ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບັ້ນຮົບປົດປ່ອຍ ສາລາພູຄູນ ກາສີວັງວຽງ
ເວລາອອກຂ່າວ: 2018-11-16 10:59:43 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 135 | ຄວາມນິຍົມ:



( ຕໍ່ຈາກສະບັບກ່ອນ ) ໃນເວລາ 18:00 ໂມງວັນ ດຽວກັນນີ້, ພວກເຮົາສາມາດສຳ ເລັດບັ້ນຕ່າວຕີສັດຕູຂ້າຕາຍທັງ ຫມົດ 45 ຄົນ, ຈັບເປັນສະເລີຍ 34 ຄົນ ສາມາດກອບກູ້ອ້າຍ ນ້ອງຊ່າງແສງທີ່ຖືກພວກສັດຕູ ຈັບໄປຫມົດທຸກຄົນ ຄືນມາດ້ວຍ ຄວາມປອດໄພ. ບາດກ້າວທີສອງ ຕີທັບມ້າງ ກຸ່ມຈັ້ງທ່າພື້ນຖານພູສູງ, ມົກລັງ ຈັງ, ພູຄູນ, ບັງກາໂລ, ກິ່ວກະຈຳ ແລະ ກາສີ ໃນລະຫວ່າງ ວັນທີ 1-6 ມັງກອນ 1973 ສາມາດ ຂ້າສັດຕູຕາຍທັງຫມົດ 72 ຄົນ, ບາດເຈັບ 70 ຄົນ, ຈັບໄດ້ 40 ຄົນ, ທຳລາຍປືນໃຫຍ່ 105 ມມ 2 ກະບອກ, ຍຶດປືນໃຫຍ່ 105 ມມ 2 ກະບອກ, ປືນກົນ 81 ມມ 6 ກະບອກ. ລົດຫຸ້ມເກາະ 2 ຄັນ ແລະ ຍຶດພາຫະນະອາວຸດເສິກ ສົງຄາມໄດ້ເປັນຈຳນວນຫຼວງ ຫຼາຍ. ພວກເຮົາເປັນເຈົ້າການທັງ ຫມົດສາມແຍກສາລາພູຄູນ, ພູ ສູງ, ມົກລັງຈັງ, ບັງກາໂລ ພາຍ ຫຼັງແຕ່ລະກົມກອງປັບປຸງກຳລັງ ໄດ້ຜັນຂະຫຍາຍຕາມແຜນສູ້ຮົບ ວັນທີ 11 ມັງກອນ 1973 ພວກ ເຮົານຳໃຊ້ປືນໃຫຍ່ກຳລັງໄຟ 105 ທີ່ຍຶດໄດ້ສືບຕໍ່ບຸກຕີສັດຕູ 2 ກອງຮ້ອຍຢູ່ພູເລີຍ ຈາກນັ້ນໃຫ້ ກອງຮ້ອຍ 1 ກອງພັນ 13 ບຸກ ໂຈມຕີເຂົ້າທິດຕາເວັນຕົກສ່ຽງ ເຫນືອຂອງປ້ອມ ເປັນປີກຈຸດ ຫນັກສົມທົບກັບປີກສຳຄັນ ນຳ ໃຊ້ລົດຫຸ້ມເກາະຂອງສັດຕູຢູ່ ຫ້ວຍສະແຕບ ດັບສູນຄາທີ່ 8 ຄົນ ຈຳນວນເຫຼືອຕາຍປັບຫນີໄປ ຖືກວົງສະກັດຂອງພວກເຮົາດັບ ສູນສັດຕູຕື່ມ 13 ຄົນ. ເວລາ 17:00 ໂມງ ກຳລັງໄຟ 13 ໄດ້ ຮັບການເພີ່ມທະວີ 12,7 ມມ ຂອງກອງພັນ 613 ບຸກຕີສັດຕູ 2 ຫມວດຢູ່ກິ່ວຂາມປ້ອມ ພາຍຫຼັງ 10 ນາທີ ກອງຮ້ອຍ 3 ໄດ້ຕະລຸມ ບອນຂຶ້ນພວກເຂົາຕໍ່ຕ້ານບາງ ເລັກຫນ້ອຍແລ້ວກໍຖອຍຫນີໄປ ທາງກິ່ວກະຈຳ. ທິດນ້ຳແກ່ນ, ນ້ຳອອກຮູ ເວລາ 5 ໂມງເຊົ້າ ວັນທີ 11 ມັງກອນ ກອງພັນ 705 ນຳໃຊ້ກຳລັງໜຶ່ງ ກອງຮ້ອຍສົມທົບກັບກຳລັງໄຟ ຂອງຕົນບຸກຕີເຂົ້າປ້ອມບັນຊາ ນຳ້ແກ່ນ ໃນບັ້ນຮົບນີ້ສາມາດ ດັບສູນ ພັນເອກ ສົມເພັດ ພ້ອມ ລູກນ້ອງ 12 ຄົນ ຈຳນວນເຫຼືອ ຕາຍປົບແລ່ນຕາມທາງພໍດີຖືກ ວົງສະກັດຂອງພວກເຮົາຢູ່ສົ້ນ ຂົວນ້ຳແກ່ນພວກເຮົາດັບສູນຕື່ມ 2 ຄົນ. ວັນທີ 12 ມັງກອນ ພວກເຮົາ ໄດ້ສືບຕໍ່ບຸກຕີປົດນ້ຳອອກຮູ ຢູ່ນີ້ ສັດຕູໄດ້ບັນຈຸກຳລັງ 4 ຈຸ ໃນເວ ລາ 5 ໂມງເຊົ້າ ພວກເຮົານຳໃຊ້ ກຳລັງໄຟຄົກ 82 ເດກາ ແລະ 12,7 ມມ ຖະຫຼົ່ມທັງ 4 ປ້ອມ ຢ່າງແຂງແຮງພາບດຽວ ການ ສູ້ຮົບເປັນເວລາ 30 ນາທີ ພວກ ເຮົາດັບສູນສັດຕູໄດ້ 11 ຄົນ ພາກ ສ່ວນເຫຼືອຕາຍປົບແລ່ນໄປທິດ ກາສີ. ຢູ່ທິດກາສີ ເລີ່ມແຕ່ວັນທີ 11 ມັງກອນ 1973 ສັດຕູປະຕິບັດ ຕ່າວໂຈມຕີພວກເຮົາເວລາ 14:00 ໂມງ ພວກເຂົາໃຊ້ຍົນຖິ້ມ ລະເບີດລົງທຳລາຍຂອບເຂດຜາ ຮອມ ແນໃສ່ມ້າງສະຫນາມສະ ກັດກອງພັນທີ 1 ສ້າງເງື່ອນໄຂ ໃຫ້ກຳລັງພວກເຂົາຢູ່ລະຫວ່າງ ກາສີ-ວັງວຽງ ເຄື່ອນເຂົ້າຊ່ວຍ ຫນູນ, 15 ໂມງຂອງວັນດຽວ ກັນນີ້ ກຳລັງຂອງສັດຕູປະມານ ຫນຶ່ງກອງຮ້ອຍໄດ້ໂຢດພົນລົງ ຜາຕອງຈິງ ແລ້ວຂະຫຍາຍກຳ ລັງຜ່ານເມືອງນ້ອຍເຂົ້າໄປໃສ່ ລ້ອງປົດເພື່ອສົມທົບກຳລັງອາເຊ ຕັດເສັ້ນທາງເຄື່ອນທັບຂອງກຳ ລັງພວກເຮົາ. ພາຍຫຼັງກຳລັງກອງພັນ 705 ຕີປ້ອມນ້ຳອອກຮູແຕກ ສະຫາຍ ບຸນທອນ ຈິດລະພົນ ຄະນະບັນ ຊາດ້ານຮົບຍ່ອຍທິດພູຄູນໄດ້ນຳ ພາອ້າຍນ້ອງນຳເອົາລົດຕັງ 2 ຄັນ ປືນໃຫຍ່ 2 ກະບອກເຂົ້າມາ ຊ່ວຍດ້ານຮົບຍ່ອຍຢູ່ທິດກາສີ ລົດຕັງ ແລະ ປືນໃຫຍ່ໄດ້ເຄື່ອນ ມາຕາມທາງເລກ 13 ສ່ວນ ສະ ຫາຍ ບຸນທອນ ແລະ ອ້າຍນ້ອງ ເຄື່ອນມາຕາມສັນພູ ສະນັ້ນມາ ຮອດນ້ຳອອກຮູບ່ອນທີ່ນັດຫມາຍ ບໍ່ພ້ອມກັນໃນລົດຕັງມີ ເປເຕ 76 ອ້າຍນ້ອງຫນຶ່ງຫມວດຂອງກອງ ຮ້ອຍ 3 ກອງພັນ 705 ບັນຊາ ໂດຍສະຫາຍ ດວງໃຈ ພິຈິດ ຮອງ ຫົວຫນ້າກອງຮ້ອຍ 3 ໄດ້ມາ ຮອດນຳ້ອອກຮູກ່ອນ ແລະ ກໍ ຈອດລົດຢູ່ຈຸດດັ່ງກ່າວເພື່ອຕິດ ຕາມຫາດ້ານຮົບ ແຕ່ກໍບໍ່ພົບໃຜ ຈຶ່ງເຂົ້າໃຈວ່າຄະນະບັນຊາດ້ານ ຮົບກັບອ້າຍນ້ອງຈຳນວນຫນຶ່ງ ໄດ້ໄປຮອດບ້ານໂພນສີດາ ກ່ອນ ແລ້ວຈຶ່ງຕັດສິນໃຈເຄື່ອນທັບເຂົ້າ ໂພນສີດາ ເວລານີ້ບໍ່ຮູ້ວ່າ ສະ ຫາຍ ເຊີ ຜູ້ຕິດຕໍ່ສື່ສານ ແລະ ອ້າຍ ນ້ອງປ້ອງກັນຜູ້ຫນຶ່ງລົງລົດຍາມ ໃດບໍ່ຄອບຫມູ່ຍ້ອນບໍ່ມີຈັກຕິດຕໍ່ ສື່ສານໄປນຳ ເຮັດໃຫ້ການຕິດ ຕໍ່ສື່ສານລະຫວ່າງລົດ 2 ຄັນ ກັບ ຄະນະດ້ານຮົບຖືກຕັດຂາດອ້າຍ ນ້ອງບໍ່ຮູ້ວ່າສະພາບທາງຫນ້າ ຈະເປັນແນວໃດ ໃນເວລາລົດ ຕັງ 2 ຄັນ ເຄື່ອນມາຕາມທາງກໍມີ ຍົນເຕ 28 ສອງລຳບິນເຈີດລົງ ມາຊັກຫົວໃສ່ແຕ່ບໍ່ຍິງພວກມັນ ອາດບໍ່ຮູ້ວ່າແມ່ນລົດຕັງຂອງ ຝ່າຍໃດ. ເວລາ 11:00 ໂມງລົດເຄື່ອນ ເຂົ້າຮອດບ້ານໂພນສີດາ ປາກົດ ເຫັນທະຫານເປັນຈຳນວນຫຼວງ ຫຼາຍແຕ່ບໍ່ເຫັນອ້າຍນ້ອງກອງ ພັນທີ 2 ເມື່ອລົດຕັງພວກເຮົາ ແລ່ນເຂົ້າມາຮອດພວກເຂົາພາ ກັນແລ່ນແຕກລົງໄປກາງທົ່ງນາ ອ້າຍນ້ອງພວກເຮົາເລີ່ມມີຄວາມ ສົງໄສ ແຕ່ສັດຕູກໍບໍ່ຍິງກີດກັ້ນ ເຮົາ ສະນັ້ນລົດຕັງພວກເຮົາຈຶ່ງ ສືບຕໍ່ແລ່ນຈົນຮອດປ້ອມຍາມ ຈຶ່ງຮູ້ວ່າ ກາສີຍັງຕົກຢູ່ໃນການ ຄວບຄຸມຂອງສັດຕູ ອ້າຍນ້ອງ ເຮົາຈຶ່ງຕັດສິນໃຈເລັ່ງລົດຕຳໃສ່ ບາລິແຢຈົນຫັກເຄິ່ງ ພວກຕຳ ຫຼວດຍາມທີ່ນີ້ພາກັນແລ່ນຫນີ ປະປ້ອມ ຈາກນັ້ນ, ລົດຕັງພວກ ເຮົາຈຶ່ງອວ່າຍກັບຄືນຫຼັງເພື່ອ ຈະກັບຄືນໄປນ້ຳອອກຮູ ລົດຕັງ ທັງສອງຄັນແລ່ນດ້ວຍຄວາມໄວ ສູງ ແລະ ກຽມພ້ອມທີ່ຈະຍິງດັບ ສູນສັດຕູຖ້າພວກມັນຂວາງໜ້າ ເສັ້ນທາງແຕ່ກາສີຮອດໂພນສີ ດາພວກສັດຕູບໍ່ກ້າເຮັດຫຍັງໄດ້ ແຕ່ໃນເມື່ອອອກຫວິດບ້ານໂພນ ສີດາ ປະມານ 200 ແມັດ ພວກ ເຂົາໄດ້ຍິງເດກາ 67, ບາໂຊກາ 90 ມມ ສຸມໃສ່ລົດຕັງພວກເຮົາ ທັງສອງຄັນລົດຕັງພວກເຮົາໄດ້ ຖືກທຳລາຍຢູ່ທີ່ນີ້ ເມື່ອລົດຢຸດ ແລ້ວ ພວກສັດຕູກໍເຂົ້າມາປິດ ລ້ອມ ແລະ ຮຽກຮ້ອງໃຫ້ຄົນຢູ່ ໃນລົດອອກມາຍອມ ອ້າຍນ້ອງ ພວກເຮົາໄດ້ຍິງຕໍ່ຕ້ານກັບສັດຕູ ທັງຜ່ານຜ່າຫ່າລູກປືນຂອງພວກ ເຂົາອອກຈາກວົງປິດລ້ອມຢ່າງ ວຸດຫວິດ ດ້ວຍການອາໄສພູມີ ປະເທດເຂດນັ້ນເພື່ອເລັດລອດ ກັບຄືນກົມກອງ ອ້າຍນ້ອງເຮົາ ເສຍຊີວິດ 2 ສະຫາຍ ອີກຫນຶ່ງ ສະຫາຍຖືກບາດເຈັບຫນັກ ແລະ ກໍຖືກສັດຕູຈັບໄປ ປືນໃຫຍ່ 122 ສອງກະບອກ ທີ່ດ້ານຮົບສົ່ງມາ ຊ່ວຍຫນູນການບຸກຕີທິດກາສີກໍ ຖືກຍົນສັດຕູຍິງທຳລາຍໃນເວລາ 12 ໂມງຂອງວັນດຽວກັນ ສະ ນັ້ນ, ຄະນະບັນຊາດ້ານຮົບຈຶ່ງ ສັ່ງໃຫ້ກອງຮ້ອຍ 19 ຖອນກຳ ລັງຈາກນ້ຳຊະນາ ເມືອປ້ອງກັນ ສຳນັກບັນຊາດ້ານຮົບຢູ່ຖ້ຳຜາ ຫວາຍ. ( ອ່ານຕໍ່ສະບັບໜ້າ)



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ