ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຖາບັນການເງິນຈຸລະພາກທີ່ຮັບຝາກສິນຊັບເມືອງເໜືອມອບເຄືອງພີມ ໃຫ້ຫ້ອງການເມືອງທະຫານແຂວງໄຊຍະບູລີ
ເວລາອອກຂ່າວ: 2019-04-22 09:39:40 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:



ໃນວັນທີ 10 ເມສາ 2019 ນີ້, ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກສິນຊັບເມືອງເໜືອ ໄດ້ນຳເອົາເຄື່ອງຮັບໃຊ້ຫ້ອງ ການຄື: ປິນເຕີຈຳນວນ 1 ຊຸດ ມູນຄ່າ 850.000 ກີບ ມາມອບ ໃຫ້ຫ້ອງການເມືອງທະຫານ ແຂວງໄຊຍະບູລີ ຕາງໜ້າກ່າວ ມອບໂດຍແມ່ນ ສະຫາຍ ບຸນຊູ ແສງສະຫວາດ ບໍລິຫານສະຖາ ບັນການເງິນຈຸລະພາກທີ່ຮັບເງິນ ຝາກສິນຊັບເມືອງເໜືອ ກ່າວຮັບ ໂດຍແມ່ນ ສະຫາຍ ພັນໂທ ດາວ ນ້ອຍ ບຸດບົວທອງ ຫົວໜາ້ຫ້ອງ ການເມືອງ ກອງບັນຊາການທະ ຫານແຂວງໄຊຍະບູ, ມີພະນັກ ງານທັງສອງຝ່າຍເຂົ້າຮ່ວມ ເປັນສັນຂີພິຍານ. ໂອກາດນີ້ ສະຫາຍ ພັນໂທ ດາວນ້ອຍ ບຸດບົວທອງ ໄດ້ຕາງ ໜ້າໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບພາຍ ໃນກົມກອງສະແດງຄວາມຂອບ ອົກຂອບໃຈມາຍັງສະຖາບັນ ການເງິນຈຸລະພາກທີ່ຮັບເງິນ ຝາກສິນຊັບເມືອງເໜືອທີ່ໄດ້ເປັນ ຫ່ວງເປັນໄຍຕໍ່ກັບກຳລັງປະ ກອບອາວຸດທ້ອງຖິ່ນແຂວງໄຊ ຍະບູລີ ຈິ່ງໄດ້ໃຫ້ການອູ້ມຊູຊ່ວຍ ເຫຼືອດ້ວຍວັດຖຸປັດໃຈຕ່າງໆ ເຂົ້າໃນວຽກງານຂອງກົມກອງ ໃນຄັ້ງນີ້ ແລະ ສັນຍາວ່າຈະນຳ ເອົາເຄື່ອງດັ່ງກ່າວໄປໝູນໃຊ້ ເຂົ້າໃນວຽກງານການພິມເອກະ ສານຂອງຫ້ອງການເມືອງໃຫ້ ທ່ວງທັນກັບຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ການເມືອງໃຫ້ດີຂຶ້ນ. ໂດຍ: ບົວລິວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ