ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ &ເປີດຊຸດອົບຮົມນາຍສິບ ຊຸດທີ III
ເວລາອອກຂ່າວ: 2018-11-16 10:54:27 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 64 | ຄວາມນິຍົມ:



ທ້າຍເດືອນຕຸລາ 2018 ຜ່ານມານີ້ຢູ່ສູນເຝິກກອງພົນທີ 5 ໄດ້ຈັດຕັ້ງພິທີເປີດຊຸດອົບຮົມນາຍ ສິບຊຸດທີ III ສົກ2018-2019 ຂຶ້ນ ໂດຍການເປັນປະທານຂອງ ພັນເອກ ວັນທອງ ບຸດຕະວົງ ຮອງເລຂາຄະນະພັກ, ຫົວໜ້າ ການທະຫານກອງພົນທີ 5, ມີ ຄະນະພັກ-ຄະນະບັນຊາຈາກ ກອງພົນທີ 4, ກອງພັນໃຫ່ຍ 645, ກອງພັນ ໃຫຍ່ 661 , ກອງພັນໃຫຍ່ 201 ກອງພົນທີ 2, ພ້ອມດ້ວຍພະແນກການ ພະນັກງານຄູ-ອາຈານຕະຫຼອດ ຮອດນັກຮຽນເຂົ້າຮ່ວມ. ການເປີດຊຸດອົບຮົມດັ່ງກ່າວ ກໍເພື່ອປະຕິບັດຕາມທິດທາງ ແຜນການປັບປຸງກໍ່ສ້າງກຳລັງ ປະກອບອາວຸດໃຫ້ມີຄວາມເຕີບ ໃຫຍ່ເຂັ້ມແຂງທາງດ້ານປະລິ ມານ ແລະ ຄຸນະພາບໄປພ້ອມໆ ກັບຄວາມຮຽກຮ້ອງຕ້ອງການ ໃນສະເພາະໜ້າ ແລະ ຍາວນານ ທັງເປັນການຍົກສູງລະດັບການ ບັນຊາ-ນຳພາຂັ້ນໝູ່ໝວດ ເພື່ອ ຕອບສະໜອງກັບໜ້າທີ່ວຽກ ງານຂອງແຕ່ລະກົມກອງໃຫ້ມີ ປະສິດຕິພາບສູງຂຶ້ນກວ່າເກົ່າ. ການເປີດຊຸດອົບຮົມຄັ້ງນີ້ແບ່ງ ອອກເປັນ 3 ພາກຄື: ພາກຄວາມ ຮູ້ທົ່ວໄປ, ພາກຄວາມຮູ້ພື້ນຖານ ວິຊາສະເພາະ, ພາກຄວາມຮູ້ດ້ານ ວິຊາສະເພາະທະຫານຮາບ, ໃນ ນີ້ພາກຄວາມຮູ້ທົ່ວໄປມີ 2 ວິຊາ ຄື: ວິຊາພາສາອັງກິດ ແລະ ວິຊາ ຄອມພິວເຕີ,ພາກຄວາມຮູ້ພື້ນຖານ ວິຊາສະເພາະມີ 8 ວິຊາ ເປັນ ຕົ້ນວິຊາລະບຽບ, ວິຊາກີລາກາ ຍະກຳ, ວິຊາການເມືອງກົດໝາຍ ແລະ ພາກວິຊາຄວາມຮູ້ດ້ານວິ ຊາສະເພາະທະຫານຮາບ. ການ ອົບຮົມຄັ້ງນີ້ຈະດຳເນີນໄປເປັນ ເວລາ 10 ເດືອນຈຶ່ງຈະອັດລົງ. ໂອກາດດັ່ງກ່າວ ພັນເອກ ວັນທອງ ບຸດຕະວົງ ຫົວໜ້າ ການທະຫານກອງພົນທີ 5 ກໍໄດ້ ກ່າວວ່າ: ການເປີດຊຸດອົບຮົມ ຄັ້ງນີ້ແມ່ນມີຄວາມສຳຄັນເພາະ ເປັນການຍົກລະດັບຄວາມຮູ້- ຄວາມສາມາດໃນການນຳພາ- ບັນຊາຂອງພະນັກງານໝູ່, ໝວດ ເພື່ອເຮັດສຳເລັດໜ້າທີ່ວຽກງານ ທີ່ໄດ້ຮັບການມອບໝາຍ ພ້ອມນັ້ນ ກໍເປັນການສ້າງຄວາມຊຳນິ ຊຳນານທາງດ້ານສິລະປະຍຸດ- ຍຸດທະວິທີ ແລະ ການຈັດຕັ້ງປະ ຕິບັດບັນດາຂໍ້ກຳນົດກົດລະບຽບ ຂອງພັກ ຂອງກອງທັບ ໃຫ້ເປັນ ຂະບວນການຟົດຟື້ນແຂງແຮງ ເພື່ອຮັບປະກັນໃຫ້ແກ່ການກໍ່ສ້າງ ກອງທັບໃຫ້ມີຄວາມເຂັ້ມແຂງ ເທື່ອລະກ້າວ. ຈາກນັ້ນທ່ານຍັງ ຮຽກຮ້ອງໃຫ້ນັກຮຽນຊຸດນີ້ຈົ່ງ ພ້ອມກັນສຸມສະຕິປັນຍາເຫື່ອ ແຮງເຂົ້າໃນການເຝິກຝົນຫຼໍ່ ຫຼອມຕົນເອງທາງດ້ານຄຸນສົມ ບັດສິນທຳປະຕິວັດເປັນເຈົ້າການ ໃນການປະຕິບັດໜ້າທີ່ວຽກງານ ແລະ ລະບຽບວິໄນຢ່າງເຂັ້ມ ງວດມີຄວາມສາມັກຄີຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ ການເຝິກອົບຮົມຄັ້ງນີ້ສຳເລັດ ໄປດ້ວຍດີ ແລະ ມີຄວາມຮັບປະ ກັນ100%. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ຫ້ອງ ການກອງພົນທີ 5 ໄດ້ເປີດຂະ ບວນການແຂ່ງຂັນກີລາ ເພື່ອ ຕ້ອນຮັບວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 70 ປີ ເວົ້າ ສະເພາະແມ່ນຕ້ອນຮັບກອງປະ ຊຸມໃຫຍ່ ຄັ້ງທີ IX ຂອງຕົນ ໃຫ້ມີບັນຍາກາດຟົດຟື້ນກວ້າງ ຂວາງຕໍ່ເນື່ອງຍູ້ແຮງຂະບວນ ການລວມຂອງກົມກອງອີກ ດ້ວຍ, ເຊິ່ງກີລາທີ່ນຳມາແຂ່ງຂັນ ໃນຄັ້ງນີ້ປະກອບມີ: ກີລາບານ ສົ່ງ ແລະ ກີລາເປຕັງ. ເຊິ່ງການ ແຂ່ງຂັນຈະໄດ້ດຳເນີນໄປ 14 ວັນຈຶ່ງຈະອັດລົງ. ຂ່າວ: ແສງອາທິດ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ