ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ກອງພັນໃຫຍ່ 643ສໍາເລັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VII
ເວລາອອກຂ່າວ: 2024-05-15 14:38:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1205 | ຄວາມນິຍົມ:



ໃນວັນທີ 14 ພຶດສະພາ 2024 ນີ້, ຄະນະບໍລິຫານງານພັກ ກອງພັນໃຫຍ່ 643 ໄດ້ເປີດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີVII ຂຶ້ນ ແລະ ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ, ໂດຍເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຕີ ສາຍໃຈ ກົມມະສິດຄະນະປະຈຳພັກກະຊວງປ້ອງກັນປະເທດ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ພ້ອມດ້ວຍບັນດາສະຫາຍໃນຄະນະພັກກອງພັນໃຫຍ່ 643, ຕະຫຼອດຮອດຜູ້ແທນສະມາຊິກພັກສົມບູນ-ສໍາຮອງ ແລະ ແຂກຖືກເຊີນເຂົ້າຮ່ວມ. ໃນໂອກາດນີ້ສະຫາຍພັນໂທ ບຸນມີ ດວງມະນີຈັນ ເລຂາຄະນະພັກຫົວໜ້າການເມືອງກອງພັນໃຫຍ່ 643ກໍໄດ້ຂຶ້ນຜ່ານບົດລາຍງານການເມືອງທັງສອງພາກ, ເພື່ອສະຫຼຸບຕີລາຄາຄືນກ່ຽວກັບການຈັດຕັ້ງປະຕິບັດ, ການຊີ້ນໍາ-ນຳພາ ແລະ ຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຄະນະພັກໃນໄລຍະ 05 ປີຜ່ານມາໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ສະມາຊິກພັກ ຮັບຮູ້, ເຊື່ອມຊຶມ, ກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ, ຈັດຕັ້ງພະນັກງານຫັນລົງກໍ່ສ້າງ ຮາກຖານບ້ານປະຊາຊົນອອ້ມຂ້າງເເບບມູນເຊື້ອຕາມ 4 ເນື້ອໃນ 4 ຄາດໝາຍ ໂດຍໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ເຄື່ອນໄຫວຕາມຂອບເຂດຄວາມຮັບຜິດຊອບ ຕິດຕາມກໍາແໜ້ນສະພາບ ການເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີ, ບັນດາປະກົດການຫຍໍ້ທໍ້ຕ່າງໆເພື່ອ ຕ້ານ ແລະ ແກ້ໄຂໃຫ້ທັນເວລາ, ຮັກສາໄດ້ຄວາມປອດໄພພາຍໃນກົມກອງມີຄວາມສະຫງົບ 100%, ໃນກອງປະຊຸມຍັງໄດ້ຮັບຮອງຢ່າງເປັນເອກະສັນຕໍ່ເນື້ອໃນອັນລະອຽດໃນບົດລາຍງານການເມືອງທັງ 02 ພາກຂອງຄະນະບໍລິຫານພັກ,ພ້ອມກັນນັ້ນຍັງໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ຂອງບັນດາສະຫາຍຜູ້ແທນສະມາຊິກພັກດ້ວຍບັນຍາກາດທີ່ເປັນລັກສະນະສ້າງສັນ,ກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕ ບ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກຊຸດທີ VII ດ້ວຍຄະແນນເປັນເອກະສັນຮັບຮອງເອົາ 9 ສະຫາຍ ເຊິ່ງມີລາຍຊື່ດັ່ງນີ້; ສະຫາຍ ພັນໂທບຸນມີ ດວງມະນີຈັນ, ສະຫາຍ ພັນເອກ ບົວລອຍ ດວງລາວົງ, ສະຫາຍພັນໂທປະສິດ ພິທັກດີ, ສະຫາຍພັນໂທ ມອນທອງ ອິນຄຳພັນ, ສະຫາຍ ພັນໂທ ແສງຈັນ ຈັນນະສຸກ, ສະຫາຍ ພັນໂທ ອຸ່ນຄຳ ນັນທະວົງ, ສະຫາຍ ພັນໂທ ແສງເພັດ ອຸດທະລັງສີ, ສະຫາຍ ພັນໂທ ແສງດາວ ສຸກສີດາ ແລະສະຫາຍ ພັນໂທ ຖາວອນ ແສງສະທອງ ເຊິ່ງກອງປະຊຸມຄັ້ງປະຖົມມະລຶກນີ້ໄດ້ເປັນເອກະສັນຮັບຮອງເອົາສະຫາຍ ພັນໂທ ບຸນມີ ດວງມະນີຈັນເປັນເລຂາຄະນະພັກ, ສະຫາຍ ພັນເອກ ບົວລອຍ ດວງລາວົງເປັນຮອງເລຂາຄະນະພັກ, ສະຫາຍ ພັນໂທ ອຸ່ນຄຳ ນັນທະວົງເປັນຄະນະປະຈໍາພັກ ທັງເປັນປະທານກວດກາພັກ, ສະຫາຍ ພັນໂທ ສົມຈິດ ຄຳພາເປັນຮອງປະທານກວດກາພັກ ແລະສະຫາຍ ພັນໂທ ວິລະວົງ ພົມມົນຕີເປັນຮອງປະທານກວດກາພັກ. ພາບ+ຂ່າວ: ຄຳໝັ້ນ ຄົງວິໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ