ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 21 ມີນາ 2025

  

ໝາກຜົນ​ການຈັດຕັ້ງ​ປະຕິບັດ ຂໍ້​ແຂ່ງຂັນ 3 ດີ ແລະ ວຽກ​ງານ​ກອງ​ທຶນ ຂອງ​ພະ​ແນກ​ສະຫະພັນ​ແມ່ຍິງ​ ກອງ​ພົນ​ທີ 2 ໃນ​ໄລຍະ 5 ປີ
ເວລາອອກຂ່າວ: 2024-03-01 09:16:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 566 | ຄວາມນິຍົມ:



ສະຫາຍ ພັນ​ໂທ ນາງ ຄຳຜູ ພັນທະ​ວົງ ຫົວໜ້າ​ພະ​ແນກ​ສະຫະພັນ​ແມ່ຍິງ ກອງ​ພົນ​ທີ 2 ໃຫ້​ຮູ້​ວ່າ: ໂດຍ​ໄດ້​ຮັບ​ການນໍາ ພາ-​ຊີ້​ນຳ​ຢ່າງ​ໃກ້ຊິດຕິດແທດ ຈາກ​ຄະນະ​ພັກ-ຄະນະ​ບັນຊາ​ກອງ​ພົນ ກໍ​ຄືຫ້ອງການ​ສະຫະ ພັນ​ແມ່ຍິງ​ກອງທັບ ຕະຫຼອດ​ໄລຍະ 5 ປີຜ່ານມາ, ພະ​ແນກ​ສະຫະພັນ​ແມ່ຍິງ ​ກອງ​ພົນ​ທີ 2 ຍາມ​ໃດ​ກໍ​ໄດ້​ເອົາໃຈໃສ່​ນຳພາ-ຊີ້ນໍາສະມາຊິກ​ແມ່ຍິງ ຈັດ​ຕັ້ງ​ປະຕິບັດ​ເນື້ອ​ໃນ​ຂໍ້​ແຂ່ງຂັນ 3 ດີ ໂດຍ​ຕິດ​ພັນ​ກັບ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ, ຖື​ສຳຄັນ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-​ແນວ​ຄິດ ເຮັດ​ໃຫ້​ສະມາຊິກ​ແມ່ ຍິງມີ​ຄວາມ​ອຸ່ນ​ອຽນ​ທຸ່ນ​ທ່ຽງ, ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ, ມີ​ຄວາມ​ບຸກ​ບືນ​ຫ້າວຫັນ ຕໍ່ໜ້າ​ທີ່​ວຽກ​ງານ​ທີ່​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້ ພ້ອມ​ກັນ​ນັ້ນ, ກໍ​ໄດ້​ເປັນ​ເຈົ້າ​ການປຸກລະດົມ​ຊຸກຍູ້​ສະມາຊິກ​ແມ່ຍິງ ເຂົ້າ​ຮ່ວມ​ຈັດ​ຕັ້ງ​ຜັນຂະ ຫຍາຍ​ເນື້ອ​ໃນ​ຂໍ້​ແຂ່ງຂັນ 3 ດີ, ແຂ່ງຂັນ​ເຊິ່ງ​ກັນ ແລະ ກັນ ລະ ຫວ່າງ​ບຸກຄົນ​ຕໍ່​ບຸກຄົນ, ໜ່ວຍ​ຕໍ່​ໜ່ວຍ ຢ່າງ​ເປັນ​ຂະ​ບວນ​ການ​ຟົດຟື້ນ ແລະ ໄດ້​ຮັບ​ໝາກຜົນ​ສູງ​ສົມຄວນ ສະແດງ​ອອກໃນ​ການ​ສະຫຼຸບ​ຕີ​ລາຄາ​ປະ​ເມີນ​ຜົນ​ການຈັດຕັ້ງ​ປະຕິບັດ​ຂໍ້​ແຂ່ງຂັນ 3 ດີ ໃນ​ໄລຍະ 5 ປີຜ່ານມາ ດັ່ງນີ້: ຄັດ​ເລືອກ​ໄດ້​ພົນລະເມືອງ​ດີ 368 ສະຫາຍ, ພັດທະນາ​ດີ 353 ສະຫາຍ, ສ້າງ​ຄອບຄົວ​ດີ 324 ສະຫາຍ, ສະມາຊິກ​ແມ່ຍິງ 3 ດີ​ປະເພດ I ຈຳນວນ 353 ສະຫາຍ, ປະເພດ II ຈຳນວນ 15 ສະຫາຍ, ບຸກຄົນ​ຕົວ​ແບບ 5 ສະຫາຍ, ຄອບຄົວ​ຕົວ​ແບບ 9 ຄອບຄົວ, ກົມ​ກອງ​ນຳພາ​ດີເດັ່ນ 37 ກົມ​ກອງ, ພະ​​ແນກ 3 ດີ 1 ພະ​ແນກ, ຂະແໜງ 3 ດີ 3 ຂະແໜງ, ຮາກ​ຖານ 3 ດີ 1 ຮາກ​ຖານ, ໜ່ວຍ 3 ດີ 27 ໜ່ວຍ. ດ້ານ​ການເຄື່ອນໄຫວ​ວຽກ​ງານ​ກອງ​ທຶນ ມາ​ຮອດ​ປັດຈຸບັນ ທົ່ວ​ພະ​ແນກ​ສະຫະພັນ​ແມ່ຍິງ​ກອງ​ພົນ​ທີ 2 ມີ 6 ກຸ່ມ​ທ້ອນ​ເງິນ, ມີ​ສະມາຊິກ​ກອງ​ທຶນ​ທັງ​ໝົດ 1.164 ສະຫາຍ, ມີ​ຍອດ​ເງິນ​ຝາກ​ທັງ​ໝົດ 1.973.857.000 ກີບ ແລະ ໄດ້​ປ່ອຍ​ໃຫ້​ສະມາຊິກກູ້​ຢືມ 1.918.250.000 ກີບ. ຂໍ້​ມູນ​ດັ່ງກ່າວ ຖືກ​ເປີດເຜີຍ​ໃນ​ໂອກາດ ພະ​ແນກ​ສະຫະພັນ​ແມ່ຍິງ ກອງ​ພົນ​ທີ 2 ສະຫຼຸບ​ການຈັດຕັ້ງ​ປະຕິບັດ ເນື້ອ​ໃນ​ຂໍ້​ແຂ່ງຂັນ 3 ດີ ແລະ ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ກອງ​ທຶນ ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ໃນ​ໄລຍະ 5 ປີຜ່ານມາ, ເຊິ່ງ​ຈັດ​ຂຶ້ນ​ໃນ​​ບໍ່​ດົນຜ່ານ​ມາ​ນີ້, ໂດຍ​ການ​​ເປັນ​ປະທານ​ຂອງ​ສະຫາຍ ພັນ​ເອກ ນາງ ໄພ​ວອນ ອິນ​ທະ​ບຸດ ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ, ຫົວໜ້າ​ຫ້ອງການ​ສະຫະພັນ​ແມ່ຍິງ​ກອງທັບ, ມີ​ສະຫາຍ ພັນ​ໂທ ຈັນ​ສຸກ ໄມ​ຈັນ​ແກ້ວ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກອງ​ພົນ​ທີ 2, ຜູ້​ຊີ້​ນຳ​ວຽກ​ງານ​ຈັດ​ຕັ້ງ​ມະຫາຊົນ, ມີ​ຄະນະ​ພັກ-ຄະນະ​ບັນຊາ ອົງການ, ກົມ​ກອງ ຕະຫຼອດ​ຮອດ​ສະມາຊິກ​ແມ່ຍິງ​ທົ່ວ​ກອງ​ພົນ​ທີ 2 ເຂົ້າ​ຮ່ວມ. ໂດຍ: ອາ​ນຸ​ສັກ ອຳ​ພັນ​ວິໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ