ຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ຮັບປະກັນໄດ້ວຽກງານກໍ່ສ້າງພັກ-ພະນັກງານ
ເວລາອອກຂ່າວ: 2024-03-01 09:15:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 452 | ຄວາມນິຍົມ:
ສະຫາຍ ພັນເອກ ເທບພະພອນ ຫອມດີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ຍົກໃຫ້ເຫັນວຽກງານຫຼາຍດ້ານທີ່ພົ້ນເດັ່ນ ຕະຫຼອດໄລຍະ 1 ປີຜ່ານມາ, ຄະນະຫ້ອງການເມືອງກົມໃຫຍ່ເສນາທິການກອງທັບ ໄດ້ສຸມໃສ່ວຽກງານກໍ່ສ້າງພັກ-ພະນັກງານ ຕິດພັນກັບວຽກງານຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບ ໄດ້ຊຸກຍູ້ບັນດາກົມກອງຮາກຖານກຳແໜ້ນສະພາບຂອບເຂດທີ່ກົມກອງຕັ້ງທັບ, ເອົາໃຈໃສ່ແກ້ ໄຂໜໍ່ແໜງທີ່ພາໃຫ້ເກີດຄວາມບໍ່ສະຫງົບ, ກຽມພ້ອມສູ້ຮົບ ແລະ ກອບກູ້ໄພພິບັດ ເກັບກຳສະພາບການເຄື່ອນໄຫວຂອງພະນັກ ງານ-ນັກຮົບ, ຕ້ານ ແລະ ສະ ກັດກັ້ນປະກົດການຫຍໍ້ທໍ້ຕ່າງໆທີ່ອາດຈະເກີດຂຶ້ນໃຫ້ທັນເວລາ.
ວຽກງານປັບປຸງກໍ່ສ້າງພັກ-ພະນັກງານ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ ໂດຍນຳເອົາບັນດາມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບ ແນວທາງຂອງພັກ-ລັດ, ໂຄສະນາປາຖະ ກະຖາມູນເຊື້ອວັນປະຫວັດ ສາດສຳຄັນຕ່າງໆຂອງຊາດ, ຂອງພັກ ໂດຍສະເພາະແມ່ນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ເຮັດໃຫ້ພະນັກງານ-ນັກຮົບ ໄດ້ເຊື່ອມຊຶມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ໄປພ້ອມກັບການປັບປຸງກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໂດຍປະຕິບັດຕາມ 5 ຫຼັກການ 3 ທິດນຳ ຕິດພັນກຳແໜ້ນການກໍ່ສ້າງພັກ ເຮັດໃຫ້ການຈັດຕັ້ງພັກພາຍໃນຫ້ອງການເມືອງ ແລະ ບັນດາຄະນະພັກຮາກຖານ, ໜ່ວຍພັກຢູ່ອົງການ, ກົມກອງຮາກຖານ ມີຄວາມສະຫງົບ ແລະ ສາມາດຕີລາຄາແບ່ງປະເພດໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ຈຳນວນ 193 ໜ່ວຍພັກ, ສ້າງ ມະຫາຊົນກ້າວໜ້າເຂົ້າຮຽນສະ ໜັບສະໜູນພັກ-ກົດລະບຽບພັກ ຈຳນວນ 595 ສະຫາຍ, ຂະ ຫຍາຍມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ 187 ສະຫາຍ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກ ພັກສົມບູນ 323 ສະຫາຍ.
ວຽກງານກໍ່ສ້າງພະນັກງານ ໄດ້ປະຕິບັດຕາມແຜນກຳນົດສ້າງພະນັກງານສືບທອດປ່ຽນແທນ ສະເໜີຂັ້ນເທິງແຕ່ງຕັ້ງພະນັກງານນຳພາ-ບັນຊາ ຢູ່ບັນ ດາພະແນກການ ແລະ ກົມກອງຮາກຖານ, ແຕ່ງຕັ້ງ ແລະ ມອບໝາຍໜ້າທີ່ຂັ້ນຕ່າງໆໃນໄລຍະຜ່ານມາ ຈຳນວນ 589 ສະຫາຍ, ໄດ້ສົ່ງພະນັກງານ-ນັກຮົບໄປສຶກສາຮໍ່າຮຽນຢູ່ພາຍໃນ ແລະ ຕ່າງປະເທດ 52 ສະຫາຍ, ນອກນັ້ນ ຍັງໄດ້ຊີ້ນຳອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ-ແມ່ຍິງ ສ້າງຂະບວນການແຂ່ງຂັນສິລະປະ-ວັນນະຄະດີ, ກິລາມວນຊົນທົ່ວກົມໃຫຍ່ເສນາທິການກອງທັບ ເພື່ອຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 48 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ຢ່າງ ເປັນຂະບວນການຟົດຟື້ນ; ສະ ຫຼຸບຕີລາຄາແບ່ງປະເພດການ ຈັດຕັ້ງປະຕິບັດໜ່ວຍຊາວໜຸ່ມ 4 ບຸກ ໃນຄະນະບໍລິຫານງານຊາວໜຸ່ມ 39 ຄະນະໄດ້ສຳເລັດຕາມແຜນການ, ຊີ້ນຳພະແນກສະຫະພັນແມ່ຍິງ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ ແມ່ຍິງ 3 ດີ, ປາຖະກະຖາວັນສ້າງຕັ້ງແມ່ຍິງສາກົນຄົບຮອບ 113 ປີ, ເຜີຍແຜ່ກົດໝາຍ ວ່າດ້ວຍແມ່ຍິງລາວ, ກົດໝາຍວ່າດ້ວຍຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຢູ່ຂັ້ນອົງການກົມໃຫຍ່ເສນາທິການກອງທັບ ແລະ ກົມກອງຮາກຖານແມ່ນສຳເລັດຕາມແຜນການທີ່ກຳນົດ; ວຽກງານຮັບປະກັນພະລາທິ ການແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບພາຍໃນ ຫ້ອງການເມືອງ ໃນໄລຍະຜ່ານມາ ໄດ້ປ່ອຍປາຈຳນວນ 3.000 ໂຕ, ມີງົວລ້ຽງ 6 ໂຕ ແລະ ແບ້ 2 ໂຕ ໄດ້ນຳປາຂຶ້ນຂາຍ ເປັນເງິນ 14.664.000 ກີບ, ຂາຍແບ້ເປັນເງິນ 1.800.000 ກີບ, ລວມລາຍຮັບຈາກການປູກຝັງ-ລ້ຽງສັດໄດ້ 24.354.000 ກີບ ໂດຍທຶນດັ່ງກ່າວແມ່ນປະຕິບັດນະໂຍບາຍຕໍ່ພະນັກງານ-ນັກຮົບ ແມ່ນເປັນຄັງແຮໄວ້ໃນຍາມຂັດສົນອີກດ້ວຍ.
ໂດຍ: ພຸດທະວອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ