ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ພະ​ແນກ​ສະຫະພັນ​ແມ່ຍິງ ກອງ​ພົນ​ທີ 3 ເຜີຍແຜ່​ເອກະສານ​ຄວາມ​ຮູ້​ພື້ນຖານ​ກ່ຽວ​ກັບ​ບົດບາດ​ ຍິງ-ຊາຍ
ເວລາອອກຂ່າວ: 2024-05-21 08:59:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 371 | ຄວາມນິຍົມ:



ໃນ​ວັນ​ທີ 9 ພຶດສະພາ 2024 ນີ້, ພະ​ແນກ​ສະຫະພັນ​ແມ່ຍິງ ກອງ​ພົນ​ທີ 3 ໄດ້​ເຄື່ອນ​ໄຫວ​ເຜີຍແຜ່​ເອກະສານ​ຄວາມ​ຮູ້​ພື້ນຖານ​ກ່ຽວ​ກັບ​ບົດບາດ ​ຍິງ-ຊາຍ ແລະ ກົດໝາຍ ວ່າ​ດ້ວຍ​ຄວາມ​ສະເໝີພາບ​ລະຫວ່າງ​ ຍິງ-ຊາຍ ຢູ່​ກອງ​​ພັັນ​ໃຫຍ່ 301, ໂດຍ​ການ​ເປັນ​ປະທານ ຂອງ​ສະຫາຍ ພັນ​ໂທ ຄຳ​ຫຼ້າ ພັນທະ​ຈັກ ຮັກ ສາ​ການ​ຮອງ​ເລຂາ​ຄະນະ​ພັກ, ຫົວໜ້າ​ການເມືອງ ກອງພັນ​ໃຫຍ່ 301, ມີ​ສະຫາຍ ພັນ​ໂທ ນາງ ​ໄມ​ເພັດ ວິລາວັນ ຫົວໜ້າ​ພະ​ແນກ​ສະຫະພັນ​ແມ່ຍິງ ກອງ​ພົນ​ທີ 3, ມີ ສະຫາຍ ພັນ​ຕີ ນາງ ສົມ​ຈັນ ແສນ​ທອນ ຫົວໜ້າ​ຂະແໜງ​ສະຫະພັນ​ແມ່ຍິງ ກອງພັນ​ໃຫຍ່ 301, ມີ​ຄະນະ​ພັກ-ຄະນະ​ບັນຊາ ພະແນກການ, ກົມ​ກອງ ພ້ອມ​ດ້ວຍ​ສະມາຊິກ​ສະຫະພັນ​ແມ່ຍິງ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ນາງ​ໄມ​ເພັດ ວິລາວັນ ຫົວໜ້າ​ພະ​ແນກ​ສະຫະພັນ​ແມ່ຍິງ ກອງ​ພົນ​ທີ 3 ແລະ ສະຫາຍ ພັນ​ຕີ ນາງ ເກດ​ນິ​ດາ ເພັດ​ລໍ​ຄຳ ຮອງ​ຫົວໜ້າ​ພະ​ແນກ​ສະຫະພັນ​ແມ່ຍິງ ກອງ​ພົນ​ທີ 3 ກໍ​ໄດ້​ຜັດປ່ຽນ​ກັນ​ເຜີຍແຜ່​ເອກະສານ ເຊິ່ງ​ເອກະສານ​ທີ່​ນຳ​ມາ​ເຜີຍແຜ່​ເຊື່ອມ​ຊຶມ​ໃນ​ຄັ້ງ​ນີ້ ​ມີເອກະສານ​ອົບຮົມ​ການເມືອງ-ແນວ​ຄິດ​ສຳລັບ​ແມ່ຍິງ​ທົ່ວ​ໄປ​ປະກອບ​ມີ 5 ບົດ​ຄື: ບົດ​ທີ 1 ມູນເຊື້ອ​ຂອງ​ ຊາດ​ລາວ ແລະ ແມ່ຍິງ​ລາວ​ບັນດາເຜົ່າ, ບົດ​ທີ 2 ບົດບາດ​ຂອງ​ແມ່ຍິງ​ລາວ, ບົດ​ທີ 3 ຕ້ານ, ສະກັດ​ກັ້ນ ແລະ ແກ້​ໄຂ​ປະກົດ​ການ​ຫຍໍ້ທໍ້​ໃນ​ຖັນ​ແຖວ​ແມ່ຍິງ​ລາວ, ບົດ​ທີ 4 ຍຸດ​ທະ​ສາດ​ພັດທະນາ​ແມ່ຍິງ​ລາວ ຮອດ​ປີ 2030 ແລະ ແຜນ​ພັດທະນາ​ແມ່ຍິງ​ລາວ​ຮອດ​ປີ 2025, ບົດ​ທີ 5 ຄວາມ​ຮູ້​ພື້ນຖານ​ກ່ຽວ​ກັບ​ກົດໝາຍ ວ່າ​ດ້ວຍ​ສະຫະພັນ​ແມ່ຍິງ​ລາວ, ເອກະສານ​ຄວາມ​ຮູ້​ພື້ນຖານ​ກ່ຽວ​ກັບ​ບົດບາດ​ຍິງ-ຊາຍ ແລະ ການ​ພັດທະນາ ປະກອບ​ມີ 4 ພາກ​ຄື: ພາກ​ທີ l ບົດບາດ​ຍິງ-ຊາຍ ແລະ ອິດ​ທິ​ພົນ​ຂອງ​ການ​ສຶກ​ສາ​ອົບຮົມ ແລະ ຮີດຄອງ​ປະເພນີ, ພາກ​ທີ ll ຄວາມ​ຈຳເປັນ​ໃນ​ການ​ພັດທະນາ​ແມ່ຍິງ ແລະ ພັດທະນາ​ບົດບາດ​ຍິງ-ຊາຍ,ພາກ​ທີ lll ທັດສະນະ ແລະ ນະໂຍບາຍ​ຂອງ​ພັກ​ໃນ​ການ​ສົ່ງເສີມ​ຄວາມ​ສະເໝີພາບ​ຍິງ-ຊາຍ, ພາກ​ທີ lV ການ​ເຊື່ອມ​ທັດສະນະ​ບົດບາດ ​ຍິງ-ຊາຍ​ເຂົ້າ​ໃນ​ໂຄງການ​ພັດທະນາ, ກົດໝາຍ ວ່າ​ດ້ວຍ​ຄວາມ​ສະເໝີພາບ​ຍິງ-ຊາຍ ປະກອບ​ມີ: 7 ພາກ 48 ມາດຕາ ແລະ ເອກະສານ​ຄວາມ​ຮູ້​ກ່ຽວ​ກັບ​ມາລະຍາດ ​ວັດທະນະທຳ​ສັງຄົມ-ມາລະຍາດ​ທາງ​ສັງຄົມ ໃນ​ນີ້, ແຕ່​ລະ​ພາກ, ແຕ່​ລະ​ບົດ ແລະ ແຕ່​ລະ​ມາດຕາ​ລ້ວນ​ແລ້ວແຕ່​ຍົກ​ໃຫ້​ເຫັນ​ເຖິ​​ງ​ສິດ​ໜ້າທີ່​ພາລະ​ບົດບາດ​ຄວາມ​ສະເໝີພາບ​ລະຫວ່າງ ​ຍິງ-ຊາຍ ທັງ​ເປັນ​ການ​ກະຕຸກ​ຊຸກຍູ້​ພາລະ​ບົດບາດ​ສິດ​ໜ້າທີ່​ຂອງ​ແມ່ຍິງ​ລາວ​ໃຫ້​ນັບ​ມື້​ສູງ​ຂຶ້ນ​ໃນ​ເວທີ​ສາກົນ. ໂດຍ: ຈອມ​ແສງ ແສງ​ມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ