ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ກອງພັນ​ໃຫຍ່ 605 ເຜີຍແຜ່​ກົດໝາຍ ວ່າ​ດ້ວຍ​ອົງການ​ໄອ​ຍະ​ການ​ທະຫານ
ເວລາອອກຂ່າວ: 2024-03-01 09:11:10 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 564 | ຄວາມນິຍົມ:



ໃນ​ວັນ​ທີ 28 ກຸມພາ 2024 ນີ້, ກອງພັນ​ໃຫຍ່ 605 ໄດ້​ເຜີຍແຜ່​ກົດໝາຍ ວ່າ​ດ້ວຍ​ອົງການ​ໄອ​ຍະ​ການ​ທະຫານ (ສະບັບ​ປັບປຸງ), ໂດຍ​ການ​ເປັນ​ປະທານ​ ​ຂອງ ສະຫາຍ ພັນ​ເອກ ພັນ​ສະໄໝ ວິໄລ ຮອງ​ຫົວໜ້າ​ກົມ​ກົດໝາຍ ​ກະຊວງ​ປ້ອງ​ກັນ​ປະເທດ, ມີ​ບັນດາ​ຄະນະ​ວິຊາ​ການ​ທີ່​ກ່ຽວຂ້ອງ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະແນກການ, ກົມ​ກອງ​ພ້ອມ​ດ້ວຍ​ພະນັກງານ​ຫຼັກ​ແຫຼ່ງ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ເພັດ​ອຸ​ໃດເທບ​ລາ​ວັນ ຫົວໜ້າ​ພະ​ແນກ​ຕິດຕາມ​ກວດກາ​ທົ່ວ​ໄປ ອົງການ​ໄອ​ຍະ​ການ​ທະຫານ​ຂັ້ນ​ສູງ ໄດ້​ເຜີຍແຜ່​ກົດໝາຍ ​ວ່າ​ດ້ວຍ​ອົງການ​ໄອ​ຍະ​ການ​ທະຫານ (ສະບັບ​ປັບປຸງ) ເຊິ່ງ​ປະກອບ​ມີ IX ພາກ, 9 ໝວດ ແລະ 66 ມາດຕາ. ກົດໝາຍ​ສະບັບ​ນີ້​ໄດ້​ກຳນົດ​ຫຼັກການ, ລະບຽບ​ການ ແລະ ມາດ​ຕະການ​ກ່ຽວ​ກັບ​ການຈັດຕັ້ງ, ການເຄື່ອນໄຫວ ແລະ ຕິດຕາມ​ກວດກາ​ຂອງ​ອົງການ​ໄອ​ຍະ​ການ​ທະຫານ ເພື່ອ​ຮັບປະກັນ​ການ​ປະຕິບັດ​ວຽກ​ງານ​ໄອ​ຍະ​ການ​ທະຫານ​ໃຫ້​ມີ​ປະສິດທິພາບ ແລະ ປະ​ສິດທິ​ຜົນ ແນໃສ່​ເພື່ອ​ປົກ​ປ້ອງ​ຜົນ​ປະໂຫຍດ​ຂອງ​ກອງທັບ, ສິດ ແລະ ຜົນ​ປະໂຫຍດ​ອັນ​ຊອບ​ທຳ​ຂອງ​ນາຍ ແລະ ພົນທະຫານ, ກຳມະກອນ, ພະລາກອນ, ກຳລັງ​ສຳຮອງ​ໃນ​ການ​ປະຕິບັດ​ໜ້າທີ່​ປ້ອງ​ກັນ​ຊາດ, ເຮັດ​ໃຫ້​ກອງທັບ​ມີ​ຄວາມ​ສະຫງົບ, ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ, ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມແຂງ​ທາງ​ດ້ານ​ກົດໝາຍ ແລະ ມີ​ແບບແຜນ​ທັນ​ສະໄໝ ປະກອບສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ. ໂອກາດ​ນີ້, ສະຫາຍ ພັນ​ເອກ ພັນ​ສະໄໝ ວິໄລ ​ໄດ້​ເນັ້ນ​ໜັກ​ໃຫ້​ບັນດາ​ສະຫາຍ​ທີ່​ເຂົ້າ​ຮ່ວມ​ກຳ​ແໜ້ນ​ບັນດາ​ເນື້ອ​ໃນ​ອັນ​ສຳຄັນ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ປະ ຕິບັດ​ໜ້າທີ່​ວຽກ​ງານ​ຕົວ​ຈິງ​ໃຫ້​ແທດເໝາະ, ສອດຄ່ອງ ແລະ ຖືກຕ້ອງ​ພ້ອມ​ກັນ​ນຳໄປ​ຈັດ​ຕັ້ງ​ເຜີຍແຜ່​ໃຫ້​ບັນດາ​ກົມ​ກອງ ເຮັດ​ໃຫ້​ພະນັກງານ-ນັກຮົບ ​ສາມາດ​ກຳ​ໄດ້​ລະບຽບ​ການ​ຂອງ​ກອງທັບ​ວາງ​ອອກ ແລະ ພ້ອມ​ກັນ​ນຳ​ໃຊ້​ໃຫ້​ເຂັ້ມ​ງວດ. ຈາກ​ນັ້ນ, ຍັງໄດ້​ມອບ​ປຶ້ມ​ກົດ​ລະບຽບ ວ່າດ້ວຍ​ອົງການ​ໄອ​ຍະ​ການ​ທະຫານ(ສະບັບ​ປັບປຸງ ໃຫ້ຄະນະພັກ-ຄະນະ​ບັນຊາ​ກອງພັນ​ໃຫຍ່ 605 ຈຳນວນ 30 ຫົວ ​ຕື່ມ​ອີກ. ໂດຍ: ໜູ​ແດງ ລາດ​ສະ​ແກ້ວ ພາບໂດຍ: ເພັງ ມະນີ​ລະ​ສິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ