ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ມອບຫຼຽນໄຊພິລະອາດຫານ ແລະ ຫຼຽນກາມິດຕະພາບ ໃຫ້ຄະນະຊ່ຽວຊານ ສປ ຈີນ ຊຸດທີ IV
ເວລາອອກຂ່າວ: 2024-02-22 13:51:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1686 | ຄວາມນິຍົມ:



ໃນວັນທີ 21 ກຸມພາ 2024 ນີ້, ຢູ່ທີ່ກອງໂທລະພາບກອງທັບປະຊາຊົນລາວ ໄດ້ຈັດພິທີປະດັບຫຼຽນໄຊພິລະອາດຫານ ແລະ ຫຼຽນກາມິດຕະພາບຂອງກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໃຫ້ຄະນະຊ່ຽວຊານ ສປ ຈີນ ຊຸດທີ IV ຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ຄະນະປະຈໍາພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີທ່ານ ທູດ ຝ່າຍປ້ອງກັນຊາດ ສປ ຈີນ ປະຈຳ ສປປ ລາວ, ຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານ-ນັກຮົບກອງໂທລະພາບກອງທັບ ແລະ ແຂກເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ວັນລະວົງ ນັນທະວົງ ຫົວໜ້າກົມນະໂຍບາຍ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ວ່າດ້ວຍການມອບຫຼຽນໄຊພິລະອາດຫານ ແລະ ຫຼຽນກາມິດຕະພາບກອງທັບປະຊາຊົນລາວ ໃຫ້ຄະນະຊ່ຽວຊານໂທລະພາບ ກອງທັບປົດປ່ອຍປະຊາຊົນຈີນ ທີ່ມີຜົນງານປະກອບສວ່ນເຂົ້າໃນການຊ່ວຍເຫຼືອດ້ານວິຊາການ ແລະ ວັດຖຸອຸປະກອນ, ເຕັກນິກໃຫ້ແກ່ກອງໂທລະພາບກອງທັບປະຊາຊົນລາວ. ກະຊວງປ້ອງກັນປະເທດ ຕົກລົງມອບຫຼຽນໄຊພິລະອາດຫານຊັ້ນ III ໃຫ້ແກ່ ພັນເອກ ສືເສຕົງ ແລະ ມອບຫຼຽນກາມິດຕະພາບກອງທັບປະຊາຊົນລາວ ໃຫ້ແກ່ຄະນະຊ່ຽວຊານໂທລະພາບກອງທັບປົດປ່ອຍປະຊາຊົນຈີນ 4 ສະຫາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ