່ງ ໃນການປົດປ່ອຍປະເທດຊາດ ອອກຈາກແອກປົກຄອງຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ຂອງສອງຊາດລາວ-ຫວຽດນາມ ທີ່ໄດ້ພັດພາກຈາກພວກເຮົາໄປໂດຍບໍ່ມີວັນຫວນຄືນມາ ສົງຄາມໄດ້ຜ່ານພົ້ນໄປປະເທດຊາດໄດ້ມີຊີວິດຢູ່ໃນຍຸກສັນຕິພາບ ແລະ ມີຄວາມຜາສຸກແຕ່ໃນຈິດໃຈຂອງພວກເຮົາ ຍັງມີຄວາມອາໄລອາວອນ ເຖິງບຸລຸດຜູ້ທີ່ໄດ້ເສຍຊີວິດເພື່ອຊາດ ທີ່ຍັງນອນຄ້າງຢູ່ໃນສະໜາມຮົບເກົ່າ ຫຼາຍຄອບຄົວ ແລະ ຍາດຕິພີ່ນ້ອງ ຍັງລໍຖ້າການກັບຄືນມາພັກໃນປິຕິພູມອັນແສນຮັກຂອງຕົນ ດ້ວຍຄວາມຮູ້ບຸນຄຸນອັນລົ້ນເຫຼືອ ແລະ ເພື່ອໃຫ້ຫຼຸດຜ່ອນຄວາມເຈັບປວດຄວາມເສຍຫາຍ ອາໄລວອນຂອງຄອບຄົວ ຜູ້ເປັນພໍ່ເປັນແມ່ເປັນເມຍເປັນລູກເປັນຫຼານ ຜູ້ເປັນຍາດຕິພີ່ນ້ອງຂອງບຸລຸດ ທີ່ໄດ້ເສຍສະຫລະຊີວິດເພື່ອຊາດນັ້ນ ໃນຫຼາຍປີຜ່ານມາບັນດາສະຫາຍ ໃນໜ່ວຍປະຕິບັດງານພິເສດ ລາວ-ຫວຽດນາມ ຂອງແຂວງບໍລິຄຳໄຊ ແລະ ແຂວງຮ່າຕິ່ງ ບໍ່ໄດ້ລົດລະຫວາດຫວັ່ນຕໍ່ອຸປະສັກ ເຖິງຈະເປັນພູຜາຊັນຫວ້ຍຈະເລິກ ເສັ້ນທາງຈະແສນທຸລະກັນດານຫຍຸ້ງຍາກລຳບາກ ແຕ່ດ້ວຍຄວາມຮັບຜິດຊອບສູງ ໜ່ວຍປະຕິບັດງານພິເສດສອງແຂວງ ພ້ອມກັບພໍ່ແມ່ປະຊາຊົນບັນດາເຜົ່າຊາວແຂວງບໍລິຄຳໄຊ ໄດ້ຊອກຂຸດຄົ້ນອັດຖິຂອງບຸລຸດ ທີ່ໄດ້ເສຍສະລະຊີວິດເພື່ອຊາດ ເຊີ່ງໃນແຕ່ລະປີມາຮອດປະຈຸບັນນີ້ ອັດຖິຂອງພວກສະຫາຍ ໄດ້ກັບຄືນເມືອປະເທດຊາດບ້ານເກີດເມືອງນອນ ເມືອຮັບກິ່ນຫອມຫວນຂອງສັນຕິພາບ ແລະ ພິຕິພູມບ້ານເກີດຂອງຕົນ ໃນພິດັ່ງກ່າວ ທ່ານ ພົນຈັດຕະວາ ຈວງຈັນ ລາດສະວົງ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ຮອງຄະນະປະຕິບັດງານພິເສດຂອງແຂວງ ໄດ້ຮ່ວມກັບບັນດາການນໍາຂອງແຂວງຮ່າຕີ້ງ ແລະ ພໍ່ແມ່ປະຊາຊົນ ເຄື່ອນຍາຍອັດຖິດັ່ງກ່າວ ລົງທີ່ຂຸມອັດຖິທີ່ສຸສານນັກຮົບເນີມ ເມືອງເຮືອງເຊີ່ນ ແຂວງຮ່າຕີ້ງ ສສ ຫວຽດນາມ ດ້ວຍຄວາມໂສກເສົ້າເສຍໃຈ ແລະ ສຸດທີ່ອາໄລອາວອນຢ່າງສຸດຊຶ້ງ ຕໍ່ອັດຖິທະຫານອາສາສະໜັກ ແລະ ຊຽ່ວຊານຫວຽດນາມທີ່ເສຍຊິວິດໃນບາງສົງຄາມຢູ່ລາວ. ຂ່າວ-ພາບ ສີທອງ ຈັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ