ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ອົງການຈັດຕັ້ງມະຫາຊົນ ຈັດພິທີບາສີສູ່ຂວັນປີໃໝ່ ໃຫ້ຄະນະພັກ-ຄະນະບັນຊາກອງພົນທີ1
ເວລາອອກຂ່າວ: 2024-04-11 13:03:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2267 | ຄວາມນິຍົມ:



ໃນວັນທີ 10 ເມສາ 2024 ຜ່ານມານີ້, ອົງການຈັດຕັ້ງມະຫາຊົນ ( ຊາວໜຸ່ມ-ແມ່ຍິງ ) ແຕ່ລະອົງການ, ກົມກອງ ທົ່ວກອງພົນທະຫານຮາບທີ1 ເຊິ່ງນໍາໂດຍ ສະຫາຍ ພັນໂທ ນາງ ປ້ອມ ພົມມາລາ ຫົວໜ້າພະແນກສະຫະພັນແມ່ຍິງ ກອງພົນທະຫານຮາບທີ1 ໄດ້ຈັດພິທີບາສີສູ່ຂວັນປີໃໝ່ ໃຫ້ຄະນະພັກ-ຄະນະບັນຊາກອງພົນທີ1, ໂດຍເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ເລຂາຄະນະພັກ ຫົວໜ້າການເມືອງກອງພົນ ແລະ ສະຫາຍ ພົນຈັດຕະວາ ອຸ່ນຈັນ ແດງວັນສົມ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນ ພ້ອມຄະນະ, ມີຄະນະພັກ-ຄະນະບັນຊາແຕ່ລະອົງການ-ກົມກອງ, ມີອໍານາດການປົກຄອງທ້ອງຖິ່ນ, ແຂກຖືກເຊີນຈາກບັນດາບໍລິສັດ-ຫ້າງຮ້ານ ແລະ ພະນັກງານ - ນັກຮົບ ທົ່ວກົມກອງເຂົ້າຮ່ວມຢ່າງຫຼວງຫຼາຍ. ການບາສີສູ່ຂວັນເນື່ອງໃນໂອກາດປີໃໝ່ລາວນີ້ ມັນແມ່ນປະຕິບັດຕາມຮີດສິບສອງ-ຄອງສິບສີ່, ເປັນຮີດຄອງເປເພນີອັນດີງາມຂອງລາວ ທີ່ໄດ້ສືບທອດກັນມາແຕ່ບູຮານນະການ ແລະ ເພື່ອເປັນການສືບທອດມູນເຊື້ອທາງດ້ານວັດທະນະທໍາ ຮີດຄອງປະເພນີອັນເກົ່າແກ່ຂອງລາວ. ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ການຈັດຕັ້ງຂັ້ນເທິງຂອງຕົນ ທາງອົງການຈັດຕັ້ງມະຫາຊົນ ຈຶ່ງໄດ້ຈັດພິທີນີ້ຂຶ້ນເພື່ອຜູກຂໍ່ຕໍ່ແຂນ, ພ້ອມຫົດສົງນໍ້າອວຍພອນໄຊອັນປະເສີດແກ່ ຄະນະພັກ - ຄະນະບັນຊາການກອງພົນທະຫານຮາບທີ 1 ຕະຫຼອດຮອດການຈັດຕັ້ງທຸກພາກສ່ວນທີ່ກ່ຽວຂ້ອງ ໃຫ້ມີສຸຂະພາບເຂັ້ມແຂງ, ມີຄວາມອຸດົມຮັ່ງມີ, ມີຄວາມສຸກກາຍສະບາຍໃຈ, ມີຄວາມຜາສຸກໃນຊີວິດສ່ວນຕົວ-ຄອບຄົວ ແລະ ມີຜົນສໍາເລັດໃນໜ້າທີ່ການງານ; ອີກຢ່າງໜຶ່ງ ການບາສີສູ່ຂວັນ ຍັງເປັນການກະຕຸກຊຸກຍູ້ໃຫ້ກໍາລັງໃຈເຊິ່ງກັນແລະກັນ, ເປັນການຫັດແໜ້ນຄວາມສາມັກຄີຮັກແພງ, ໄມຕີຈິດມິດຕະພາບໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ແລະ ຍັງເປັນການຮັກສາຮີດຄອງປະເພນີອັນດີງາມຂອງລາວ ໃຫ້ຄົງຢູ່ຄຽງຄູ່ກັບຊາດລາວ, ສົງຄົມລາວ ແລະ ຄົນລາວ ຕະຫຼອດໄປ ( ພິເສດ ອົງການຈັດຕັ້ງມະຫານຊົນ ໄດ້ອ່ານບົດກອນອວຍພອນປີໃໝ່ໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບທົ່ວກອງພົນ ຕື່ມອີກ ). ຂຽນໂດຍ: ໂກຮັງ ພັນທະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ