ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນ 301 ເປີດຂະບວນການກີລາພາຍໃນກົມກອງ
ເວລາອອກຂ່າວ: 2018-11-16 10:47:41 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 108 | ຄວາມນິຍົມ:



ໂຮງຮຽນ 301 ເປີດການ ແຂ່ງຂັນກີລາສະໝັກຫຼິ້ນປະຈຳ ປີ 2018 ຂຶ້ນ ໃນວັນທີ 7 ພະຈິກ 2018 ນີ້ ໂດຍພາຍໃຕ້ການເປັນ ປະທານຂອງ ພັນໂທ ຄຳຫຼັກ ເພັດ ສີສົມພູ ເລຂາຄະນະພັກຮາກ ຖານ ຫົວໜ້າການເມືອງ, ມີຄະ ນະພັກ-ຄະນະບັນຊາ, ຄະນະນຳ ຄູເຝິກ ແລະ ນັກກີລາເຂົ້າຮ່ວມ. ຈຸດປະສົງຂອງການຈັດການ ແຂ່ງຂັນໃນຄັ້ງນີ້ກໍເພື່ອເປັນການ ສ້າງບັນຍາກາດຟົດຟື້ນມ່ວນຊື່ນ ຂໍ່ານັບຮັບຕ້ອນວັນປະຫວັດສາດ ຂອງຊາດ, ຂອງພັກ ໂດຍສະ ເພາະແມ່ນວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີທີ່ ຈະມາເຖິງນີ້ໃຫ້ມີຄວາມໝາຍ ເລິກເຊິ່ງ ອີກດ້ານໜຶ່ງກໍເພື່ອເປັນ ການເສີມສ້າງສຸຂະພາບນັກກີ ລາກໍຄືພະນັກງານ-ນັກຮົບໃຫ້ມີ ຄວາມແຂງແຮງ ພ້ອມຄັດເລືອກ ເອົານັກກີລາຜູ້ທີ່ດີເດັ່ນເປັນຕົວ ແທນໃຫ້ນັກກີລາໂຮງຮຽນ 301 ເຂົ້າຮ່ວມແຂ່ງຂັນງານກີ ລາຂອງຂັ້ນເທິງທີ່ຈະຈັດຂຶ້ນໃນ ມໍ່ໆນີ້ ແລະ ເພື່ອເປັນການເຕົ້າ ໂຮມຄວາມສາມັກຄີລະຫວ່າງ ພະນັກງານ-ນັກຮົບ ແລະ ນັກກີ ລາດ້ວຍກັນເຮັດໃຫ້ວັນສ້າງຕັ້ງ ກອງທັບປະຊາຊົນລາວຄົບຮອບ 70 ປີມີຄວາມຄຶກຄື້​ນມ່ວນຊື່ນ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ທ້າຍ ເດືອນຕຸລານີ້ ໂຮງຮຽນ 301 ໄດ້ເຊັນບົດບັນທຶກການຮ່ວມມື ແຮກສ່ຽວລະຫວ່າງຂະແໜງ ຊາວໜຸ່ມໂຮງຮຽນ ແລະ ຄະນະ ບໍລິຫານງານຊາວໜຸ່ມເມືອງທ່າ ພະບາດ, ທັງນີ້ກໍເພື່ອເປັນການ ຮັດແໜ້ນຄວາມສາມັກຄີລະ ຫວ່າງອົງການຈັດຕັ້ງມະຫາຊົນ ຂອງໂຮງຮຽນ ແລະ ເມືອງທ່າ ພະບາດ ໃນການປະກອບສ່ວນ ສຳຄັນເຂົ້າໃນພາລະກິດປົກປັກ ຮັກສາ ແລະ ສ້າງສາ ພັດທະນາ ປະເທດຕາມຄຳຂວັນ 4 ບຸກ, ບ່ອນໃດທຸກຊາວໜຸ່ມພວກເຮົາ ກໍຂານອາສານຳໜ້າສົມເປັນ ກ້ອນກຳລັງແຮງ ແລະ ເປັນແຂນ ຂວາຂອງພັກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ