ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ທະຫານເຂດ 4 ສສ ຫວຽດນາມ ແລະ ທະຫານຊາຍແດນແຂວງເທື່ອທຽນເຫວ້ ອວຍພອນ ທະຫານແຂວງສາລະວັນ
ເວລາອອກຂ່າວ: 2024-04-11 13:17:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2270 | ຄວາມນິຍົມ:



ວັນທີ 10 ເມສາ 2024 ນີ້, ກອງບັນຊາການທະຫານເຂດ 4 ສສ ຫວຽດນາມ ເຊິ່ງນຳໂດຍ ສະຫາຍ ພົນຕີ ຮ່າທໍ້ບິ່ນ ຫົວໜ້າກອງບັນຊາການທະຫານເຂດ 4 ພ້ອມດ້ວຍຄະນະ ແລະ ກອງບັນຊາການທະຫານຊາຍແດນແຂວງເທື່ອທຽນເຫວ້ ເຊິ່ງນໍາໂດຍ ສະຫາຍ ພັນໂທ ຮວ່າງມິງຮຸງ ຫົວໜ້າກອງບັນຊາການທະຫານຊາຍແດນແຂວງເທື່ອທຽນເຫວ້ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງສາລະວັນ ເນື່ອງໃນໂອກາດວັນເທດສະການ ບຸນປີໃໝ່ລາວ ພສ 2567, ໂອກາດດັ່ງກ່າວ, ສະຫາຍ ພົນຕີ ຮ່າທໍ້ບິ່ນ ຫົວໜ້າກອງບັນຊາການທະຫານເຂດ 4 ໄດ້ຕາງໜ້າໃຫ້ຄະນະ ພ້ອມດ້ວຍນາຍ ແລະ ພົນທະຫານ ທົ່ວກອງທັບປະຊາຊົນ ຫວຽດນາມ ກ່າວຄຳອວຍພອນອັນປະເສີດ ເນື່ອງໃນໂອກາດວັນບຸນປີໃໝ່ລາວ ພສ 2567 ພ້ອມທັງສະແດງຄວາມຂອບໃຈທີ່ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ເຊິ່ງສະແດງເຖິງຄວາມສາມັກຄີພິເສດ ໄມຕີຈິດມິດຕະພາບ, ການຮ່ວມມືພິເສດລະຫວ່າງສອງພັກ-ສອງລັດ ແລະ ສອງກອງທັບລາວ- ຫວຽດນາມ ຫວຽດນາມ-ລາວ ທີ່ມີມາແຕ່ດົນນານ ເວົ້າສະເພາະກໍ່ຄືກອງບັນຊາການທະຫານແຂວງສາລະວັນ ກັບກອງບັນຊາການທະຫານເຂດ 4 ແລະ ກອງບັນຊາການທະຫານຊາຍແດນແຂວງເທື່ອທຽນເຫວ້ ພ້ອມກັນສືບຕໍ່ຮັດແໜ້ນຄວາມສາມັກຄີພິເສດ ແລະ ຮ່ວມມືຮອບດ້ານກັບກອງທັບປະຊົນລາວ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ, ພ້ອມທັງໄດ້ນຳຂອງຂັວນຈຳນວນໜຶ່ງມາມອບໃຫ້ກອງບັນຊາການທະຫານແຂວງສາລະວັນ. ຈາກນັ້ນ, ສະຫາຍ ພົນຈັດຕະວາ ພູວັນ ພິມມະຈັນ ຫົວໜ້າການເມືອງກອງບັນຊາການທະຫານແຂວງສາລະວັນ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງ ພ້ອມທັງອວຍພອນໄຊອັນປະເສີດ ມາຍັງກອງບັນຊາການທະຫານເຂດ 4 ແລະ ກອງບັນຊາການທະຫານຊາຍແດນແຂວງເທື່ອທຽນເຫວ້ ຕະຫຼອດຮອດນາຍ ແລະ ພົນທະຫານ ທົ່ວກອງທັບປະຊາຊົນຫວຽດນາມ ຈົ່ງມີສຸຂະພາບເຂັ້ມແຂງ ພ້ອມກັນເຮັດສຳເລັດທຸກໜ້າທີ່ວຽກງານທີ່ພັກ-ລັດ ມອບໝາຍໃຫ້ ພ້ອມກັນເອົາໃຈໃສ່ປັບປຸງກໍ່ສ້າງກົມກອງຂອງຕົນ ໃຫ້ເຕີບໃຫຍ່ເຂັ້ມແຂງຂື້ນ ຢ່າງບໍ່ຢຸດຢັ້ງ ອີກທັງຍັງໃຫ້ຄຳໝັ້ນສັນຍາວ່າ ຈະເຮັດທຸກສິ່ງທຸກຢ່າງ ເພື່ອເພີ່ມພູນຄູສ້າງ ຮັດແໜ້ນຄວາມສາມັກຄີສະໜິດ ສະໜົມແບບພິເສດ,ຄວາມຮັກແພງອັນອົບອຸ່ນ, ໄມຕີຈິດມິດຕະພາບ, ສາຍພົວພັນອັນຫຍິ່ງໃຫຍ່, ການຮ່ວມມືຮອບດ້ານລະຫວ່າງສອງພັກ-ສອງລັດ ແລະ ສອງກອງທັບຫວຽດນາມ-ລາວ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດກາລະນານ. ໂດຍ: ສຸຂາວພອນ ສອນນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ