
ແຂວງສາສະວັນ ຈັດພິທີມອບ-ສົ່ງອັດຖິທະຫານອາສາສະໜັກແລະຊ່ຽວຊານຫວຽດນາມທີ່ເສຍສະຫຼະຊິວິດໃນປາງສົງຄາມຢູ່ລາວກັບຄືນປະເທດ
ເວລາອອກຂ່າວ: 2024-05-20 12:24:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1775 | ຄວາມນິຍົມ:
ໃນຕອນເຊົ້າວັນທີ19 ພຶດສະພາ 2024 ນີ້, ແຂວງສາລະວັນໄດ້ຈັດພິທີມອບ-ສົ່ງອັດຖິທະຫານອາສາສະໜັກແລະຊ່ຽວຊານຫວຽດນາມທີ່ເສຍສະຫຼະຊິວິດໃນປາງສົງຄາມຢູ່ລາວຈຳນວນ 12 ອັດຖິ ທີ່ໄດ້ຂຸດຄົ້ນໃນຂອບເຂດບໍລິເວນ, ບັນດາເມືອງ, ແຂວງສາລະວັນ ແລະ ແຂວງເຊກອງ ກັບຄືນປະເທດຢ່າງສົມກຽດ, ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງສາລະວັນ, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສີເຮັ່ງ ຫອມສົມບັດ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີສະຫາຍ ພັນເອກ ຮວ່າງວັນເຍິນ ຮອງເລຂາພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງເທື່ອທຽນເຫວ້ ແຫ່ງ ສ.ສ ຫວຽດນາມ, ພ້ອມດ້ວຍຄະນະ, ນອກນີ້ຍັງມີສະຖານທູດຫວຽດນາມປະຈໍາຢູ່ນະຄອນປາກເຊ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ພະແນກການ, ພະນັກງານລັດຖະກອນ, ນັກຮຽນຮູ້-ນັກສຶກສາ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີມອບ-ສົ່ງ ອັດຖິທະຫານອາສາສະໜັກ ແລະ ຊ່ຽວຊານຫວຽດນາມໃນຄັ້ງນີ້ ສະຫາຍ ພົນຈັດຕະວາ ພູວັນ ພິມມະຈັນ ຄະນະປະຈໍາພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງສາລະວັນ ແລະ ສະຫາຍ ສະຫາຍ ພັນເອກ ຮວ່າງວັນເຍິນ ຮອງເລຂາພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງເທື່ອທຽນເຫວ້ ແຫ່ງ ສ.ສ ຫວຽດນາມ ຕ່າງກໍ່ໄດ້ຜັດປ່ຽນກັນຂຶ້ນກ່າວຄຳສະດຸດີຕໍ່ພິທີດັ່ງກ່າວ, ເຊິ່ງໄດ້ຍົກໃຫ້ເຫັນຄຸນງາມຄວາມດີໄລຍະຜ່ານມາ ລາວ-ຫວຽດນາມ-ຫວຽດນາມ-ລາວ ໄດ້ມີມູນເຊື້ອສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນພາລະກິດຕໍ່ສູ້ກູ້ຊາດຕ້ານຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ເພື່ອຄວາມເປັນເອກະລາດແຫ່ງຊາດຂອງແຕ່ລະປະເທດ ແລະ ຄວາມອິດສະລະພາບຂອງປະຊາຊົນ 2 ຊາດ, ເຊິ່ງໄດ້ຮ່ວມສຸກ, ຮ່ວມທຸກ, ຮ່ວມຂຸມຄອງດຽວກັນ, ເພື່ອຕີສັດຕູໂຕດຽວກັນນີ້ກໍ່ເປັນການຢັ້ງຢືນວ່າ ອັດຖິຂອງນັກຮົບທະຫານອາສາສະໜັກ ແລະ ຊ່ຽວຊານຫວຽດນາມ ເຊິ່ງຂຸດຄົ້ນຢູ່ແຂວງສາລະວັນໄດ້ ຈໍານວນ 7 ອັດຖິ ແລະ ຂຸດຄົ້ນຢູ່ແຂວງເຊກອງ ຈໍານວນ 5 ອັດຖິ ລວມທັງໝົດ ຈຳນວນ 12 ອັດຖິ. ທີ່ຖືກສົ່ງກັບຄືນປະເທດຄັ້ງນີ້ ແມ່ນໝາກຜົນແຫ່ງການຮ່ວມມືຂອງລັດຖະບານແຫ່ງ ສ.ປ.ປ.ລາວ ກັບ ລັດຖະບານແຫ່ງ ສ.ສ ຫວຽດນາມ ກໍ່ຄືອຳນາດການປົກຄອງທ້ອງຖິ່ນຊາວແຂວງສາລະວັນ ແລະ ແຂວງເຊກອງ ທີ່ໄດ້ເອົາໃຈໃສ່ຂອງຄະນະປະຕິບັດງານພິເສດທັງສອງຝ່າຍລະຫວ່າງແຂວງສາລະວັນ, ແຂວງເຊກອງ ກັບ ແຂວງເທື່ອທຽນເຫວ້ ສ.ສ ຫວຽດນາມ ພ້ອມທັງໄດ້ຮັບການຮ່ວມມືຈາກອຳນາດການປົກຄອງພໍ່ແມ່ປະຊາຊົນ ໃນແຕ່ລະທ້ອງຖິ່ນເຂົ້າໃນການຂຸດຄົ້ນອັດຖິດັ່ງກ່າວ, ໃນໂອກາດດຽວກັນນີ້ ທ່ານສີເຮັ່ງ ຫອມສົມບັດ ພ້ອມດ້ວຍຄະນະ, ສະຫາຍ ພົນຈັດຕະວາ ພູວັນ ພິມມະຈັນ ແລະ ສະຫາຍ ພັນເອກ ຮວ່າງວັນເຍິນ ພ້ອມດ້ວຍຄະນະ ແລະ ພະແນກການຕ່າງໆອ້ອມຂ້າງແຂວງ ຕ່າງກໍ່ໄດ້ພ້ອມກັນໃຫ້ກຽດວາງພວງມະລາໃຕ້ທູບທຽນຕໍ່ໜ້າອັດຖິຂອງທະຫານອາສາສະໜັກ ແລະ ຊ່ຽວຊານຫວຽດນາມ ທີ່ໄດ້ອຸທິດຊິວີດ ແລະ ເລືອດເນື້ອຂອງຕົນເພື່ອພາລະກິດຂອງປວງຊົນລາວໃນການປະຕິວັດເຮັດສຳເລັດພັນທະສາກົນອັນມີກຽດທີ່ພັກ-ລັດ ຫວຽດນາມມອບໝາຍໃຫ້ຢ່າງໜ້າສັນລະເສີນ, ພ້ອມທັງໄດ້ເຄື່ອນຍ້າຍອັດຖິອອກຈາກກອງບັນຊາການທະຫານແຂວງສາລະວັນ ເພື່ອນຳສົ່ງກັບຄືນສູ່ມະຕຸພູມຢ່າງສົມກຽດ ໂດຍມີນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ພະແນກການ, ພະນັກງານລັດຖະກອນ, ນັກຮຽນຮູ້-ນັກສຶກສາທັງສອງພາກທາງຢືນໂບກມືອຳລາ.
ຂ່າວ: ສຸຂາວພອນ ສອນນາລີ
ພາບ: ພອນມະນີ ລັດສະໝີວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ