ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 21 ມີນາ 2025

  

ສະຫຼຸບຜົນສໍາເລັດການປະຕິບັດແຜນການຄົ້ນຄວ້າວິໄຈ, ທົດລອງລະບົບເຊບເວີ ແລະ ຈັກລະຫັດ VLE
ເວລາອອກຂ່າວ: 2024-02-22 13:44:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2055 | ຄວາມນິຍົມ:



ວັນທີ 20 ກຸມພາ 2024 ນີ້, ກົມກົດລັບ ກົມໃຫຍ່ເສນາທິການກອງທັບ ໄດ້ສະຫຼຸບຜົນສໍາເລັດການຈັດຕັ້ງປະຕິບັດແຜນການຄົ້ນຄວ້າວິໄຈ, ທົດລອງລະບົບເມວເຊບເວີ ແລະ ຈັກລະຫັດ VLE ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄໍາເຫຼັກ ວົງດອນໄຊ ຫົວໜ້າກົມກົດລັບ ກົມໃຫຍ່ເສນາທິການກອງທັບ, ມີຄະນະກົມ, ພະແນກການ, ຄະນະພັກ-ຄະນະບັນຊາກົມກອງເຫຼົ່າຮົບວິຊາສະເພາະກົດລັບ, ພະນັກງານ-ວິຊາການເຂົ້າຮ່ວມ. ສະຫາຍ ພັນໂທ ວິທະຍາ ໄຊສົມເຜົ່າ ຫົວໜ້າພະແນກຄົ້ນຄວ້າເຕັກນິກ ໄດ້ສະເໜີຄືນໂດຍສັງເຂບກ່ຽວກັບຄາດໝາຍຂອງແຜນການຜ່ານຄົ້ນຄວ້າວິໄຈ, ທົດລອງລະບົບເມວເຊບເວີ ແລະ ຈັກລະຫັດ VLE ເຊິ່ງວິຊາການສາມາດຕິດຕັ້ງ, ຄຸ້ມຄອງນໍາໃຊ້ບໍາລຸງຮັກສາ, ສາມາດສັງລວມບັນດາຈຸດດີ, ຈຸດຄົງຄ້າງ ແລະ ຂໍ້ສະເໜີປັບປຸງ, ມີຄວາມຮັບຮູ້ເລິກເຊິ່ງຂຶ້ນຕື່ມກ່ຽວກັບລະບົບເມວເຊບເວີ ຈັກລະຫັດ VLE ວິທີການຮັບປະກັນຄວາມປອດໄພຂໍ້ມູນຂ່າວສານ ແລະ ກົນໄກການເຮັດວຽກຂອງລະບົບໂປຣແກມສົ່ງ-ຮັບຂໍ້ມູນ ເພື່ອເປັນພື້ນຖານໃນການປັບ-ດັດແກ້ໄຂລະບົບດັ່ງກ່າວໃນອະນາຄົດຕໍ່ໜ້າ ໃນນັ້ນບັນດາໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດສໍາເລັດຄື: ໄດ້ຕິດຕັ້ງລະບົບປະຕິບັດການ CentOS version 7.4 64 bit ລົງໃສ່ເຄື່ອງເຊບເວີ, ຕິດຕັ້ງ, ນໍາໃຊ້ໂປຣແກມສົ່ງ-ຮັບໄຟຣ໌ ໂທລະເລກ, ກໍານົດບັນດາລະຫັດຜ່ານ ( Password ) ຕ່າງໆ, ລົບລ້າງຫ້ອງສານຕິດຕໍ່, ການສະຫຼຸບລວມກວດເຊັກລະບົບໂປຣແກມ ພາຍຫຼັງຕັ້ງຄ່າສໍາເລັດ, ເຊັກການເຮັດວຽກຂອງເວບໄຊນ໌, ເຊັກສະຖານະຂອງບັນດາໂປຣແກຼມ, ນໍາໃຊ້ໂປຣແກຼມສ້າງກະແຈລະຫັດ ສໍາລັບເຄື່ອງເຊີຟເວີ ແລະ ລູກຄ່າຍ, ດໍາເນີນການທົດລອງສົ່ງ-ຮັບຜ່ານລະບົບເຄືອຂ່າຍພາຍໃນ ເຫັນວ່າມີຄວາມສະດວກ ແລະ ວ່ອງໄວ. ຈາກນັ້ນໃນກອງປະຊຸມຕາງໜ້າວິຊາການຂອງແຕ່ລະຫົວໜ່ວຍພະແນການ, ກົມກອງເຫຼົ່າຮົບວິຊາສະເພາະກົດລັບ ກໍໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນໃສ່ບົດສະຫຼຸບຜົນສໍາເລັດໃນການຈັດຕັ້ງປະຕິບັດແຜນການຄົ້ນຄວ້າວິໄຈ, ທົດລອງລະບົບເມວເຊີຟເວີ ແລະ ຈັກລະຫັດ VLE ເພື່ອໃຫ້ມີເນື້ອໃນຄົບຖ້ວນ ແລະ ປັບປຸງແກ້ໄຂຂໍ້ຄົງຄ້າງໃນຕໍ່ໜ້າ, ກອງປະຊຸມຍັງໄດ້ຜ່ານຂໍ້ຕົກລົງຂອງກົມກົດລັບວ່າດ້ວຍການມອບໃບຢັ້ງຢືນຜົນສໍາເລັດໃນການຄົ້ນຄວ້າວິທະຍາສາດ-ເຕັກນິກລະຫັດກົດລັບໃຫ້ ສະຫາຍ ພັນໂທ ເຊິນ ໄຊຍະສິດ ຫົວໜ້າພະແນກຕິດຕັ້ງສ້ອມແປງ ສູນເຕັກນິກລະຫັດກົດລັບ ທີ່ມີຜົນສໍາເລັດໃນການຄົ້ນຄວ້າປັບປຸງຍົກລະດັບໂປຣແກມ ແລະ ຍ້ອງຍໍກົມກອງລວມໝູ່ 1 ຄະນະຮັບຜິດຊອບ ແລະ ວິຊາການທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດແຜນການຄົ້ນຄວ້າວິທະຍາສາດ-ເຕັກນິກລະຫັດກົດລັບ. ໂອກາດນີ້, ສະຫາຍ ພົນຈັດຕະວາ ຄໍາເຫຼັກ ວົງດອນໄຊ ກໍໄດ້ມີຄໍາເຫັນໂອ້ລົມ ພ້ອມທັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ບັນດາພະແນກການ, ກົມກອງ, ບຸກຄົນ ສ້າງມາໄດ້, ສະຫາຍ ຍັງໄດ້ເນັ້ນໜັກໃຫ້ເອົາໃຈໃນ່ສຶກສາຄົ້ນຄວ້າ, ກໍານົດແຜນຍຸດທະສາດ ທີ່ມີລັກສະນະຮອບດ້ານ ບົນຈິດໃຈບຸກທະລຸ ເພື່ອຍົກລະດັບຂີດຄວາມສາມາດ ແລະ ປະສິດທິຜົນ ຂອງວຽກງານຄົ້ນຄວ້າວິທະຍາສາດ-ເຕັກນິກກົດລັບໃຫ້ສູງຂຶ້ນຕື່ມ ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງເຫຼົ່າຮົບກົດລັບ, ບໍາລຸງສ້າງຖັນແຖວພະນັກງານ-ວິຊາການໃຫ້ມີຄວາມຊ່ຽວຊານ ມີແນວຄິດໜັກແໜ້ນ, ອຸ່ນອ່ຽນ-ທຸ່ນທ່ຽງ ບຸກບືນ ປະດິດສ້າງໃນການປະຕິບັດໜ້າທີ່ການເມືອງ ຍົກລະດັບຄວາມຮູ້-ຄວາມສາມາດຂອງພະນັກງານຄຸ້ມຄອງ-ບັນຊາວຽກງານວິທະຍາສາດໃຫ້ສູງຂຶ້ນກວ່າເກົ່າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ