ຄະນະນໍາກົມໃຫຍ່ເສນາທິການກອງທັບເຂົ້າອວຍພອນອະດີດການນໍາປະຕິວັດອາວຸໂສ
ເວລາອອກຂ່າວ: 2024-02-29 15:20:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1473 | ຄວາມນິຍົມ:
ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນ ຕໍ່ຄຸນງາມຄວາມດີຂອງອະດີດພະນັກງານການນໍາປະຕິວັດອາວຸໂສຂັ້ນສູງ ກໍຄື ອະດີດການນໍາກະຊວງປ້ອງກັນປະເທດ, ອະດີດຄະນະນໍາກົມໃຫຍ່ເສນາທິການກອງທັບ, ທີ່ມີຜົນງານດີ່ເດັ່ນໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດປົກປັກຮັກສາ ແລະສ້າງສາປະເທດຊາດ.
ວັນທີ 27 ກຸມພາ 2024 ນີ້, ສະຫາຍ ພັນເອກ ຈັນທາ ບຸນນະວົງ ຄະນະພັກກົມໃຫຍ່ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ ໄດ້ນໍາກະຕ່າຂອງຂວັນເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນໂທ ໄອ່ ສຸລິຍະແສງ ອະດີດຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ອະດີດຫົວໜ້າກົມໃຫຍ່ເສນາທິການກອງທັບ, ທ່ານ ພົນຈັດຕະວາ ພອນໃຈ ພັນທະວົງ ອະດີດຄະນະພັກກົມໃຫຍ່, ອະດີດຫົວໜ້າກົມກົດລັບ, ທ່ານ ພົນຈັດຕະວາ ສະໄໝ ພິຈິດ ອະດີດຄະນະພັກກົມໃຫຍ່, ອະດີດຫົວໜ້າກົມ 49, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີທີ່ຜ່ານໄປຫວ່າງບໍ່ດົນແລ້ວນີ້, ສະຫາຍ ພັນເອກ ຈັນທາ ບຸນນະວົງ ຕ່າງໜ້າຄະນະນໍາກົມໃຫຍ່ເສນາທິການກອງທັບ ໄດ້ສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ຕໍ່ ທ່ານ ພົນໂທ ໄອ່ ສຸລິຍະແສງ, ທ່ານ ພົນຈັດຕະວາ ພອນໃຈ ພັນທະວົງ, ທ່ານ ພົນຈັດຕະວາ ສະໄໝ ພິຈິດ ທີ່ໄດ້ອຸທິດ, ທຸ້ມເທ ສຸມເຫື່ອແຮງໃນການນໍາພາ-ຊີ້ນໍາ ກະຊວງປ້ອງກັນປະເທດ ກໍຄື ກົມໃຫຍ່ເສນາທິການກອງທັບ ຈົນເຕີບໃຫຍ່ ແລະ ເຂັ້ມແຂງ ໃນໄລຍະຜ່ານມາ, ພ້ອມທັງອວຍພອນໄຊອັນປະເສີດ ຕໍ່ທັງ 3 ທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ມີພາລະນາໄມສົມບູນ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ເປັນແວ່ນແຍງ ເຂັມຊີ້ທິດເຍືອງທາງ ແລະ ເປັນຮົ່ມໂພຮົ່ມໄຊໃຫ້ລູກຫຼານພະນັກງານຮຸ່ນສືບທອດປະຕິວັດໄດ້ຮໍ່າຮຽນເອົາແບບຢ່າງໝູນໃຊ້ເຂົ້າໃນໜ້າທີ່ວຽກງານ.
ໂອກາດດັ່ງກ່າວ, ອະດີດການນໍາທັງ 3 ທ່ານ ຕ່າງກໍໄດ້ກ່າວສະແດງຄວາມຂອບອົກຂອບໃຈ ມາຍັງ ຄະນະນໍາກົມໃຫຍ່ເສນາທິການກອງທັບທີ່ເຫັນໄດ້ຄວາມໝາຍຄວາມສໍາຄັນ, ເບິ່ງແຍງຮູ້ບຸນຄຸນຕະຫຼອດມາ ພ້ອມທັງອວຍພອນຜ່ານ ສະຫາຍ ພັນເອກ ຈັນທາ ບຸນນະວົງ ພ້ອມດ້ວຍຄະນະ ມາຍັງ ຄະນະນໍາກົມໃຫຍ່ເສນາທິການກອງທັບ ທຸກສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສໍາເລັດຕໍ່ໜ້າທີ່ວຽກງານໃນທຸກໆດ້ານຕາມການມອບໝາຍຂອງພັກ-ລັດ ແລະ ພ້ອມກັນສືບຕໍ່ເສີມຂະຫຍາຍທາດແທ້ມູນເຊື້ອພາລະກິດປະຕິວັດອັນດີງາມຂອງກອງທັບ, ປົກປັກຮັກສາໝາກຜົນຂອງການປະຕິວັດ, ພັດທະນາກອງທັບປະຊາຊົນລາວໃຫ້ກາຍເປັນກອງທັບປະຕິວັດ, ມີແບບແຜນ, ທັນສະໄໝເຕີບໃຫຍ່ເຂັ້ມແຂງ ແລະ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ເກດຕະວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ