ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທ່ານຮອງເຈົ້າແຂວງສະຫວັນນະເຂດລົງຢ້ຽມຢາມພົບປະໂອ້ລົມພະນັກງານ - ນັກຮົບຢູ່ກອງພັນຕີພິເສດ 207
ເວລາອອກຂ່າວ: 2018-11-15 19:55:11 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 196 | ຄວາມນິຍົມ:



ໃນວັນທີ 12 ພະຈິກ 2018 ນີ້, ທ່ານ ປອ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ, ຮອງເລຂາພັກແຂວງ, ຮອງເຈົ້າ ແຂວງສະຫວັນນະເຂດ, ພ້ອມຜູ້ ຕາງໜ້າພະແນກການທີ່ກ່ຽວ ຂ້ອງ,ໄດ້ລົງຢ້ຽມຢາມພົບປະໂອ້ ລົມພະນັກງານ-ນັກຮົບຢູ່ກອງ ພັນຕີພິເສດ 207 ທະຫານ ແຂວງສະຫວັນນະເຂດ, ເຊິ່ງໃຫ້ ກຽດຕ້ອນຮັບຂອງຄະນະພັກ-ຄະນະບັນຊາພະນັກງານ-ນັກ ຮົບຈາກກົມກອງດັ່ງກ່າວ. ໃນໂອກາດດັ່ງກ່າວທ່ານພັນຕີ ຄຳໃສ ວົງສັກດາ ເລຂາຄະນະ ພັກ ຫົວໜ້າການເມືອງກອງພັນ ຕີພິເສດ 207 ກໍໄດ້ລາຍງານ ສະພາບທີ່ຕັ້ງ,ຈຸດພິເສດ,ສິດໜ້າ ທີ່ຂອບເຂດຄວາມຮັບຜິດຊອບ, ວຽກງານການເຄື່ອນໄຫວຕ່າງໆ ຢູ່ພາຍໃນກົມກອງໃຫ້ໄດ້ຮັບ ຊາບ. ທ່ານຮອງເຈົ້າແຂວງ, ກໍ ໄດ້ພົບປະໂອ້ລົມຕໍ່ຄະນະພັກ-ຄະ ນະບັນຊາພະນັກງານ-ນັກຮົບ, ກ່ອນອື່ນສະຫາຍໄດ້ສະແດງຄຳ ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນ ດາທ່ານຍາດມາໄດ້ໃນໄລຍະ ຜ່ານມາ, ພ້ອມທັງໄດ້ຍົກໃຫ້ເຫັນ ສະພາບການຂອງໂລກພາກພື້ນ ແລະ ສາກົນທີ່ພວມຜັນປ່ຽນຢູ່ໃນ ປັດຈຸບັນ,ທີ່ອາດສົ່ງຜົນກະທົບຕໍ່ ປະເທດເຮົານັ້ນຈຶ່ງຮຽກຮ້ອງໃຫ້ ພວກເຮົາຕ້ອງເອົາໃຈໃສ່ເປັນພິ ເສດຮັກສາຄວາມສະຫງົບໝັ້ນ ຄົງຂອງຊາດ ໂດຍສະເພາະການ ເຄື່ອນໄຫວຂອງພວກກຸ່ມຄົນບໍ່ດີການຄ້າຂາຍເຖື່ອນ, ບັນຫາຢາ ເສບຕິດຕາມຂອບເຂດຕົນຮັບ ຜິດຊອບ ແລະ ບັນຫາອື່ນໆ, ພ້ອມນີ້ທ່ານຍັງໄດ້ເນັ້ນໜັກໃຫ້ ຄະນະພັກຄະນະບັນຊາກອງພັນ, ກຳໃຫ້ໄດ້ທຸກການເຄື່ອນໄຫວ ຂອງພວກກຸ່ມຄົນບໍ່ດີ,ເພື່ອສະກັດ ກັ້ນແກ້ໄຂໃຫ້ທັນເຫດການ, ມີ ປະສິດທິຜົນ, ເອົາໃຈໃສ່ສືກສາ ອົບຮົມວຽກງານການເມືອງ ແນວຄິດໃຫ້ພະນັກງານ- ນັກຮົບ ໃຫ້ມີຄຸນທາດການເມືອງໜັກ ແໜ້ນ, ຍົກສູງສະຕິລະວັງຕົວ, ກຽມພ້ອມສູ້ຮົບ ແລະ ເປັນເຈົ້າ ການອອກເຄື່ອນໄຫວສາລະເວ ຕາມຂອບເຂດຄວາມຮັບຜິດ ຊອບຂອງຕົນ, ສືບຕໍ່ເສີມຂະ ຫຍາຍມູນເຊື້ອສາມັກຄີລະ ຫວ່າງກອງທັບກັບປະຊາຊົນຄື ປາກັບນໍ້າ, ປະຕິບັດວຽກງານ 3 ສ້າງຕາມກຸ່ມບ້ານອ້ອມຂ້າງໃຫ້ ເຮັດເປັນປະຈຳ, ຕິດພັນກັບການ ປັບປຸງກໍ່ສ້າງກົມກອງ,ເພີ່ມພູນ ຜະລິດຜົນ, ຍົກສູງສະຕິເພິ່ງຕົນ ເອງ, ກຸ້ມຕົນເອງ, ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງຕາມ ເງື່ອນໄຂ ແລະ ຄວາມສາມາດ ຂອງກົມກອງ. ໃນໂອກາດລົງຢ້ຽມຢາມພົບ ປະໂອ້ລົມຄັ້ງນີ້ທ່ານຮອງເຈົ້າ ແຂວງສະຫວັນນະເຂດ, ກໍໄດ້ ມອບເຄື່ອງ ແລະ ອຸປະກອນການ ຫຼິ້ນກີລາຈຳນວນໜຶ່ງໃຫ້ກົມ ກອງ ເພື່ອກະກຽມສ້າງຂະບວນ ການກີລາຕ້ອນຮັບວັນສ້າງຕັ້ງ ກອງທັບຄົບຮອບ 70 ປີທີ່ຈະ ມາເຖິງໃນບໍ່ດົນນີ້. ໂດຍ : ຄຳໃສ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ