
ປະກາດການແຕ່ງຕັ້ງ ຄະນະພັກ-ຄະນະກົມອຸດສາຫະກຳປ້ອງກັນຊາດ ກົມໃຫຍ່ເຕັກນິກກອງທັບ
ເວລາອອກຂ່າວ: 2024-05-20 12:25:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1905 | ຄວາມນິຍົມ:
ວັນທີ17 ພຶດສະພາ 2024 ນີ້, ກົມອຸດສາຫະກຳປ້ອງກັນຊາດ ກົມໃຫຍ່ເຕັກນິກກອງທັບ ປະກາດແຕ່ງຕັ້ງຄະນະພັກ-ຄະນະກົມ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ປະສິດ ທ່ຽງທຳ ກຳມະການຄະນະປະຈຳພັກກະຊວງ ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພົນຈັດຕະວາ ທອງພັນ ສຸທໍາມະວົງຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ຜູ້ຊີ້ນໍາວຽກງານອຸດສາຫະກຳປ້ອງກັນຊາດ, ມີຄະນະນໍາກົມໃຫຍ່, ຄະນະກົມ, ຄະນະຫ້ອງ, ບັນດາພະແນກການ ຕະຫຼອດຮອດຜູ້ທີ່ໄດ້ຮັບໜ້າທີ່ໃໝ່ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ສະຫາຍ ພັນເອກ ສາຍຄໍາ ພົມມະວົງ ຮອງຫົວໜ້າຫ້ອງການເມືອງໄດ້ຂຶ້ນອ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມ ແລະ ຮອງກົມ, ອີງຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ ສະບັບເລກທີ 43/ສພຊ, ລົງວັນທີ14 ມິຖຸນາ 2018 ໃນພາກທີII ໝວດທີ4 ມາດຕາ26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ. ອີງຕາມ ທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາໃນກໍາລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສໍາເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ກະຊວງປ້ອງກັນປະເທດ ຕົກລົງ: ມາດຕາ 01: ແຕ່ງຕັ້ງ ພັນເອກ ສຸດໃຈ ສໍວິໄຊ ເປັນຫົວໜ້າກົມອຸດສາຫະກຳປ້ອງກັນຊາດ ກົມໃຫຍ່ເຕັກນິກກອງທັບ, ແຕ່ງຕັ້ງ ພັນໂທ ໃຈສະຫວັນ ອິນທະຄຳ ເປັນຮອງຫົວໜ້າກົມອຸດສາຫະກຳປ້ອງກັນຊາດ ກົມໃຫຍ່ເຕັກນິກກອງທັບ. ນອກຈາກນີ້ຍັງໄດ້ອ່ານມະຕິຕົກລົງ ຂອງຄະນະພັກກົມໃຫຍ່ເຕັກນິກກອງທັບ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກກົມອຸດສາຫະກຳປ້ອງກັນຊາດ ໃນນີ້ໄດ້ຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ພັນເອກ ສຸດໃຈ ສໍວິໄຊ ເປັນເລຂາໜ່ວຍພັກ, ສະຫາຍ ພັນເອກ ວິໄລຄໍາ ຫຼວງຊົມພູ ເປັນຮອງເລຂາ ແລະ ສະຫາຍ ພັນໂທ ໃຈສະຫວັນ ອິນທະຄຳ ເປັນກໍາມະການກວດກາ.
ໂອກາດດັ່ງກ່າວນີ້, ສະຫາຍ ພົນຕີ ປະສິດ ທ່ຽງທໍາ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເຕັກນິກກອງທັບ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີດັ່ງກ່າວ ກ່ອນອື່ນໜົດ ສະຫາຍ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານ, ຜົນສໍາເລັດ ແລະ ເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນໃຫ້ສູງ, ມີແບບແຜນວິທີເຮັດ, ເຮັດວຽກເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ເປັນເຈົ້າການສຶກສາອົບຮົມຄຸນທາດການເມືອງນໍາພາ-ແນວຄິດໃຫ້ໜັກແໜ້ນ, ມີສະຕິຕໍ່ການຈັດຕັ້ງປະຕິບັດຂໍ້ກໍານົດກົດລະບຽບຂອງກອງທັບຢ່າງເຂັ້ມງວດ, ສ້າງຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ, ແໜ້ນໜາ, ສືບຕໍ່ປັບປຸງກໍ່ສ້າງກົມກອງໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ເພື່ອເຮັດສໍາເລັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງ.
ໂດຍ: ອານຸສອນ ວິລະວົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ