ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ກອງພັນ 410 ສະຫຼຸບ​ວຽກ​ງານ​ຮອບດ້ານ ປະຈຳ​ປີ 2023
ເວລາອອກຂ່າວ: 2024-03-01 09:08:18 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 515 | ຄວາມນິຍົມ:



ວັນ​ທີ 27 ກຸມພາ 2024 ນີ້, ກອງພັນ 410 ປະຈຳ​ຢູ່​ເມືອງ​ຫົງ​ສາ ແຂວງ​ໄຊ​ຍະ​ບູ​ລີ ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ຮອບດ້ານ ປະຈຳ​ປີ 2023 ແລະ ວາງທິດ​ທາງແຜນການ ປະຈຳ​ປີ 2024, ໂດຍການ​ເປັນ​ປະທານຂອງ​ສະຫາຍ ພັນ​ໂທ ໄມ​ໄຊ ແກ້ວ​ແກ່ນ​ຈັນ ເລຂາ​ຄະນະ​ພັກ​ຮາກ​ຖານ, ຫົວໜ້າການເມືອງ ກອງພັນ 410, ມີສະຫາຍ ຄຳ​ຫຼ້າ ຜິວ​ວັນນາ ກຳມະການ​ພັກ​ແຂວງ, ເລຂາ​ພັກ​ເມືອງ ເຈົ້າເມືອງ ເມືອງ​ຫົງ​ສາ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ກອງພັນ, ກອງຮ້ອຍ, ແຂກ​ຖືກ​ເຊີນ ພ້ອມ​ດ້ວຍ​ພະນັກງານ​-ນັກຮົບ​ ເຂົ້າຮ່ວມ. ສະຫາຍ ພັນ​ຕີ ຄຳ​ຈັນ ລັດ​ທະ​ພອນ ຮອງ​ຫົວໜ້າ​ການເມືອງ ​ກອງພັນ ໄດ້​ຜ່ານ​ບົດ​ສະຫຼຸບ​ການເມືອງ​ທັງ​ສອງ​ພາກ, ຄະນະ​ພັກ-ຄະນະ​ບັນຊາ​ໄດ້​ເອົາໃຈໃສ່​ສຶກ​ສາ​ອົບຮົມ​ພະນັກງານ-ນັກຮົບ​ພາຍ​ໃນ​ກົມ​ກອງ​ຢ່າງ​ຕໍ່ເນື່ອງ ​ດ້ວຍ​ຫຼາຍ​ຮູບ​ການ ເປັນຕົ້ນ​ແມ່ນ​ຈັດ​ຕັ້ງ​ເຜີຍແຜ່​ເຊື່ອມ​ຊຶມ​ມະຕິ, ຄຳ​ສັ່ງ, ເອກະສານ​ຕ່າງໆ ຂອງ​ພັກ-ລັດ, ປາຖະກະຖາ​ວັນ​ປະຫວັດສາດ​ທີ່​ສຳຄັນ​ຂອງ​ຊາດ, ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ ​ຕິດ​ພັນ​ກັບ​ວຽກ​ງານ 3 ສ້າງ ແລະ ການ​ສ້າງ​ທ່າ​ສະໜາມ​ສົງຄາມ​ປະຊາຊົນ 3 ຂັ້ນ ຢູ່​ບັນດາ​ຈຸດ​ທີ່​ລໍ່​ແຫຼມ ສົມທົບ​ກັບ​ບັນດາ​ກົມ​ກອງ​ເພື່ອນ​ພາຍ​ໃນ 4 ເມືອງ​ເໜືອ ພ້ອມ​ກັນ​ຈັດ​ວາງ​ກຳລັງ​ປ້ອງ​ກັນ​ເວນຍາມ​ເຂດ​ຍຸດ​ທະ​ສາດ​ສຳຄັນ​ຕ່າງໆ ພ້ອມ​ນີ້, ຍັງ​ໄດ້​ເອົາໃຈໃສ່​ກໍ່ສ້າງ​ພັກ​ໃຫ້​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ຕາມ 5 ຫຼັກການ 3 ທິດ​ນຳ​ຂອງ​ພັກ. ຈາກ​ນັ້ນ, ໄດ້​ມອບ​ຫຼຽນ​ໄຊ​ພິລະ​ອາດ​ຫານ ຊັ້ນ II, ຊັ້ນ III ໃຫ້​ບຸກຄົນ 9 ໜ່ວຍ, ໃບ​ຍ້ອງຍໍ​ກະຊວງ​ປ້ອງ​ກັນ​ປະເທດ 23 ໃບ, ໃບ​ຍ້ອງຍໍ​ກົມ​ໃຫຍ່​ການເມືອງ 18 ໃບ ໃຫ້​​ຜູ້​ທີ່​ມີ​ຜົນງານ​ດີເດັ່ນ​ໃນ​ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ​ໃນ​ໄລຍະ 5 ປີຜ່ານມາ. ໂດຍ: ກິດ​ຕິ​ສັກ ບົວ​ໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ