ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 2 ເປີດຊຸດອົບຮົມກໍ່ສ້າງແພດຊັ້ນຕົ້ນ ຊຸດທີ XI
ເວລາອອກຂ່າວ: 2018-11-16 18:07:18 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 240 | ຄວາມນິຍົມ:



ໃນວັນທີ 9 ພະຈິກ 2018 ນີ້, ກອງພົນທີ 2 ໄດ້ເປີດຊຸດອົບຮົມ ກໍ່ສ້າງແພດຊັ້ນຕົ້ນ ຊຸດທີ XI ຂຶ້ນ ໂດຍການເປັນປະທານຂອງ ພັນເອກ ດຣ ນາງ ວັນເພັງ ພວງ ສາວະດີ ຮອງຫົວໜ້າກົມເສນາ ຮັກ ກົມໃຫຍ່ພະລາທິການກອງ ທັບ ແລະ ເປັນກຽດເຂົ້າຮ່ວມ ຂອງ ທ່ານ ພົນຈັດຕະວາ ພັນ ແສງ ບຸນພັນ ເລຂາຄະນະພັກ ຫົວໜ້າການເມືອງກອງພົນທີ 2, ມີຄະນະພັກ-ຄະນະບັນຊາ, ຄະ ນະຫ້ອງພະແນກການທີ່ກ່ຽວ ຂ້ອງມາຈາກກົມເສນາຮັກ ແຂກ ຖືກເຊີນຈາກກົມກອງອ້ອມຂ້າງ ແລະ ຄະນະພັກ-ຄະນະບັນຊາ ກອງພັນໂຮງຮຽນສູນເຝິກພະ ນັກງານຄູ-ອາຈານ ພ້ອມດ້ວຍ ອ້າຍນ້ອງນັກຮຽນເຂົ້າຮ່ວມ. ພັນຕີ ພອນສີ ບຸບຜາວົງ ຊ່ວຍ ວຽກພະແນກກໍ່ສ້າງກໍາລັງ ກົມ ເສນາຮັກ ກົມໃຫຍ່ພະລາທິການ ກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກົມໃຫຍ່ພະລາທິການກອງ ທັບວ່າດ້ວຍການອະນຸມັດໃຫ້ ກອງພົນທີ 2 ເປີດຊຸດອົບຮົມແພດ ຊັ້ນຕົ້ນ ຫຼັກສູດ 12 ເດືອນ ຊຸດທີ XI ສົກຮຽນ 2018-2019 ອີງ ຕາມຂໍ້ກໍານົດກ່ຽວກັບວຽກງານ ໂຮງຮຽນກອງທັບປະຊາຊົນລາວ ວ່າດ້ວຍການກໍານົດເວລາເປີດ- ປິດສົກຮຽນໃນໂຮງຮຽນກອງ ທັບ ປະຊາຊົນລາວ, ອີງຕາມ ຄວາມພ້ອມໂຄງການຫຼັກສູດ ການຮຽນ-ການສອນ ແພດຊັ້ນ ຕົ້ນ ຂອງກອງພົນທີ 2 ແລະ ອີງ ຕາມການສະເໜີຂອງກົມເສນາ ຮັກເພື່ອຂໍເປີດຊຸດອົບຮົມແພດ ຊັ້ນຕົ້ນ ຊຸດທີ XI ຢູ່ກອງພົນທີ 2 ປະຈໍາສົກຮຽນ 2018-2019. ພັນໂທ ສົມພອນ ແກ້ວລະຄອນ ຫົວໜ້າການທະຫານກອງພັນ ໂຮງຮຽນສູນເຝິກກໍໄດ້ຂຶ້ນຜ່ານ ແຜນການອົບຮົມກໍ່ສ້າງແພດຊັ້ນ ຕົ້ນ ຫຼັກສູດ 12 ເດືອນ ຊຸດທີ XI ຂອງກອງພົນທີ 2 ປະຈໍາສົກຮຽນ 2018-2019 ວ່າການອົບຮົມ ກໍ່ສ້າງແພດຊັ້ນຕົ້ນໃນຄັ້ງນີ້ເພື່ອ ປະກອບສ້າງໃຫ້ບັນດາກົມກອງ ທີ່ຍັງຂາດເຂີນແພດຍັງບໍ່ທັນ ພຽງພໍໃນການປະກອບໃຫ້ຖືກ ຕ້ອງກັບຫຼັກການເສນາຮັກເພື່ອ ເຂົ້າໃນການເຝິກແອບຮໍ່າຮຽນ ແລະ ການເຄື່ອນໄຫວເຮັດໜ້າ ທີ່ໃນເວລາສູ້ຮົບ ແລະ ເປັນພື້ນ ຖານໃນການກໍ່ສ້າງບຸຄະລາ ກອນໃໝ່ໃຫ້ເປັນພະນັກງານສືບ ທອດປ່ຽນແທນໃນອານະຄົດ ການເປີດຮຽນກໍ່ສ້າງແພດຊັ້ນ ຕົ້ນໃນຄັ້ງນິ້ ມີນັກສໍາມະນາກອນ ມາຈາກບັນດາກົມກອງໃນກໍາ ລັງຫຼວງ, ກໍາລັງທ້ອງຖິ່ນໃນ ຂອບເຂດທົ່ວກອງທັບເຂົ້າອົບ ຮົມ ມີຈໍານວນ 104 ສະຫາຍ, ກໍານົດເວລາ 12 ເດືອນ, ມີ 235 ວັນ, ເທົ່າກັບ 1.645 ຊົ່ວໂມງ, ພາກທິດສະດີ 118 ວັນ, ເທົ່າກັບ 826 ຊົ່ວໂມງ, ພາກປະຕິບັດຈິງ 117 ວັນ, ເທົ່າກັບ 819 ຊົ່ວ ໂມງ ເຊິ່ງປະກອບມີ 17 ວິຊາ ຮຽນຄື: ວິຊາການເມືອງ, ການ ທະຫານ, ກາຍຍະວິພາກສາດ-ຊີວະວິທະຍາ, ພາກຢາຫຼວງ-ຢາ ພື້ນເມືອງ, 5 ເຕັກນິກໃຫຍ່, ປະຕິ ບັດໂຮງໝໍ, ພະຍາດພາຍໃນ, ພະຍາດພາຍນອກ, ປະດຸງຄັນ, ພະຍາດເດັກນ້ອຍ, ພະແນກສະ ເພາະ, ແມ່ກາຝາກ-ຈຸລິນຊິວິທະ ຍາ ແລະ ພຕພ, ອານະໄມກັນພະ ຍາດ, ບໍລິຫານການແພດ-ສະຖິ ຕິ, ບັນຊາເສນາຮັກ, ພະລາທິ ການ ແລະ ປະຖົມພະຍາບານ ຈາກນັ້ນກໍໄດ້ຮັບຟັງການເຜີຍ ແຜ່ຂໍ້ກໍານົດກົລະບຽບ ວ່າດ້ວຍ ນັກຮຽນທະຫານຢູ່ກອງພັນສູນ ເຝິກ ກອງພົນທີ 2 ຕື່ມອີກ. ໃນຕອນທ້າຍ ພັນເອກ ດຣ ນາງ ວັນເພັງ ພວງສາວາດີ ໄດ້ ໃຫ້ການໂອ້ລົມ ເຊິ່ງກ່ອນອື່ນກໍ ໄດ້ກ່າວສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ບັນດາສະຫາຍຄະນະ ພັກ-ຄະນະບັນຊາ ກົມກອງ ພະ ແນກການທີ່ກ່ຽວຂ້ອງທີ່ໄດ້ຫ່າງ ຫາກະກຽມຄວາມພ້ອມທຸກດ້ານ ສາມາດເປີດຮຽນກໍ່ສ້າງແພດ ຊັ້ນຕົ້ນໃນຄັ້ງນິ້ ຕາມແຜນການ ພ້ອມທັງເນັ້ນໜັກໃຫ້ບັນດາສະ ຫາຍພະນັກງານຄູ່-ອາຈານ ແລະ ນັກຮຽນແຕ່ສະຫາຍຫຼາຍບັນ ຫາທີ່ສໍາຄັນເພື່ອແນໃສ່ເຮັດໃຫ້ ການຮຽນ ການສອນໃນຄັ້ງນິ້ໃຫ້ ໄດ້ຕາມລະດັບຄາດໝາຍທີ່ໄດ້ ວາງໄວ້ ແລະ ຮັບປະກັນໄດ້ຄຸນະ ພາບສາມາດເຮັດຫຼ້ອນໜ້າທີ່ ວິຊາສະເພາະຂອງຕົນກໍຄື ໜ້າທີ່ ການເມືອງຂອງກົມກອງທີ່ການ ຈັດຕັ້ງ ແລະ ຂັ້ນເທີງມອບໝາຍ ໃຫ້ດ້ວຍຄວາມຮັບຜິດຊອບສູງ. ໂດຍ ຄໍາພັນ ຄອນມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ