ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 21 ມີນາ 2025

  

ຫ້ອງ​ພະລາທິການ ກອງ​ພົນ​ທີ 4 ມອບ​ຍ້ອງຍໍ​ຜົນງານ 5 ປີ
ເວລາອອກຂ່າວ: 2024-04-24 09:02:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 671 | ຄວາມນິຍົມ:



ກາງເດືອນເມສາ 2024 ນີ້, ຫ້ອງ​ພະລາທິການ ກອງ​ພົນ​ທີ 4 ໄດ້​ຈັດ​ຕັ້ງ​ມອບ​ຍ້ອງຍໍ​ຜົນງານ​ໄລຍະ 5 ປີ ເນື່ອງ​ໃນ​ໂອກາດ​ສະ ເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ​ຄົບຮອບ 75 ປີ, ໂດຍ​ເປັນ​ປະທານ ​ຂອງ ສະຫາຍ ພັນ​ເອກ ວິ​ເລີດ ສວຍ​ມາລີ ຫົວໜ້າ​ຫ້ອງ​ພະລາທິການ ກອງ​ພົນ​ທີ 4, ມີ ຄະນະ​ຫ້ອງ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ແກ້ວ​ຄຳ​ວົງ ສ້ອຍ​ສີ​ສຸ​ລາດ ຮອງ​ຫົວໜ້າ​ຫ້ອງ​ພະ​ລາ​ທິການ ກອງ​ພົນ​ທີ 4 ໄດ້​ຜ່ານ​ຂໍ້​ຕົກລົງ ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ມອບ​ຫຼຽນ​ໄຊ​ພິລະ​ອາດ​ຫານ ແລະ ໃບ​ຍ້ອງຍໍ, ຂໍ້​ຕົກລົງ ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ​ການ​ມອບ​ໃບ​ຍ້ອງຍໍ ໂດຍ​ອີງ​ຕາມ ດຳລັດ ​ຂອງ​ນາຍົກລັດຖະມົນຕີ ວ່າ​ດ້ວຍ​ການ​ແຂ່ງຂັນ​ຍ້ອງຍໍ ແລະ ອີງ​ຕາມ ​ຄຳ​ສັ່ງ​ແນະນຳ ຂອງ​ກະຊວງ​ປ້ອງ​ກັນ​ປະເທດ​ວ່າ​ດ້ວຍ​ການ​ຄັດ​ເລືອກ​ຜົນງານ 5 ປີ ເພື່ອ​ຂໍ່ານັບ​ຮັບ​ຕ້ອນວັນ​ສ້າງຕັ້ງ​ກອງທັບປະຊາຊົນ​ລາວ ຄົບຮອບ 75 ປີ. ສຳລັບ​ປະເພດ​ຫຼຽນ​ໄຊ ແລະ ໃບ​ຍ້ອງຍໍ ທີ່​ໄດ້​ຮັບ ​ຂອງ​ຫ້ອງ​ພະລາທິການ ກອງ​ພົນ​ທີ 4 ​ປະກອບ​ມີ: ຫຼຽນ​ໄຊ​ພິລະ​ອາດ​ຫານ ​ຊັ້ນ I ຈຳນວນ 1 ສະຫາຍ, ຫຼຽນ​ໄຊ​ພິລະ​ອາດ​ຫານ ຊັ້ນ II ຈຳນວນ 1 ສະຫາຍ, ຫຼຽນ​ໄຊ​ພິລະ​ອາດ​ຫານ ຊັ້ນ III ຈຳນວນ 26 ສະຫາຍ, ໃບ​ຍ້ອງຍໍ​ກະຊວງ​ປ້ອງ​ກັນ​ປະເທດ ຈຳນວນ 3 ສະຫາຍ, ມອບ​ຫຼຽນ​ກຽດ​ຕິ​ຄຸນ​ກອງທັບ ຈຳນວນ 1 ສະຫາຍ. ຈາກ​ນັ້ນ, ຍັງ​ໄດ້​ມອບ​ໃບຢັ້ງຢືນ​ໜ່ວຍ​ພັກ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ປະຈຳ​ປີ 2023 ຈຳນວນ 3 ໜ່ວຍພັກ ຕື່ມ​ອີກ. ໂດຍ: ສຸ​ລິ​ວັນ ແສນ​ບຸດຕະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ