ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ກອງພັນ​ໃຫຍ່ 302 ບາສີ​ສູ​ຂັວນ​ປີ​ໃໝ່​ລາວ ພສ 2567
ເວລາອອກຂ່າວ: 2024-04-24 09:03:45 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 724 | ຄວາມນິຍົມ:



ກາງເດືອນເມສາ 2024 ນີ້, ກອງພັນ​ໃຫຍ່ 302 ກອງ​ພົນ​ທີ 3 ໄດ້​ຈັດ​ພິທີ​ບາສີສູ່ຂວັນ​ສົ່ງ​ທ້າຍ​ປີ​ເກົ່າ ແລະ ຕ້ອນຮັບ​ປີ​ໃໝ່ລາວ ພສ 2567 ໂດຍ​​ມີ​ສະຫາຍ ພັນ​ເອກ ຄຳ​ສອນ ໄຊ​ສົງຄາມ ເລຂາ​ຄະນະ​ພັກ, ຫົວໜ້າ​ການ​ທະຫານ ກອງ ພັນ​ໃຫຍ່ 302 ພ້ອມ​ດ້ອຍ​ຄະນະ​ພັກ-ຄະນະ​ບັນຊາ, ພະນັກງານ-ນັກຮົບ ທົ່ວ​ກອງພັນ​ໃຫຍ່ 302 ແລະ ອົງ​ການຈັດຕັ້ງ​ບ້ານ​ອ້ອມ​ຂ້າງ​ເຂົ້າ​ຮ່ວມ. ໂອກາດ​ນີ້, ສະຫາຍ ພັນ​ເອກ ​ສອນ ໄຊ​ສົງຄາມ ໄດ້​ຕາງ​ໜ້າ​ຄະນະ​ພັກ-ຄະນະ​ບັນຊາ ກ່າວ​ວ່າ: ການຈັດຕັ້ງ​ບາສີສູ່ຂວັນ​ໃນ​ຄັ້ງ​ນີ້, ເພື່ອ​ເປັນ​ການ​ຮັກສາ​ມູນເຊື້ອ ວັດທະນະທຳ, ຮີດ​ຄອງ​ປະເພນີ ອັນ​ດີງາມ​ຂອງ​ຊາດ​ລາວ ທີ່​ເຄີຍ​ປະຕິບັດ​ກັນ​ມາ​ແຕ່ບູຮານ​ນະ​ການ ເປັນຕົ້ນ​ແມ່ນ ປະຕິບັດ​ຕາມ​ຮິດ​ສິບ​ສອງ​ຄອງ​ສິບ​ສີ່, ທັງ​ເປັນ​ການ​ເສີມ​ສ້າງ​ຄວາມ​ສາມັກຄີ​ຮັກແພງ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ລະຫວ່າງ​ຄະນະ​ພັກ-ຄະນະ​ບັນຊາ, ພະນັກງານ-ນັກຮົບ​ທົ່ວ​ກອງພັນ​ໃຫຍ່ 302 ແລະ ບ້ານ​ອ້ອມ​ຂ້າງ ເພື່ອ​ຮັບ​ໂຊກ​ຮັບ​ໄຊ​ຕະຫຼອດ​ປີ​ໃໝ່​ນີ່້ ພ້ອມ​ທັງ, ອວຍພອນ​ໄຊ​ອັນ​ປະເສີດ ໃຫ້​ຄະນະ​ພັກ-ຄະນະ​ບັນຊາ, ພະນັກງານ-ນັກຮົບ​ທົ່ວ​ກອງພັນ​ໃຫຍ່ 302 ຈົ່ງ​ມີ​ສຸຂະພາບ​ເຂັ້ມແຂງ, ມີ​ຄວາມ​ຜາ​ສຸກ​ໃນ​ຊີວິດ​ສ່ວນ​ຕົວ ແລະ ຄອບຄົວ ເຮັດ​ສຳເລັດ​ໜ້າທີ່​ອັນ​ມີ​ກຽດ ທີ່​ພັກ-ລັດ ກໍ​ຄື​ປະເທດ​ຊາດ​ມອບ​ໝາຍ​ໃຫ້ ແລະ ພ້ອມ​ກັນ​ຮັກສາ​ຮີດ​ຄອງ​ປະເພນີ​ອັນ​ດີງາມ ທີ່​ເຄີຍ​ປະຕິບັດ​ກັນ​ມາ​ແຕ່​ດົນ​ນານ ໃຫ້​ຄົງ​ຢູ່​ກັບ​ສັງ​ຄົມລາວວ​ຕະຫຼອດ​ໄປ. ຈາກ​ນັ້ນ, ຫຼາຍ​ພາກສ່ວນ​ໄດ້​ນຳ​ເອົາ​ກະຕ່າ​ຂອງຂວັນ​ມອບ​ໃຫ້ ຄະນະ​ພັກ-ຄະນະ​ບັນຊາ ພ້ອມ​ທັງ ທຳ​ພິທີ​ຕາມ​ຮີດຄອງ​ກຸລາ​ບາສີ ຫົດ​ສົງ​ນ້ຳ​ອວຍພອນ​ເຊິ່ງ​ກັນ ແລະ ກັນ ດ້ວຍ​ບັນຍາກາດ​ມ່ວນຊື່ນ, ຈົບງາມ​ຖືກຕ້ອງ​ຕາມ​ຮີດຄອງ​ປະເພນີ​ອັນ​ດີງາມ​ຂອງ​ຊາດ​ລາວ. ​ ໂດຍ: ພອນ​ແກ້ວ ວິໄລ​ສັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ