ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຈະມີການຈັດງານນັດພົບແຮງງານລາວປະຈຳປີ 2018 ຂຶ້ນໃນກາງເດືອນ ທັນວາ ນີ້
ເວລາອອກຂ່າວ: 2018-11-16 18:16:34 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 96 | ຄວາມນິຍົມ:



ໃນຕອນບ່າຍຂອງວັນທີ 15 ພະຈິກ 2018 ນີ້, ທີ່ຫ້ອງປະຊຸມ ກະຊວງແຮງງານ ແລະ ສະຫວັດ ດີການ-ສັງຄົມໄດ້ຈັດພິທີຖະແຫຼງ ຂ່າວການຈັດງານນັດພົບແຮງ ງານປະຈຳປີ 2018, ໂດຍການ ເຂົ້າຮ່ວມເປັນປະທານ ແລະ ຖະ ແຫຼງຂ່າວ ຂອງທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການ- ສັງຄົມ, ມີບັນດາຜູ້ຕາງໜ້າຈາກ ພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນລາວຂະແໜງການ ຕ່າງໆເຂົ້າຮ່ວມ. ທ່ານ ປອ ຄຳແພງ ໄຊສົມ ແພງ ໄດ້ກ່າວວ່າ: ໃນລະຫວ່າງ ວັນທີ 14-16 ທັນວາ 2018 ນີ້, ກະຊວງແຮງງານ ແລະ ສະຫວັດ ດີການ-ສັງຄົມ ແລະ ບໍລິສັດໄອ ຈ໋ອບຈະໄດ້ຮ່ວມກັນຈັດງານຕະ ຫຼາດນັດແຮງງານຂຶ້ນທີ່ສູນການ ຄ້າທົ່ງຂັນຄຳ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເຊິ່ງການ ຈັດງານນັດພົບແຮງງານ ປະຈຳ ປີ 2018 ນີ້, ເພື່ອເປັນການເປີດ ກວ້າງດ້ານຂໍ້ມູນຂ່າວສານຕະ ຫຼາດແຮງງານ ເຮັດໃຫ້ກຳລັງ ແຮງງານໄດ້ເຂົ້າເຖິງການມີວຽກ ເຮັດງານທຳທີ່ມີຄຸນຄ່າ ແລະ ເປັນ ທຳ, ສ້າງໂອກາດໃຫ້ກຳລັງແຮງ ງານທີ່ຕ້ອງການວຽກເຮັດງານທຳ ແລະ ທົ່ວໜ່ວຍແຮງງານ ຕ່າງໆໄດ້ພົບປະປຶກສາຫາລືກັນ ກ່ຽວກັບການຮັບສະໝັກງານ ແລະ ການພັດທະນາສີມືແຮງງານ ທີ່ສອດຄ່ອງກັບຄວາມຕ້ອງການ ຂອງຕະຫຼາດແຮງງານ, ທັງເປັນ ການສ້າງເງື່ອນໄຂໃຫ້ຜູ້ປະກອບ ການທຸລະກິດ ແລະ ຜູ້ຊອກວຽກ ເຮັດງານທຳໄດ້ມາພົບກັນ, ພ້ອມ ທັງເປີດໂອກາດໃຫ້ນັກຮຽນຮູ້, ນັກສຶກສາ ແລະ ປັນຍາຊົນໄດ້ຍື່ນ ໃບສະໝັກວຽກກັບໜ່ວຍງານ, ອົງກອນ ຫຼື ບໍລິສັດໂດຍກົງ ແລະ ຍັງເປັນອີກຊ່ອງທາງໜຶ່ງທີ່ບໍລິ ສັດ ແລະ ໂຄງການລົງທຶນຕ່າງໆ ຈະໄດ້ຄັດເລືອກເອົານັກສຶກສາ ໄປເຝິກງານ ຫຼື ຮັບບັນຈຸເຂົ້າເປັນ ພະນັກງານໃນອົງກອນ ຫລື ບໍລິ ສັດຂອງຕົນໃນອະນາຄົດ ພ້ອມ ດຽວກັນນັ້ນຍັງເປັນໂອກາດໃນ ການປະຊາສຳພັນກ່ຽວກັບອົງ ກອນ ຫຼື ບໍລິສັດຂອງຕົນຕໍ່ສັງຄົມ ແລະ ທັງເປັນການປະກອບສ່ວນ ເຂົ້າໃນການພັດທະນາຕະຫຼາດ ແຮງງານຢູ່ໃນ ສປປ ລາວ ອີກ ດ້ວຍ. ການຈັດງານນັດພົບແຮງ ງານສຳລັບປີ 2018 ນີ້ ຈະໄດ້ ມີການຕັ້ງຮ້ານວາງສະແດງ ຂອງຫົວໜ່ວຍທຸລະກິດ, ຫົວ ໜ່ວຍການຜະລິດ, ການບໍລິການ ແລະ ບໍລິສັດບໍລິການຈັດຫາງານ ເພື່ອໃຫ້ຄຳແນະນຳຂັ້ນຕອນ ການສະໝັກງານ, ການຂຶ້ນທະ ບຽນ, ການສຳພາດ ແລະ ການ ເຮັດສັນຍາແຮງງານ, ຈະມີບັນ ດາສູນເຝິກ ແລະ ວິທະຍາໄລ ຕ່າງໆສະແດງກິດຈະກຳການ ເຝິກ, ການໃຫ້ການແນະນຳດ້ານ ອາຊີບ ແລະ ຈະມີການວາງສະ ແດງສິນຄ້າຫັດຖະກຳ, ຜະລິດຕະ ພັນກະສິກຳ, ຜະລິດຕະພັນພູມປັນ ຍາຂອງຊາວບ້ານ ແລະ ອື່ນໆ. ນອກຈາກນັ້ນຍັງມີການເປີດຈຸດ ບໍລິການຈັດຫາງານຂອງ 9 ແຂວງ (ແຂວງອຸດົມໄຊ, ໄຊຍະ ບູລີ, ຫຼວງພະບາງ, ວຽງຈັນ, ນະຄອນຫຼວງ, ບໍລິຄຳໄຊ, ຄຳ ມ່ວນ, ສະຫວັນນະເຂດ ແລະ ຈຳ ປາສັກ) ເພື່ອອຳນວຍຄວາມສະ ດວກໃຫ້ຄຳປຶກສາໃຫ້ທັງຜູ້ຊອກ ວຽກເຮັດງານທຳ ແລະ ຜູ້ໃຊ້ ແຮງງານກ່ຽວກັບການຂຶ້ນທະ ບຽນ ແລະ ການນຳໃຊ້ເວັບໄຊບໍ ລິການຈັດຫາງານສາທາລະນະ ຊົນ, ພ້ອມກັນນັ້ນ ງານນັດພົບ ແຮງງານປີ 2018 ນີ້ຍັງຈະມີ ບັນດາບໍລິສັດ, ຫົວໜ່ວຍແຮງ ງານ ແລະ ໂຄງການລົງທຶນ ຕ່າງໆທີ່ມີຄວາມຕ້ອງການແຮງ ງານເພື່ອບັນຈຸເຂົ້າຕຳແໜ່ງວ່າງ ເຖິງ 2.000 ກວ່າຕຳແໜ່ງທີ່ລໍ ຖ້າການຮັບສະໝັກງານ, ຄາດຄະ ເນວ່າຈະມີກຳລັງແຮງງານທີ່ ພວມຊອກວຽກເຮັດ, ຜູ້ວ່າງງານ, ຜູ້ຕ້ອງການປ່ຽນວຽກໃໝ່ ແລະ ນັກຮຽນນັກສຶກສາທີ່ຮຽນຈົບ ຈາກສະຖາບັນການສຶກສາແຫ່ງ ຕ່າງໆເຂົ້າຮ່ວມຫຼາຍກວ່າ 4.000 ຄົນ. ມາຮອດມື້ນີ້ ກໍໄດ້ສຳເລັດ ການກະກຽມຄວາມພ້ອມທັງໃນ ຮູບແບບຂອງງານ, ການກຳນົດ ລາຍການພາຍໃນງານ, ການໂຄ ສະນາ ແລະ ການປະຊາສຳພັນ ໄດ້ເຜີຍແຜ່ໄປຢ່າງກວ້າງຂວາງ. ການຈັດງານຕະຫຼາດນັດແຮງ ງານໃນຄັ້ງນີ້ພວກເຮົາໄດ້ຮັບ ການສະໜັບສະໜູນຈາກການຈັດ ຕັ້ງລັດ, ຫົວໜ່ວຍທຸລະກິດ, ບໍລິ ສັດ, ຫ້າງຮ້ານ ແລະ ອົງກອນ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ການສະໜັບສະໜູນກວ່າ 90 ຫົວໜ່ວຍ. ໂດຍ: ນາງ ປ໋ອກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ