ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ສະຫາຍ ພົນຕີ ສາຍໃຈ ກົມມະສິດ ເຄື່ອນໄຫວຢຽມຢາມແລະກວດກາຄວາມພ້ອມຢູ່ກອງພັນໃຫຍ່ 643
ເວລາອອກຂ່າວ: 2024-05-14 15:02:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1234 | ຄວາມນິຍົມ:



ໃນວັນທີ13 ພຶດສະພາ 2024ນີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຄະນະປະຈຳພັກກະຊວງປ້ອງກັນປະເທດ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ກວດກາຄວາມພ້ອມເປີດກອງກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກຄັ້ງທີVII ຂອງອົງຄະນະພັກກອງພັນໃຫຍ່ເຊິ່ງມີ ສະຫາຍ ພັນໂທ ບຸນມີ ດວງມະນີຈັນ ເລຂາຄະນະພັກຫົວໜ້າການເມືອງກອງພັນໃຫຍ່, ມີສະຫາຍ ພັນເອກ ບົວລອຍ ດວງລາວົງ ຮອງເລຂາຄະນະພັກຫົວໜ້າການທະຫານກອງພັນໃຫຍ່ 643 ພ້ອມດ້ວຍຄະນະພັກ-ຄະນະບັນຊາກອງພັນໃຫຍ່, ກອງພັນນ້ອຍເຂົ້າຮ່ວມຕ້ອນຮັບ. ສະຫາຍ ພັນໂທ ບຸນມີ ດວງມະນີຈັນ ເລຂາຄະນະພັກຫົວໜ້າການເມືອງກອງພັນໃຫຍ່643 ໄດ້ລາຍງານຫຍໍ້ກ່ຽວກັບການກະກຽມຄວາມພ້ອມເປີດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກຄັ້ງທີVII ອົງຄະນະພັກກອງໃຫຍ່643 ເປັນຕົ້ນແມ່ນການກະກຽມດ້ານເນື້ອໃນ, ດ້ານບຸກຄະລາກອນ, ດ້ານຂະບວນການ ແລະ ດ້ານພິທີການກໍ່ຄືການຈັດຕັ້ງແຕ່ລະພາກສ່ວນມາຮອດປະຈຸບັນແມ່ນມີຄວາມພ້ອມ100% ກອງປະຊຸມສາມາດເປີດໄດ້ຕາມແຜນການກຳນົດທີ່ຂັ້ນເທິງວາງອອກ. ໂອກາດນີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຄະນະປະຈໍາພັກກະຊວງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ກໍ່ໄດ້ໂອ້ລົມ ແລະ ຊີ້ນຳຫຼາຍບັນຫາທີ່ມີຄວາມສຳຄັນໃນການກະກຽມເປີດກອງປະຊຸມໃຫຍ່ຄັ້ງນີ້ແລະໄດ້ເນັ້ນໜັກໃຫ້ຄະນະພັກຄະນະບັນຊາກອງພັນໃຫຍ່643 ທຸກພາກສ່ວນຈົ່ງຍົກສູງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດຊີ້ນຳ-ນຳພາກອງປະຊຸມຄັ້ງນີ້ໃຫ້ມີປະສິດທິຜົນ, ມີຄວາມໂປ່ງໄສ ແລະ ມີຜົນສຳເລັດອັນງາມຕາມແຜນການທີ່ກຳນົດໄວ້. ພາບ+ຂ່າວ: ຄຳໝັ້ນ ຄົງວິໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ