ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະສິລະປະສະໝັກຫຼີ້ນທະຫານແຂວງອຸດົມໄຊຄອງຂັນຊະນະເລີດງານແຂ່ງຂັນສິລະປະວັນນະຄະດີສະໝັກຫຼີ້ນທົ່ວກອງທັບ ຄັ້ງທີ V
ເວລາອອກຂ່າວ: 2018-11-15 19:57:22 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 324 | ຄວາມນິຍົມ:



ງານແຂ່ງຂັນສິລະປະ-ວັນນະຄະດີສະໝັກ ຫຼິ້ນທົ່ວກອງທັບ ຄັ້ງທີ V ຮອບຊີງຊະນະ ເລີດໄດ້ສຳເລັດລົງໃນຕອນແລງຂອງວັນທີ 14 ພະຈິກ 2018 ນີ້, ໂດຍການເຂົ້າຮ່ວມເປັນປະ ທານຂອງ ທ່ານ ພົນໂທ ວິໄລ ຫຼ້າຄຳ ຟອງ ເລ ຂາທິການສູນກາງພັກ, ຮອງລັດຖະມົນຕີກະ ຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການ ເມືອງກອງທັບ, ມີບັນດາທ່ານຄະນະນຳກະ ຊວງປ້ອງກັນ ປະເທດ, ກະຊວງປ້ອງກັນຄວາມ ສະຫງົບ, ບັນດາກົມໃຫຍ່, ຫ້ອງວ່າການກະ ຊວງ, ບັນດາແຂກຖືກເຊີນ, ມີບັນດາສະຫາຍ ຫົວ ໜ້າຄະນະ ແລະ ພະນັກງານນັກ ສະແດງທັງ 9 ຄະນະເຂົ້າຮ່ວມ. ໃນພິທີທ່ານພົນຈັດຕະວາ ສາຍ ສະໝອນ ສະຫຼັບແສງ ຄະນະ ພັກກົມໃຫຍ່ຫົວໜ້າກົມໂຄສະ ນາອົບຮົມກົມໃຫຍ່ການເມືອງ ກອງທັບຄະນະຮັບຜິດຊອບຈັດ ງານແຂ່ງຂັນໄດ້ຂຶ້ນຜ່ານບົດສະ ຫຼຸບການຈັດງານແຂ່ງຂັນສິລະ ປະ-ວັນນະຄະດີສະໝັກຫຼິ້ນທົ່ວ ກອງທັບຄັ້ງທີ V ຮອບຊີງຊະນະ ເລີດໃນຄັ້ງນີ້ ໄດ້ສຳເລັດລົງດ້ວຍ ໝາກຜົນອັນຈົບງາມ, ມີບັນຍາ ກາດຟົດຟື້ນມ່ວນຊື່ນປຸກລະດົມ ຊຸກຍູ້ແນວຄິດຈິດໃຈຂອງພະນັກ ງານນັກຮົບໃນກອງທັບ ແລະ ປະຊາຊົນບັນດາເຜົ່າໃຫ້ມີຄວາມ ເອກອ້າງທະນົງໃຈຕໍ່ຜົນງານໄຊ ຊະນະ ແລະ ທາດແທ້ມູນເຊື້ອ ຂອງກອງທັບປະຊາຊົນລາວ, ສ່ອງແສງໃຫ້ເຫັນການເຕີບໃຫຍ່ ຂະຫຍາຍຕົວຂອງກອງທັບປະ ຊາຊົນລາວ ກໍຄືຮີດຄອງປະເພນີ ອັນດີງາມຂອງປະຊາຊົນລາວ ບັນດາເຜົ່າ, ສ່ອງແສງໃຫ້ເຫັນ ມູນເຊື້ອ ແລະ ການເຕີບໃຫຍ່ຂະ ຫຍາຍຕົວຂອງກອງທັບປະຊາ ຊົນລາວ ກໍຄືຮີດຄອງປະເພນີ ອັນດີງາມຂອງປະຊາຊົນລາວ ບັນດາເຜົ່າ, ສ່ອງແສງໃຫ້ເຫັນ ມູນເຊື້ອການຕໍ່ສູ້ອັນພິລາດອາດ ຫານຂອງກອງທັບ ແລະ ປະຊາ ຊົນລາວ ບັນດາເຜົ່າພາຍໃຕ້ການ ນຳພາອັນປີຊາສາມາດສະຫຼາດ ສ່ອງໃສຂອງພັກປະຊາຊົນປະຕິ ບັດລາວ, ສ່ອງແສງໃຫ້ເຫັນນຳ້ ໃຈຮັກຊາດ, ຮັກບ້ານເກີດເມືອງ ນອນຮັກລະບອບປະຊາທິປະໄຕ, ສະແດງໃຫ້ເຫັນຄວາມສາມັກຄີ ອັນແໜ້ນແຟ້ນລະຫວ່າງກອງ ທັບກັບປະຊາຊົນບັນດາເຜົ່າຄືປາ ກັບນຳ້, ຄຽງຄູກັນນັ້ນກໍສ່ອງ ແສງໃຫ້ເຫັນເຖິງລັກສະນະຊາດ, ລັກສະນະກ້າວໜ້າ ແລະ ລັກສະ ນະມະຫາຊົນ ແລະ ເປັນການ ສ້າງຜົນງານຂໍ່ານັບຮັບຕ້ອນວັນ ສ້າງກອງທັບປະຊາຊົນລາວ ຄົບ ຮອບ 70 ປີ, ການແຂ່ງຂັນໃນ ຄັ້ງນີ້ມີຄະນະສິລະປະເຂົ້າຮ່ວມ ທັງໜົດ 9 ຄະນະ ທີ່ມາຈາກກຳ ລັງຫຼວງ ແລະ ກຳລັງທ້ອງຖິ່ນຄື: ຄະນະສິລະປະກອນກອງບັນຊາ ການທະຫານແຂວງອຸດົມໄຊ, ກອງບັນຊາການທະຫານແຂວງ ວຽງຈັນ, ກອງບັນຊາການທະ ຫານແຂວງສະຫວັນນະເຂດ, ກອງບັນຊາການທະຫານແຂວງ ສາລະວັນ, ກົມໃຫຍ່ການເມືອງ ກອງທັບ, ກົມ 213, ຫ້ອງວ່າ ການກະຊວງປ້ອງກັນປະເທດ, ໂຮງຮຽນກໍ່ສ້າງນາຍສິບທະ ຫານຮາບເລກ 2 ວຽງໄຊ ແລະ ຄະນະສິລະປະກອນກອງພັນ ໃຫຍ່ລົດຕັງຍານເກາະ 661, ມີ ຈໍານວນທັງໜົດ 270 ຄົນ, ເພດ ຍິງ 121 ຄົນ, ລາຍການສະ ແດງມີ 45 ລາຍການ. ຕະຫຼອດ ໄລຍະການແຂ່ງຂັນ 2 ຄືນແມ່ນ ສາມາດຄັດເລືອກໄດ້ຄະນະທີ່ດີ ເດັ່ນຄື: ລາງວັນຊະນະເລີດອັນ ດັບ 1 ມີ 1 ລາງວັນໄດ້ແກ່ຄະນະ ສິລະປະກອງບັນຊາການທະ ຫານແຂວງອຸດົມໄຊ, ລາງວັນ ຮອງຊະນະເລີດອັນດັບ 1 ມີ 2 ລາງວັນໄດ້ແກ່ຄະນະສິລະປະ ກອງບັນຊາການທະຫານແຂວງ ວຽງຈັນ ແລະ ຄະນະສິລະປະກົມ ໃຫຍ່ການເມືອງກອງທັບ, ລາງ ວັນຮອງຊະນະເລີດອັນດັບ 2 ມີ 3 ລາງວັນໄດ້ແກ່ຄະນະສິລະປະ ກອງບັນຊາການທະຫານແຂວງ ສາລະວັນ, ຄະນະສິລະປະກອນ ກອງພັນໃຫຍ່ 661 ແລະ ຄະນະ ສິລະປະກອນຫ້ອງວ່າການກະ ຊວງປ້ອງກັນປະເທດ, ລາງວັນ ຊົມເຊີຍມີ 3 ລາງວັນໄດ້ແກ່ຄະ ນະສິລະປະກົມ 213, ຄະນະສິ ລະປະກອນໂຮງຮຽນກໍ່ສ້າງ ນາຍສິບທະຫານຮາບເລກ 2 ວຽງໄຊ ແລະ ກອງບັນຊາການ ທະຫານແຂວງສະຫວັນນະເຂດ. ໂອກາດດັ່ງກາດທ່ານພົນໂທ ວິໄລ ຫຼ້າຄຳ ເລຂາທິການສູນ ກາງພັກ, ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ການເມືອງກອງ ທັບກໍໄດ້ກ່າວຍ້ອງຍໍຊົມເຊີຍຜົນ ສຳເລັດອັນຈົບງາມຂອງງານ ແຂ່ງຂັນຄັ້ງນີ້ສຸດທີ່ມີຄວາມ ໜາຍສຳຄັນໃນຂົງເຂດວຽກ ງານສິລະປະ-ວັນນະຄະດີ ຢູ່ໃນ ບັນດາກົມກອງກຳລັງປະກອບ ອາວຸດຂອງພວກເຮົາ, ທັງເປັນ ພື້ນຖານໃຫ້ແກ່ການປັບປຸງເສີມ ຂະຫຍາຍວຽກງານສິລະປະ- ວັດທະນະທຳຂອງກອງທັບກໍຄື ຂອງຊາດໃຫ້ມີຄຸນນະພາບ ແລະ ເປັນຂະບວນກ້ວາງຂວາງ, ຟົດ ຟື້ນກວ່າເກົ່າ. ພາຍຫຼັງກັບຄືນ ເມືອກົມກອງທ້ອງຖິ່ນແລ້ວ, ແຕ່ ລະໜ່ວຍສິລະປະ-ວັນນະຄະດີ ຈົ່ງຮີບຮ້ອນຈັດຕັ້ງເຄື່ອນໄຫວ ສະແດງຮັບໃຊ້ນາຍ ແລະ ພົນທະ ຫານໃນກົມກອງ ແລະ ພໍ່ແມ່ ປະຊາຊົນທ້ອງຖິ່ນຂອງຕົນໃຫ້ ເປັນຂະບວນກ້ວາງຂວາງກ່ວາ ເກົ່າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ