ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ວັນທີ1 ພຶດສະພາ 1886 ໄດ້ກາຍເປັນນິຕິໝາຍທີ່ສໍາຄັນຂອງວັນກໍາມະກອນສາກົນໃນທົ່ວໂລກ
ເວລາອອກຂ່າວ: 2024-04-24 13:44:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1460 | ຄວາມນິຍົມ:



ໃນໂອກາດສະເຫຼີມສະຫຼອງວັນກໍາມະກອນສາກົນ ຄົບຮອບ 138 ປີ, ຄືວັນທີ 1/5/1886–1/5/2024 ທີ່ໃກ້ຈະມາເຖິງໃນມໍ່ໆນີ້, ໃຫ້ເຕັມໄປດ້ວຍຄວາມໝາຍສໍາຄັນອັນເລິກເຊິ່ງ. ສະຫາຍ ພັນເອກ ບຸນທົງ ກອງເທດມະນີ ຫົວໜ້າອໍານວຍການບໍລິສັດ ລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ, ໄດ້ໃຫ້ທັດສະນະສະແດງຄວາມຮູ້ສຶກຕໍ່ການກໍາເນີດເຕີບໃຫຍ່ຂະຫຍາຍຕົວຂອງຂະບວນການກໍາມະກອນສາກົນ, ຄືດັ່ງທີ່ເຮົາຮູ້ນໍາກັນແລ້ວວ່າ, ວັນທີ1 ພຶດສະພາ ເປັນວັນກໍາມະກອນສາກົນໃນທົ່ວໂລກ. ເວົ້າລວມ, ເວົ້າສະເພາະ ກໍຄືກໍາມະກອນ ແລະ ຊາວຜູ້ອອກແຮງງານໃນ ສປປ ລາວ, ໃນທ້າຍສະຕະວັດທີ18 ຫາຕົ້ນສະຕະວັດທີ19 ຫຼາຍປະເທດຢູ່ໃນທະວີບເອີຣົບ ແລະ ອາເມລິກາໄດ້ສໍາເລັດການໂຄ່ນລົ້ມລະບອບສັກດິນາ ແລະ ສ້າງຕັ້ງລະບອບນາຍທຶນຂຶ້ນແທນ, ພາຍໃຕ້ການປົກຄອງຂອງພວກນາຍທຶນ, ຊົນຊັ້ນກຳມະກອນຖືກກົດຂີ່ຂູດຮີດນັບມື້ໜັກໜ່ວງເຊັ່ນ: ນາຍທຶນບັງຄັບກຳມະກອນເຮັດວຽກໃນມື້ໜຶ່ງ 14-15 ຊົ່ວໂມງ, ການອອກແຮງງານສຸດທີ່ລໍາບາກ ແລະ ມີຄວາມສ່ຽງສູງຕໍ່ຊີວິດ ເນື່ອງຈາກລະບົບປ້ອງກັນໄພຂອງເຄື່ອງຈັກໃນເວລານັ້ນຍັງບໍ່ທັນມີ, ນາຍທຶນນັບມື້ເພີ່ມທະວີການບັງຄັບຂົ່ມເຫັງໃຫ້ກຳມະກອນອອກແຮງງານໂດຍບໍ່ມີເວລາພັກຜ່ອນ, ການອອກແຮງງານໜັກແຕ່ຄ່າແຮງງານພັດຖືກ, ການປ້ອງກັນສຸຂະພາບ ແລະຄວາມປອດໄພແຮງງານໃນສະຖານທີ່ເຮັດວຽກບໍ່ດີ, ບໍ່ເອົາໃຈໃສ່ກ່ຽວກັບສະຫວັດດີການ-ສັງຄົມຈຶ່ງພາໃຫ້ເກີດມີຂໍ້ຂັດແຍ່ງຂຶ້ນ ແລະ ຂໍ້ຂັດແຍ່ງດັ່ງກ່າວນັບມື້ນັບຮຸນແຮງ, ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານຈໍາເປັນຈຶ່ງໄດ້ຈັດຕັ້ງເປັນກຸ່ມ, ເປັນຂະບວນລຸກຮື້ຂຶ້ນຕໍ່ສູ້ກັບຊົນຊັ້ນນາຍທຶນ, ທວງໃຫ້ພວກນາຍທຶນເພີ່ມເງິນເດືອນ ແລະ ຫຼຸດຜ່ອນຊົ່ວໂມງເຮັດວຽກລົງ, ໃນເດືອນ11/1884 ຢູ່ເມືອງຫຼວງຊີກາໂກ ຊຶ່ງເປັນຈຸດໃຈກາງອຸດສາຫະກໍາຂອງປະເທດອາເມລິກາ, ຊົນຊັ້ນກຳມະກອນໄດ້ມີການຕໍ່ສູ້ກັບພວກນາຍທຶນຢ່າງຮຸນແຮງ ເພື່ອທວງໃຫ້ເພີ່ມເງິນເດືອນ, ຫຼຸດຜ່ອນຊົ່ວໂມງເຮັດວຽກ, ຍ້ອນການຕໍ່ສູ້ອັນດຸເດືອດຂອງຊົນຊັ້ນກຳມະກອນ ເພື່ອທວງເອົາສິດຂອງຕົນ, ກອງປະຊຸມໃຫຍ່ຂອງສະຫະພັນແຮງງານອາເມລິກາຈຶ່ງໄດ້ອອກມະຕິ ແລະ ໄດ້ລະບຸໄວ້ວ່າ: ເລີ່ມແຕ່ວັນທີ1/5/1886 ເປັນຕົ້ນໄປກຳມະກອນ ຈະເຮັດວຽກມື້ໜຶ່ງ 8 ຊົ່ວໂມງ, ມະຕິດັ່ງກ່າວໄດ້ກາຍເປັນນິຕິໝາຍທີ່ສໍາຄັນໃນການຮຽກຮ້ອງ, ປຸກຕື່ນໃຫ້ການຈັດຕັ້ງກຳມະກອນ ແລະ ຊາວຜູ້ອອກແຮງງານກຽມພ້ອມຕໍ່ສູ້ເພື່ອທວງເອົາສິດຂອງຕົນ, ວັນທີ1/5/1886 ເປັນເທື່ອທໍາອິດຢູ່ປະເທດອາເມລິກາທີ່ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໄດ້ມີການຕໍ່ສູ້ສົມທົບກັບການຖະແຫຼງຄໍາຮຽກຮ້ອງຢ່າງແຂງແຮງວ່າ: ແຕ່ນີ້ຕໍ່ໄປຈະບໍ່ໃຫ້ກຳມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງເຮັດວຽກ, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮໍ່າຮຽນ ໃນມື້ນັ້ນໄດ້ມີກຳມະກອນນັດຢຸດງານເຖິງ 5.000 ແຫ່ງໃນຕົວເມືອງໃຫຍ່ຂອງປະເທດອາເມລິກາເຊັ່ນ: ນິວຢອກ, ບານຕິມໍ, ວໍຊິງຕັນ ແລະ ແຫ່ງອື່ນໆ, ມີຜູ້ເຂົ້າຮ່ວມເຖິງ 3 ແສນ 4 ໝື່ນຄົນ, ໄດ້ຮຽກຮ້ອງ ແລະ ບັງຄັບໃຫ້ນາຍທຶນຕ້ອງຮັບຮອງເອົາສິດໃນການເຮັດວຽກຂອງກຳມະກອນມື້ໜຶ່ງ 8 ຊົ່ວໂມງ. ນັບແຕ່ມື້ມີວັນກຳມະກອນສາກົນເປັນຕົ້ນມາ, ຂະບວນການຕໍ່ສູ້ຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນບັນດາປະເທດນາຍທຶນ ແລະ ຫົວເມືອງຂຶ້ນໄດ້ກາຍເປັນກະແສຟອງຢ່າງຟົດເດືອດເປັນຕົ້ນແມ່ນ ພາຍຫຼັງການປະຕິວັດເດືອນຕຸລາຣັດເຊຍສຳເລັດຜົນ ແລະ ພາຍຫຼັງການກຳເນີດສະພາແຮງງານສາກົນຂະບວນການກໍາມະກອນໄດ້ກຳເນີດຂຶ້ນ ແລະ ໄດ້ຂະຫຍາຍທົ່ວເຂດພາກພື້ນອາຊີ ແລະ ອາເມລິກາລາຕີນ, ຫຼັງຈາກສົງຄາມໂລກຄັ້ງທີ II, ຂະບວນການກຳມະບານ ກໍ່ໄດ້ແຜ່ລາມໄປຮອດອາຟຣິກາ ແລະ ການຕໍ່ສູ້ນັບມື້ນັບມີຫຼາຍຮູບຫຼາຍສີເຊັ່ນ: ຂະບວນການຕໍ່ສູ້ຕ້ານທຸກຮູບການກົດຂີ່ຂູດຮີດຂອງບັນດາບໍລິສັດ ກວມໂລກຂອງພວກນາຍທຶນຕໍ່ສູ້ເພື່ອທວງໃຫ້ສ້າງພື້ນຖານເສດຖະກິດແບບກຸ້ມຕົນເອງ, ຕ້ານການເປັນລູກໜີ້ຂອງຕ່າງປະເທດ, ຕ້ານອັນທີ່ເອີ້ນວ່າ: ເຂດແລກປ່ຽນແບບເສລີ ແລະ ເຂດມີນະໂຍບາຍຕໍ່ສິນຄ້າຂາອອກ, ຊຶ່ງທາດແທ້ເຂດລ່າເມືອງຂຶ້ນແບບໃໝ່ແມ່ນຮູບການຂຸດຮີດແບບຮ້າຍກາດເພາະ ບັນດາບໍລິສັດ ກວມໂລກ ຍູທາງເຮັດຕາມໃຈ ບໍ່ມີການຄວບຄຸມໃດໆ ທາງດ້ານກົດໝາຍກ່ຽວກັບແຮງງານ ແລະ ນະໂຍບາຍຂອງປະເທດກ່ຽວຂ້ອງ, ຊົນຊັ້ນກຳມະກອນ ແລະ ກໍາມະບານຢູ່ຫຼາຍປະເທດກຳລັງພັດທະນາໄດ້ຮ່ວມກັນກັບບັນດາອົງການຈັດຕັ້ງທີ່ກ້າວໜ້າອື່ນໆ ນໍາພາປະຊາຊາດຂອງຕົນໄປຕາມເສັ້ນທາງຂະຫຍາຍຕົວຂອງສັງຄົມນິຍົມ, ພວກເຂົາຕໍ່ສູ້ຢ່າງເດັດດ່ຽວ ເພື່ອປະຊາທິປະໄຕ, ເພື່ອສັນຕິພາບ, ຕ້ານການຊ່ວງເສັງອາວຸດ, ຕ້ານອາວຸດນິວເຄຼຍ, ຕ້ານສົງຄາມໝູ່ດາວ, ຮຽກຮ້ອງໃຫ້ລັດຖະບານແບ່ງກ້ອນທຶນທີ່ຖອກເທ ໃຫ້ການທະຫານເປັນທຶນແຫ່ງການຜະລິດຮັບໃຊ້ມວນຊົນ, ຕ້ານການຢຸດສະງັກຂອງບັນດາໂຮງຈັກ, ໂຮງງານ, ບັນດາເຂດອຸດສາຫະກຳ ຊຶ່ງເປັນຕົ້ນເຫດພາໃຫ້ເກີດໄພຫວ່າງງານ, ການຫຼຸດເງິນເດືອນຂອງກຳມະກອນ ແລະ ຊີວິດການເປັນຢູ່ຂອງພາລະກອນ, ກຳມະກອນທີ່ນັບມື້ຖືກຕົກຕໍ່າ, ຂະບວນການຕໍ່ສູ້ຂອງຊົນຊັ້ນກຳມະກອນຮຸນແຮງຂຶ້ນເທົ່າໃດ,ພວກນາຍທຶນແຫ່ງເພີ່ມທະວີການໂຈມຕີແບ່ງແຍກ ແລະ ປາບປາມກຳມະກອນ ແລະ ຊາວຜູ້ອອກແຮງງານຫຼາຍຂຶ້ນເຮັດໃຫ້ມີຜູ້ຫວ່າງງານ, ຜູ້ອຶດຫິວເພີ່ມຂຶ້ນ.ເພື່ອລະນຶກເຖິງວັນປະຫວັດສາດດັ່ງກ່າວ ກໍຄື ວັນກໍາມະກອນສາກົນ ໃຫ້ມີຄວາມໝາຍສໍາຄັນ ແລະ ເລິກເຊິ່ງ, ໂດຍຖືເອົາສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ ເປັນຫຼັກ, ໃຫ້ເຂົາເຈົ້າໄດ້ຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມມູນເຊື້ອປະຫວັດຄວາມເປັນມາຂອງວັນສໍາຄັນດັ່ງກ່າວ, ໂດຍແນໃສ່ປຸກລະດົມ, ສ້າງຈິດສຳນຶກໃຫ້ແກ່ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ໃຫ້ມີຄວາມບຸກບືນ, ຫ້າວຫັນ, ຕັ້ງໜ້າປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານກຳມະບານ, ສ້າງຂະບວນການແຂ່ງຂັນປະຕິບັດໜ້າທີ່ວິຊາສະເພາະ, ຂະບວນການແຂ່ງຂັນການຜະລິດໃຫ້ໄດ້ຫຼາຍຂຶ້ນ, ປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກໍາມະບານລາວ ໂດຍຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມຜູ້ແທນຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໃຫ້ປະກົດຜົນເປັນຈິງ. ໃນໂອກາດນີ້, ຂໍອວຍພອນໄຊອັນປະເສີດໃຫ້ການນໍາພັກ-ລັດ, ການນໍາກະຊວງປ້ອງກັນປະເທດ ຈົ່ງມີສຸຂະພາບແຂງແຮງ, ມີພາລະນາໄມສົມບູນ, ສືບຕໍ່ຊີ້ນໍາ-ນໍາພາ ການພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງສີວິໄລ, ອວຍພອນບັນດາທ່ານ, ບັນດາສະຫາຍພະນັກງານສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານທຸກຄົນ ຈົ່ງມີສຸຂະພາບແຂງແຮງ ພ້ອມກັນສູ້ຊົນພັດທະນາປະເທດຊາດຂອງພວກເຮົາໃຫ້ກ້າວຂຶ້ນສູ່ປະເທດທີ່ຄວາມຈະເລີນຮຸ່ງເຮືອງສີວິໄລຕະຫຼອດໄປ. ໂດຍ: ຄໍາປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ