
ມອບ-ຮັບໂຄງການສ້ອມແປງອາຄານຫ້ອງການລວມໂຮງໝໍທະຫານແຂວງຜົ້ງສາລີ
ເວລາອອກຂ່າວ: 2024-05-20 12:21:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1820 | ຄວາມນິຍົມ:
ໃນຕອນເຊົ້າຂອງວັນທີ17 ພຶດສະພາ 2024 ນີ້, ທີ່ໂຮງໝໍທະຫານແຂວງຜົ້ງສາລີ ໄດ້ ມອບ-ຮັບ ໂຄງການສ້ອມແປງອາຄານຫ້ອງການລວມໂຮງໝໍທະຫານແຂວງ ລະຫວ່າງອົງການປົກຄອງແຂວງ ແລະ ກອງບັນຊາການທະຫານແຂວງ, ໂດຍການເປັນປະທານພິທີຂອງ ສະຫາຍ ວິສອນ ລາວເມົາ ຮອງເຈົ້າແຂວງຜົ້ງສາລີ ຜູ້ຊີ້ນຳຂົງເຂດເສດຖະກິດຂັ້ນແຂວງ, ເຂົ້າຮ່ວມມີ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ເລຂາຄະນະພັກ ຫົວຫນ້າການເມືອງ ກອງບັນຊາການທະຫານແຂວງ, ມີຄະນະກອງບັນຊາການ, ຄະນະໂຮງໝໍທະຫານແຂວງ, ພະແນກການທີ່ກ່ຽວຂ້ອງ ແລະ ພະນັກງານ-ນັກຮົບ, ພະນັກງານແພດ-ໝໍພາຍໃນໂຮງໝໍດັງກ່າວເຂົ້າຮ່ວມ.
ເຊິ່ງໂຄງການສ້ອມແປງຕຶກອາຄານໂຮງໝໍທະຫານແຂວງຜົ້ງສາລີ ທີ່ເມືອງຜົ້ງສາລີ ກ່ອນການສ້ອມແປງອາຄານດັ່ງກ່າວໄດ້ກໍ່ສ້າງ ແລະ ນຳໃຊ້ມາຫຼາຍປີແລ້ວເຮັດໃຫ້ຊຸດໂຊມ ຈຶ່ງໄດ້ມີການສ້ອມແປງຄືນ ໃນມູນຄ່າ 774,232,000 ກີບໂດຍນຳໃຊ້ບ້ວງເງີນພັດທະນາຈາກບົດບັກທຶກສຶກສາສຳຫຼວດຄວາມເປັນໄປໄດ້ໃນການພັດທະນາໂຄງການພະລັງງານສະອາດ ໂດຍແມ່ນ ບໍລິສັດຮຸ່ງເຮືອງຈຳປາ ກໍ່ສ້າງ ແລະ ສຳຫຼວດອອກແບບ ເປັນຜູ້ຮັບເໝົາ ໃນການສ້ອມແປງ, ໂຄງການດັ່ງກ່າວໄດ້ເລີ່ມລົງມືຈັດຕັ້ງປະຕິບັດມາແຕ່ວັນທີ 14 ມີນາ ຫາ ວັນທີ 10 ພຶດສະພາ 2024 ຈຶ່ງສໍາເລັດ; ໂດຍມີວຽກຮື້ຖອນໂຄງຫຼັງຄາ ແລະ ເພດານ ປ່ຽນຕິດຕັ້ງເປັນໂຄງຫຼັງຄາເຫຼັກ ແລະ ເພດານຄືນໃໝ່, ໂບກຝາ ແລະ ປູພື້ນ,ທາສີ, ລະບົບໄຟຟ້າ, ສ້ອມແປງປະຕູ-ປ່ອງຢ້ຽມຈຳນວນໜຶ່ງ ນອກຈາກນີ້ບໍລິສັດກໍ່ໄດ້ຊ່ວຍປັບປຸງວຽກຈຳນວນໜຶ່ງໂດຍບໍ່ໄດ້ຄິດໄລ່ມູນຄ່າ.
ໃນພິທີ ໄດ້ມີການເຊັນບົດບັນທຶກມອບ-ຮັບຮ່ວມກັນເຊິ່ງຝ່າຍອົງການປົກຄອງແຂວງຕາງຫນ້າເຊັນມອບໂດຍແມ່ນ ສະຫາຍ ສົມເພັດ ສີສັງວອນ ຮອງຫົວຫນ້າພະແນກ ໂຍທາທິການ ແລະ ຂົນສົ່ງແຂວງ ແລະ ເຊັນຮັບໂດຍ ສະຫາຍ ພັນເອກ ບຸນຈັນ ທອງອ່ອນປະເສີດ ຄະນະພັກກອງບັນຊາການ ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງ.
ຂ່າວ, ພາບ: ທອງສຸກ ຈັນຖະໜອມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ