
ໝາກຜົນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຂອງຄະນະພັກອົງການກົມ 213
ເວລາອອກຂ່າວ: 2024-05-21 09:05:08 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 410 | ຄວາມນິຍົມ:
ສະຫາຍ ພັນເອກ ພູວອນ ເມກສະຫວັນ ກຳມະການຄະນະພັກ, ຮອງຫົວໜ້າກົມ 213 ລາຍງານໃນໂອກາດ ສະຫຼຸບຖອດຖອນບົດຮຽນ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023 ໃຫ້ຮູ້ວ່າ: ໃນຜ່ານມາ, ຄະນະພັກອົງການກົມ 213 ໄດ້ເອົາໃຈໃສ່ນຳພາ-ຊີ້ນຳການປັບປຸງກໍ່ສ້າງພັກ ຕາມ 5 ຫຼັກການ 3 ທິດນຳຂອງພັກ ຕິດພັນກັບຂະບວນການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຢ່າງເປັນຂະບວນການຟົດຟື້ນກວ້າງຂວາງ, ໄດ້
ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ສະມາຊິກພັກ ດ້ວຍການຄົ້ນຄວ້າຮ່ຳຮຽນ, ເຊື່ອມຊຶມແນວທາງນະໂຍບາຍ, ມະຕິ, ຄຳສັ່ງ ແລະ ກົດລະ
ບຽບຂອງພັກ, ຫັນເອົາແນວທາງ, ແຜນນະໂຍບາຍຂອງພັກ-ລັດມາເປັນແຜນການນຳພາແທດເໝາະກັບໜ້າທີ່ການເມືອງ ແລະ ສະພາບຄວາມເປັນຈິງຂອງແຕ່ລະກົມກອງ, ສະມາຊິກພັກແຕ່ລະສະຫາຍ ຮັກສາໄດ້ທາດແທ້ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ, ເປັນເຈົ້າການປ້ອງກັນຕົນເອງ, ປ້ອງກັນໜ່ວຍພັກ ບໍ່ໃຫ້ປະກົດການຫຍໍ້ທໍ້ເກີດຂຶ້ນພາຍໃນພັກ ກໍຄືກົມກອງ, ສະມາຊິກພັກມີສະຕິຕໍ່ການຈັດຕັ້ງ, ປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດຢ່າງເຂັ້ມງວດ, ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ, ສາມາດເຮັດສຳເລັດໜ້າທີ່ວຽກງານ ຕາມການມອບໝາຍເປັນຢ່າງດີ. ຄະນະພັກ ໄດ້ປະຕິບັດແບບແຜນນຳພາ ຕາມຫຼັກການລວມສູນປະຊາທິປະໄຕຢ່າງຖືກຕ້ອງ, ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຈະແຈ້ງ, ປະຕິບັດລະບອບດຳເນີນຊີວິດການເມືອງພາຍໃນພັກຢ່າງເປັນປົກກະຕິ, ຖືສຳຄັນການຕິຊົມຕົນເອງ, ຕິຊົມເຊິ່ງກັນ ແລະ ກັນ ເພື່ອພ້ອມກັນກ້າວໜ້າ, ໄດ້ຕິດຕາມກວດກາ, ຊຸກຍູ້ການເຄື່ອນໄຫວວຽກງານຢ່າງຕໍ່ເນື່ອງ ທັງສະຫຼຸບຖອດຖອນບົດຮຽນ, ຊອກໃຫ້ເຫັນດ້ານ
ດີ ແລະ ສິ່ງທີ່ຄົງຄ້າງ ເພື່ອແກ້ໄຂໃຫ້ທັນເວລາ ພ້ອມກັນນັ້ນ, ກໍໄດ້ປະສານສົມທົບຢ່າງກົມກຽວ ລະຫວ່າງ ການນຳພາຂອງຄະນະພັກ ກັບ ການຈັດຕັ້ງບັນຊາ ແລະ ອົງການຈັດຕັ້ງມະຫາຊົນ ພ້ອມກັນປະຕິບັດໜ້າທີ່ການເມືອງຂອງກົມກອງ ໂດຍຖືເອົາ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກເປັນບ່ອນອີງ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ, ຂອງພັກ, ຂອງກອງທັບເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຖືສຳຄັນການກໍ່ສ້າງຮາກຖານການເມືອງແບບມູນເຊື້ອ, ປະຕິ
ບັດ 3 ໜ້າທີ່ 4 ການພົວພັນ ເຮັດໃຫ້ກົມກອງກັບອຳນາດການປົກຄອງທ້ອງຖິ່ນ ມີຄວາມສາມັກຄີກັນແໜ້ນ ພ້ອມກັນຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆ ເຮັດໃຫ້ສະພາບມີຄວາມສະຫງົບໂດຍພື້ນຖານ, ຄະນະພັກ ໄດ້ເອົາໃຈໃສ່ປັບປຸງກໍ່ສ້າງພັກ ຖືເອົາຄຸນນະພາບເປັນກົກ ແລະ ປະລິມານເປັນສຳຄັນ, ຊີ້ນຳພະແນກຈັດຕັ້ງພັກປະຕິບັດຕາມຂັ້ນຕອນ, ລະບຽບຫຼັກການກໍ່ສ້າງພັກຢ່າງເຂັ້ມງວດ, ເປີດຮຽນສະໜັບສະໜູນໃຫ້ແກ່ມະຫາຊົນຜູ້ກ້າວໜ້າ, ຕິດ
ຕາມທົດສອບໃນໜ້າທີ່ວຽກງານຕົວຈິງ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນວັດລາວ ໃນຜ່ານມາ ສາມາດຂະຫຍາຍມະຫາຊົນເຂົ້າພັກສຳຮອງໄດ້ 81 ສະຫາຍ, ເລື່ອນສຳຮອງຂຶ້ນສົມບູນ 50 ສະຫາຍ, ວຽກງານກໍ່ສ້າງພະນັກ ງານ ຕົ້ນຕໍແມ່ນເລັ່ງໃສ່ສ້າງພະນັກງານກັບທີ່, ກໍ່ສ້າງໃນໜ້າທີ່ວຽກງານຕົວຈິງ ພ້ອມກັນນີ້, ກໍໄດ້ຄັດເລືອກເອົາພະນັກງານໄປບຳລຸງ, ກໍ່ສ້າງໄລຍະສັ້ນ ແລະ ໄລຍະຍາວ ຢູ່ບັນດາໂຮງຮຽນ, ວິທະຍາຄານຕ່າງໆ ທັງພາຍໃນ ແລະ ຕ່າງ
ປະເທດ ຕາມທຶນແບ່ງປັນຂອງຂັ້ນເທິງ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ໃຫ້ມີຄຸນນະພາບ ແລະ ສາມາດປະ
ຕິບັດໜ້າທີ່ການເມືອງຂອງກົມກອງ ໃນແຕ່ລະໄລຍະໃຫ້ມີຜົນສຳເລັດ.
ຜ່ານການຕີລາຄາແບ່ງປະເພດຄຸນນະພາບຂອງສະມາຊິກພັກ, ບັນດາຮາກຖານພັກ ແລະ ໜ່ວຍພັກ ທີ່ຂຶ້ນກັບ ຄະນະພັກອົງການກົມ 213 ປະຈຳປີ 2023 ມີສະມາຊິກພັກແຂງທັງໝົດ 1.389 ສະຫາຍ, ສະມາຊິກພັກກາງ 48 ສະຫາຍ, ຕີລາຄາ ແລະ ຮັບຮອງເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຈຳນວນ 50 ໜ່ວຍພັກ.
ໂດຍ: ສົມຄິດ ພູມມີຈິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ