ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດເລື່ອນຊັ້ນ, ທຽບຊັ້ນໃຫ້ທະຫານຢູ່ໂຮງງານປະສານເຫຼົ່າຫຼວງພະບາງ
ເວລາອອກຂ່າວ: 2018-11-16 10:45:52 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 75 | ຄວາມນິຍົມ:



ໃນວັນທີ 12 ພະຈິກ 2018 ນີ້, ໂຮງງານປະສານເຫຼົ່າຫລວງ ພະບາງ ໄດ້ຈັດຕັ້ງພິທີປະກາດ ການເລື່ອນຊັ້ນ, ທຽບຊັ້ນ ໃຫ້ ນາຍທະຫານ ຈຳນວນ 11 ສະ ຫາຍ ໂດຍເປັນກຽດເຂົ້າຮ່ວມ ເປັນປະທານ ຂອງ ທ່ານ ພົນຈັດ ຕະວາ ຄອນສະຫວັນ ມິ່ງຈຳປາ ບານ ຄະນະພັກອົງການກົມໃຫຍ່ ຮອງຫົວໜ້າກົມໃຫຍ່ເຕັກນິກກອງ ທັບ, ມີຄະນະພັກ-ຄະນະບັນຊາ, ນາຍທະຫານແຕ່ຊັ້ນຮ້ອຍຕີຂຶ້ນ ໄປ ພ້ອມດ້ວຍຜູ້ທີ່ໄດ້ຮັບການ ເລື່ອນຊັ້ນ, ທຽບຊັ້ນເຂົ້າຮ່ວມ. ພັນໂທ ວຽງນາກ ວິລະວົງ ຫົວ ຫນ້າພະແນກພະນັກງານຫ້ອງ ການເມືອງກົມໃຫຍ່ເຕັກນິກກອງ ທັບ ໄດ້ຂຶ້ນອ່ານຂໍ້ຕົກລົງວ່າ ດ້ວຍການເລື່ອນຊັ້ນ, ທຽບຊັ້ນ ໃຫ້ນາຍທະຫານຢູ່ໂຮງງານປະ ສານເຫຼົ່າຫຼວງພະບາງ ຈຳນວນ ທັງຫມົດ 11 ສະຫາຍ, ຍິງ 2 ສະ ຫາຍ ໃນນີ້ເລື່ອນທຽບຊັ້ນຮ້ອຍຕີ ຂຶ້ນຊັ້ນຮ້ອຍໂທ ມີ 4 ສະຫາຍ, ເລື່ອນຊັ້ນວາທີຂຶ້ນຊັ້ນຮ້ອຍຕີ ມີ 5 ສະຫາຍ, ຍິງ 2 ສະຫາຍ, ເລື່ອນ ທຽບຊັ້ນໃຫ້ພົນທະຫານທີ່ຮຽນ ຈົບຢູ່ສາຍລັດຂຶ້ນທຽບຊັ້ນຮ້ອຍ ໂທ ມີ 2 ສະຫາຍ. ໃນໂອກາດດັ່ງກ່າວ, ທ່ານພົນ ຈັດຕະວາ ຄອນສະຫວັນ ມິ່ງຈຳ ປາບານ ໄດ້ໂອ້ລົມພ້ອມທັງໃຫ້ ທິດຊີ້ນຳຫຼາຍບັນຫາສຳຄັນໂດຍ ເລັ່ງໃສ່ຜູ້ທີ່ໄດ້ຮັບການເລື່ອນຊັ້ນ ໃຫມ່ຄັ້ງນີ້ແມ່ນການມອບຫມາຍ ຫນ້າທີ່ ແລະ ຄວາມຮັບຜິດຊອບ ອັນໃຫມ່ຈາກການຈັດຕັ້ງຂັ້ນ ເທິງ ຜູ້ທີ່ໄດ້ຮັບການເລື່ອນຊັ້ນ ໃຫມ່ຈົ່ງເພີ່ມທະວີຕໍ່ຫນ້າທີ່ຄວາມ ຮັບຜິດຊອບການເມືອງຂອງຕົນ ໃຫ້ສູງ, ມີຫົວຄິດປະດິດສ້າງໃນ ການເຮັດວຽກງານຢູ່ໃນກົມ ກອງ, ເອົາໃຈໃສ່ເຝິກຝົນຫໍ່ຼຫຼອມ ພັດທະນາຕົນເອງໃນທຸກດ້ານ, ມີ ແບບແຜນໃນການນຳພາ-ບັນຊາ ເຮັດວຽກ, ມີຄວາມເສຍສະຫຼະ ພ້ອມກັນນັ້ນຕ້ອງຕັ້ງຫນ້າປະຕິ ບັດຂໍ້ກຳນົດ, ກົດລະບຽບຂອງ ກອງທັບ ຢ່າງເຂັ້ມງວດ, ເປັນ ແບບຢ່າງທີ່ດີໃຫ້ແກ່ນັກຮົບ ພ້ອມ ກັນສຸມໃສ່ເຮັດສຳເລັດຫນ້າທີ່ ການເມືອງຕາມການຈັດຕັ້ງມອບ ຫມາຍໃຫ້ດ້ວຍຜົນສຳເລັດໃຫຍ່ ຫຼວງກວ່າເກົ່າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ