
ທະຫານແຂວງຜົ້ງສາລີ, ປາຖະກະຖາຫວນຄືນມູນເຊື້ອວັນສໍາຄັນຂອງພັກ
ເວລາອອກຂ່າວ: 2024-05-15 14:42:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1152 | ຄວາມນິຍົມ:
ວັນທີ 08 ພຶດສະພາ 2024 ນີ້, ກອງບັນຊາການທະຫານແຂວງຜົ້ງສາລີ, ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນສໍາຄັນຂອງພັກ, ຂອງຊາດ, ຂອງສາກົນ ແລະ ຮັບຟັງເນື້ອໃນເອກະສານ 7 ບົດ ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ ແລະ ສະຫາຍ ພັນເອກ ສົມຈັນ ລອດສຸລີ ຄະນະປະຈໍາພັກ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ເຂົ້າຮ່ວມຮັບຟັງມີຄະນະພັກ-ຄະນະບັນຊາ ກອງບັນບັນຊາການທະຫານແຂວງ, ຕະຫຼອດຮອດພະນັກງານ-ນັກຮົບ ອົງການ 5 ຫ້ອງ ແລະ ໂຮງໝໍທະຫານເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ເລົ່າຄືນປະຫວັດຄວາມເປັນມາຂອງວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນໍາ ແລະ ແນວລາວຮັກຊາດ ຄົບຮອບ 64 ປີ, ຄືວັນທີ 24/5/1960-24/5/2024, ປະທານໄກສອນ ພົມວີຫານ ແລະ ສູນກາງພັກໄດ້ຄົ້ນຄ້ວາວາງແຜນເພື່ອປົດປ່ອຍຜູ້ນໍາອອກຈາກຄຸກໂດຍໄດ້ມີການປຶກສາຄົ້ນຄ້ວາອອກເປັນຫຼາຍແຜນ, ຫຼາຍແງ່ມູມ ແຕ່ສຸດທ້າຍປະທານໄກສອນ ພົມວີຫານ ໄດ້ເລືອກເອົາວິທີປຸກລະດົມຂົນຂວາຍສຶກສາອົບຮົມສາລະວັດທີ່ຍາມຄຸກໃຫ້ມີຄວາມຮັກຊາດ ແລະ ຕື່ນຕົວການເມືອງ ເພາະວາສາລະວັດກໍ່ແມ່ນລູກຫຼານຂອງປະຊາຊົນລາວຊາວໄຮນາຢູ່ທ້ອງຖິ່ນຕ່າງໆ, ເຂົາເຈົ້າກໍ່ມີຄວາມເຄົາລົບນັບຖືຜູ້ນໍາທີ່ຮັກຊາດ, ຜູ້ນໍາທີ່ເປັນໜ້າເຊື່ອຖື ແລະ ມີສິນທໍາດັ່ງນັ້ນທ່ານຜູ້ນໍາຈຶ່ງສາມາດໂຕນໜີຈາກຄຸກດ້ວຍຄວາມປອດໄພ, ປັດໄຈພື້ນຖານທີ່ເຮັດໃຫ້ກອງພັນທີ 2ສາມາດຜ່າວົງປິດລ້ອມຢ່າງມີໄຊ ຍ້ອນມີການນໍາພາອັນຖືກຕ້ອງສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ພະນັກງານ, ສະມາຊິກພັກ ແລະ ນັກຮົບກອງພັນທີ 2 ໄດ້ຮັບການສຶກສາອົບຮົມການເມືອງແນວຄິດເປັນຢ່າງດີ, ອັນໄດ້ເຮັດໃຫ້ທຸກຄົນມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ ບໍ່ຫວັນໄຫວຄອນແຄນຕໍ່ອຸປະສັກຫຍຸ້ງຍາກ, ສິ່ງທົດສອບທ້າທາຍຫຼາຍປະການ, ພາຍໃນມີຄວາມສາມັກຄີເປັນເອກະພາບ, ມີນໍ້າໃຈສູ້ຮົບເດັດດ່ຽວອາດຫານ, ປະຕິບັດກົດລະບຽບວິໄນ ແລະ ຄໍາສັ່ງເຂັ້ມງວດ, ຮັກສາຄວາມລັບຢ່າງເດັດຂາດ, ກຳແໜ້ນກາລະໂອກາດອັນເໝາະສົມ ແລະ ມີວິທີລອກລວງສັດຕູຢ່າງມີໄຫວພິບຈຶ່ງສາມາດຜ່າວົງປິດລ້ອມໄດ້ຢ່າງສົມບູນ, ຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງປະທານໂຮ່ຈີມິນ ເພີ່ນເກີດເມື່ອວັນທີ 19 ພຶດສະພາ ປີ1890 ທີ່ບ້ານກິມລຽນ, ຕາແສງຈຸ່ງຖື, ເມືອງນາມດ່ານ, ແຂວງເງ່ອານ ເປັນຄອບຄົວຊາວນາທີ່ຮັກຊາດ, ເວລາຍັງນ້ອຍປະທານໂຮ່ຈີມິນເປັນນັກຮຽນທີ່ສະຫຼາດສະຫຼຽວ, ມີຄວາມພາກພຽນໃນການຮໍ່າຮຽນ ແລະ ມັກຊອກຫາຄວາມຮູ້ໃໝ່, ປີ1925 ປະທານໂຮ່ຈີມິນໄດ້ເປັນຜູ້ລິເລີ່ມສ້າງຕັ້ງສະມາຄົມຊາວໜຸ່ມປະຕິວັດຫວຽດນາມ ຊຶ່ງເປັນຕົ້ນກໍາເນີດຂອງພັກກອມມູນິດຫວຽດນາມ ແລະ ເປັນພື້ນຖານໃຫ້ແກ່ການສ້າງຕັ້ງກອງທັບປະຊາຊົນຫວຽດນາມ, ເພີ່ນໄດ້ຖືກເລືອກຕັ້ງເປັນປະທານປະເທດ ແລະ ແຕ່ງຕັ້ງເປັນນາຍົກລັດຖະມົນຕີຄົນທໍາອິດ, ເພີ່ນໄດ້ສະແດງຄວາມຕັດສິນໃຈຕໍ່ປະຊາຊົນວ່າ ໜ້າທີ່ຂອງຂ້າພະເຈົ້າປຽບດັ່ງຜູ້ຂັດທ້າຍເຮື່ອ, ຕ້ອງຂັດຈັ່ງໃດເພື່ອພາເຮື່ອຂອງປະເທດຊາດຜ່ານຄີື້ນມໍລະສຸມຢ່າງປອດໄພ ແລະ ພາປະຊາຊົນໄປສູ່ສັນຕິສຸກ, ທ່ານກາກມາກ ເກີດເມື່ອ ວັນທີ 5 ພຶດສະພາ ປີ 1818 ທີ່ເມືອງ ເຕີເຣຍ, ແຂວງເຣນ ປະເທດ ເຢຍລະມັນ ໃນຄອບຄົວປັນຍາຊົນ ພໍ່ຂອງເພິ່ນເປັນສາສະດາຈານດ້ານກົດໝາຍແຕ່ເຍົາໄວ ກາກມາກ ໄດ້ຮັບການສຶກສາອົບຮົມ ແລະ ຫຼໍ່ຫຼອມບົນຈິດໃຈ ຜູ້ກໍ່ຕັ້ງລັດທິ ເສລີພາບ, ມະນຸດສະທຳ, ຮຽນຈົບການສຶກສາຂັ້ນມັດທະຍົມຢູ່ເມືອງເຕີເຣຍດ້ວຍການຂຽນບົດວິທະຍານິພົນຈົບຊັ້ນຊື່ວ່າ:“ການຮິ່ນຕອງຂອງຊາຍສະກັນໃນການເລືອກເປັນອາຊີບ ” ບົດວິທະຍານິພົນດັ່ງກ່າວ ໄດ້ສ່ອງແສງໃຫ້ເຫັນຜົນກະທົບທາງດ້ານຈິດໃຈ ຕໍ່ການສ້າງຕັ້ງລັດທິເສລີພາບ ຂອງເພິ່ນແຕ່ຄາວຍັງເຍົາໄວຈາກຜົນງານ ແລະ ຄຸນງາມຄວາມດີຂອງເພີ່ນ, ທ່ານ ກາກມາກ ຈິ່ງໄດ້ຍອມຮັບຈາກບັນດານັກປາດທາງດ້ານການເມືອງທີ່ສໍາຄັນ ແລະ ດີເດັ່ນຂອງໂລກ, ທັງເປັນນັກທິດສະດີຜູ້ຍິ່ງໃຫຍ່, ເປັນຜູ້ນໍາທີ່ປີຊາສາມາດ, ເປັນຜູ້ໃຫ້ກໍາເນີດລັດທິກອມມູນິດວິທະຍາສາດເຊີ່ງເປັນທິດສະດີປ່ຽນແປງ ແລະ ດັດສ້າງໂລກ, ຈາກນີ້ ສະຫາຍ ພັນເອກ ສົມຈັນ ລອດສຸລີ ຄະນະປະຈໍາພັກ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ຍັງໄດ້ປາຖະກະຖາເລົ່າຄືນວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 70 ປີ, ຄື: 7/5/1954-7/5/2024, ດຽນບຽນຟູຕັ້ງຢູ່ແຂວງດຽນບຽນທາງທິດຕາເວັນຕົກສ່ຽງເໜືອຂອງຫວຽດນາມມີຊາຍແດນຕິດຈອດກັບລາວ, ດຽນບຽນຟູແມ່ນພື້ນທີ່ຍຸດທະສາດທີ່ສໍາຄັນຊຶ່ງເຊື່ອມຕໍ່ກັນລະຫວ່າງພາກເໜືອຫວຽດນາມ, ພາກໃຕ້ຂອງຈີນ ແລະ ພາກຕາເວັນອອກສ່ຽງເໜືອຂອງລາວ, ໄຊຊະນະດຽນບຽນຟູ ແມ່ນໄຊຊະນະທີ່ສະຫວ່າງສະໄຫວທີ່ສຸດໃນປະຫວັດສາດການຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດພາຍນອກຂອງປະຊາຊົນຫວຽດນາມທີ່ມີກຽດສະຫງ່າ, ໄດ້ຖືກບັນທຶກເຂົ້າໃນປະຫວັດສາດຂອງຊາດ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຄົບຮອບ 138 ປີ, ພາລະກໍາປະຫວັດສາດຂອງຊົນຊັ້ນກໍາມະກອນໄດ້ຊີ້ໃຫ້ພວກເຮົາເຫັນຢ່າງຈະແຈ້ງວ່າ: ຊົນຊັ້ນກໍາມະກອນແມ່ນຊົນຊັ້ນນໍາໜ້າຂອງຍຸກສະໄໝ, ທັງຕິດພັນກັບພື້ນຖານການຜະລິດ, ມີລະບຽບວິໄນໃນການອອກແຮງງານ, ເປັນຜູ້ມີຫົວຄິດປະດິດສ້າງ, ມີຄວາມສາມດພຽງພໍໃນການສ້າສັງຄົມໃໝ່ທີ່ກ້າວໜ້າສີວິໄລ, ສ້າງສາ ແລະ ພັດທະນາປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ມີຄວາມສາມັກຄີປອງດອງ, ສັງຄົມມີຄວາມສີວິໄລ ແລະ ຍຸຕິທໍາ, ປະຫວັດຄວາມເປັນມາວັນໄຊຊະນະຂອງສະຫະພາບໂຊວຽດເໜືອຟາດຊິດເຢຍລະມັນໃນສົງຄາມໂລກຄັ້ງທີ II ໃນປີ1922 ບັນດາປະຊາຊາດໄດ້ເຕົ້າໂຮມກັນເປັນສະຫະພາບໂຊວຽດ, ເປັນລັດທິສັງຄົມນິຍົມທີ່ໜຸ່ມນ້ອຍລັດທໍາອິດຢູ່ໃນໂລກ, ປະກອບມີ 15 ລັດ, ມີດິນແດນກວມ1/6ຂອງໂລກ ແລະ ພົນລະເມືອງກວ່າ 200 ລ້ານ, ອັນເປັນລະບົບທີ່ແຂງແຮງ, ດັ່ງນັ້ນຈັກກະພັດຈື່ງຫວັງຢາກດັບມອດ ສ.ໂຊວຽດ ອັນນີ້ເປັນສາເຫດກົກ ແລະ ຕົ້ນຕໍຂອງສົງຄາມໂລກຄັ້ງທີ II
ຂ່າວ: ນາງ ສຸນາລີ ອຸ່ນວີໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ