ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມສ້າງແຜນການກຳນົດພະນັກງານນຳພາ - ບັນຊາຂຶ້ນສູນກາງຄຸ້ມຄອງຂອງກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2018-11-15 19:59:28 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 266 | ຄວາມນິຍົມ:



ໃນວັນທີ 14 ພະຈິກ 2018 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ເສນາ ທິການກອງທັບໄດ້ເປີດກອງປະ ຊຸມສ້າງແຜນການກຳນົດພະນັກ ງານນຳພາ-ບັນຊາຂັ້ນສູນກາງ ຄຸ້ມຄອງຂອງກະຊວງປ້ອງກັນ ປະເທດ ໂດຍການເປັນປະທານ ຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການ ເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີຄະ ນະພັກກະຊວງປ້ອງກັນປະ ເທດ, ຄະນະພັກກົມໃຫຍ່, ຫ້ອງ ວ່າການກະຊວງ, ທັງກຳລັງ ຫຼວງ ແລະ ກຳລັງທ້ອງຖິ່ນເຂົ້າ ຮ່ວມ. ທ່ານ ພົນຈັດຕະວາ ວົງສອນ ອິນປານພິມ ກຳມະການຄະນະ ພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບໄດ້ໃຫ້ຮູ້ວ່າ: ການຈັດ ຕັ້ງປະຕິບັດວຽກງານສ້າງແຜນ ການກຳນົດພະນັກງານນຳພາ-ຄຸ້ມຄອງໃນທົ່ວປະເທດຂອງກະ ຊວງປ້ອງກັນປະເທດ ໂດຍປະຕິ ບັດມະຕິຂອງກົມການເມືອງສູນ ກາງພັກ ວ່າດ້ວຍມາດຕະຖານ ຂອງພະນັກງານນຳພາ-ຄຸ້ມ ຄອງ, ວຽກງານຄຸ້ມຄອງພະ ນັກງານ ແລະ ການສ້າງແຜນ ການກຳນົດພະນັກງານນຳພາ-ຄຸ້ມຄອງ.ໄດ້ດຳເນີນກອງປະຊຸມ ທາບທາມການສ້າງແຜນກຳນົດ ພະນັກງານທີ່ມີມາດຕະຖານ, ມີເງື່ອນໄຂ, ເພື່ອຈັດວາງເຂົາ ໃນຕຳແໜ່ງນຳພາ-ບັນຊາແຕ່ ລະຂັ້ນໃນຊຸມປີຕໍ່ໜ້າ, ດ້ວຍເຫດ ນີ້ພວກເຮົາຕ້ອງໄດ້ເອົາໃຈໃສ່ ຄົ້ນຄວ້າໃຫ້ເລິກເຊິ່ງຕໍ່ເນື່ອງໃນ ມະຕິຂອງກົມການເມືອງ, ກໍຄືຄຳ ແນະນຳຂອງສູນກາງພັກວ່າ ດ້ວຍມາດຕະຖານຂອງພະນັກ ງານນຳພາ-ຄຸ້ມຄອງ, ວຽກງານ ຄຸ້ມຄອງພະນັກງານ ແລະ ວຽກ ງານສ້າງແຜນກຳນົດພະນັກ ງານນຳພາ-ຄຸ້ມຄອງ; ເພື່ອເປັນ ບ່ອນອີງໃນການເລືອກເຟັ້ນບັນ ດາເປົ້າໝາຍເປັນຕົ້ນ: ໂຄງປະ ກອບດ້ານອາຍຸ; ການເລືອກ ເຟັ້ນເປົ້າໝາຍທີ່ຈະເຂົ້າໃນແຜນ ກຳນົດ; ການກຳນົດແຕ່ລະຕຳ ແໜ່ງງານ. ພວກເຮົາຕ້ອງເຂົ້າ ໃຈວ່າກອງປະຊຸມໃນຄັ້ງນີ້ແມ່ນ ສຸດທີ່ມີຄວາມໝາຍສຳຄັນໃນ ການຄົ້ນຫາພະນັກງານສືບທອດ ປ່ຽນແທນໃນອະນາຄົດໃຫ້ຜູ້ທີ່ມີ ຄວາມຮູ້ຄວາມສາມາດ, ມີຄຸນ ທາດການເມືອງໜັກແໜ້ນ ເປັນ ຜູ້ສືບຖອດຮັບພາລະກຳຂອງ ກອງທັບ ກໍຄືຂອງປະເທດຊາດ, ນຳພາປັບປຸງການກໍ່ສ້າງກຳລັງ ປະກອບອາວຸດໃຫ້ມີຄວາມປອດ ໃສ, ເຂັ້ມແຂງ, ໜັກແໜ້ນ ເປັນ ຫຼັກແຫຼ່ງແກ່ນສານໃນພາລະກິດ ປົກປັກຮັກສາ ແລະ ສ້າງສາປະ ເທດຊາດກ້າວເດີນຕາມອຸດົມ ການສັງຄົມນິຍົມດ້ວຍທ້ວງທ່າ ອັນໜັກແໜ້ນ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ