
ກົມໃຫຍ່ເຕັກນິກກອງທັບປະກາດການແຕ່ງຕັ້ງ
ເວລາອອກຂ່າວ: 2024-02-22 13:46:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1829 | ຄວາມນິຍົມ:
ໃນວັນທີ 21 ກຸມພາ 2024 ນີ້, ກົມໃຫຍ່ເຕັກນິກກອງທັບ ປະກາດແຕ່ງຕັ້ງ ຮອງກົມເຕັກນິກເຫຼົ່າຮົບໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄອນສະຫັວນ ມິ່ງຈໍາປາບານ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີ ສະຫາຍ ພົນຈັດຕະວາ ປອ ຟອງສະໜຸດ ພົນທິລາດ ຄະນະພັກກົມໃຫຍ່ ຫົວໜ້າກົມເຕັກນິກເກົ່າຮົບພ້ອມຄະນະ, ມີຄະນະກົມ, ຄະນະຫ້ອງ, ຄະນະກອງບັນຊາການທະຫານອາກາດ, ບັນດາພະແນກການຕະຫຼອດຮອດຜູ້ທີ່ໄດ້ຮັບໜ້າທີ່ໃໝ່ເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນເອກ ລຽນວິໄລ ພັນທອງຄໍາ ຄະນະພັກກົມໃຫຍ່ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ ຂຶ້ນອ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຂັ້ນຮອງກົມ, ອີງຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ ( ສະບັບປັບປຸງ ) ໃນພາກທີII ໝວດທີ4 ມາດຕາ26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ພັນເອກ ທອງພັນ ບຸນສະຫັວດ ເປັນຮອງຫົວໜ້າກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງທັບ.
ໂອກາດດັ່ງກ່າວນີ້, ສະຫາຍ ພົນຈັດຕະວາ ຄອນສະຫັວນ ມີ່ງຈໍາປາບານ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ກໍໃຫ້ກຽດໂອ້ລົມຕໍ່ພິທີ ໂດຍສະຫາຍໄດ້ກ່າວສະແດງຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານ, ຜົນສໍາເລັດ ແລະ ເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນໃຫ້ສູງ, ມີແບບແຜນວິທີເຮັດວຽກເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ເປັນເຈົ້າການສຶກສາອົບຮົມຄຸນທາດການເມືອງນໍາພາ-ແນວຄິດໃຫ້ໜັກແໜ້ນ, ມີສະຕິຕໍ່ການຈັດຕັ້ງປະຕິບັດຂໍ້ກໍານົດກົດລະບຽບຂອງກອງທັບຢ່າງເຂັ້ມງວດ, ສ້າງຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ, ແໜ້ນໜາ, ສືບຕໍ່ປັບປຸງກໍ່ສ້າງກົມກອງໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ເພື່ອເຮັດສໍາເລັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງ.
ໂດຍ: ນ. ບົວທອນ ສຸທໍາມະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ