ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຊາວໜຸ່ມກົມໃຫຍ່ເຕັກນິກກອງທັບ ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຄັ້ງທີ 4 ສະໄໝທີ VII
ເວລາອອກຂ່າວ: 2019-04-08 10:13:14 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 32 | ຄວາມນິຍົມ:



ວັນທີ 28 ມີນາ 2019 ນີ້, ຊາວໜຸ່ມກົມໃຫຍ່ເຕັກນິກກອງ ທັບ ໄດ້ຈັດຕັ້ງພິທີເຊື່ອມຊຶມມະຕິ ກອງປະຊຸມຄົບຄະນະບໍລິຫານ ງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ຄັ້ງທີ 4 ສະໄໝທີ VII ແລະ ປາຖະກະຖາມູນເຊື້ອຄວາມ ເປັນມາຂອງຊາວໜຸ່ມ ເນື່ອງໃນ ໂອກາດວັນສ້າງຕັ້ງຄະນະຊາວ ໜຸ່ມປະຊາຊົນປະຕິວັດລາວ ຄົບ ຮອບ 64 ປີ, ໃຫ້ກຽດເປັນປະທານ ຂອງສະຫາຍພົນຈັດຕະວາ ຄໍາພາ ສີພອນໄຊ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ, ຮອງ ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະກົມຈາກ 6 ກົມ 3 ຫ້ອງ, ຄະນະພັກ-ຄະນະບັນຊາ, ຄະນະຊາວໜຸ່ມພ້ອມດ້ວຍສະມາ ຊິກຊາວໜຸ່ມເຂົ້າຮ່ວມ. ສະຫາຍພົນຈັດຕະວາ ຄຳພາ ສີພອນໄຊ ໄດ້ຍົກໃຫ້ເຫັນການ ດໍາເນີນກອງປະຊຸມສາມັນຄົບຄະ ນະບໍລິຫານງານສູນກາງຊາວ ໜຸ່ມປະຊາຊົນປະຕິວັດລາວ ຄັ້ງທີ 4 ສະໄໝທີ VII ທີ່ໄດ້ຈັດຂຶ້ນລະ ຫວ່າງວັນທີ 19-21 ກັນຍາ 2018 ທີ່ສູນກາງຊາວໜຸ່ມປະຊາ ຊົນປະຕິວັດລາວພາຍໃຕ້ຫົວຂໍ້ “ເພີ່ມທະວີຂະບວນການຮັກ ຊາດ-ພັດທະນາ, ຕັ້ງໜ້າສ້າງ ຂະບວນການ 4 ບຸກຂອງຊາວໜຸ່ມ ແລະ 3 ດີ 4 ຮູ້ ຂອງເຍົາວະຊົນ, ຊຸກຍູ້ກອງປະຊຸມ 3 ຂັ້ນ, ຜັນຂະ ຫຍາຍ 7 ແຜນງານ 40 ໂຄງການ ໃຫ້ບັນລຸເປົ້າໝາຍ” ໄດ້ເລົ່າຫວນຄືນມູນເຊື້ອການເຕີບໃຫຍ່ຂະ ຫຍາຍຕົວຂອງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວໃນໄລຍະ ຜ່ານມາ, ໄດ້ຜ່ານການຕໍ່ສູ້ອັນ ຍຶດເຍື້ອຍາວນານຢ່າງລະອິດລະ ອ້ຽວ ແລະ ຖືກຮຸກຮານຂອງຕ່າງຊາດຢ່າງໂຫດຮ້າຍປ່າເຖື່ອນ ເຊິ່ງ ແຕ່ລະໄລຍະປະຫວັດສາດນັ້ນບັນ ດາບັນພະບູລຸດຊາວໜຸ່ມລາວທີ່ ຮັກຊາດຫຼາຍທ່ານໄດ້ອຸທິດຊີວິດ ເລືອດເນື້ອເຫື່ອແຮງ ແລະ ສະຕິປັນ ຍາ ເພື່ອປົກປັກຮັກສາຜືນແຜ່ນດິນ ອັນແສນຮັກຂອງຕົນ, ໃນຕະຫຼອດ ໄລຍະຜ່ານມາດັ່ງກ່າວຊາວໜຸ່ມ ແຕ່ລະຮຸ້ນ ນັບແຕ່ຮຸ້ນທີ 1 ຫາຮຸ້ນ ທີ 5 ໄດ້ເຮັດສໍາເລັດພາລະກໍາ ປະຫວັດສາດຂອງຕົນ ແລະ ໄດ້ ສ້າງມູນເຊື້ອປະໄວ້ໃຫ້ຊາວໜຸ່ມ ຮຸ້ນປັດຈຸບັນໄດ້ສືບຖອດ, ການ ຈັດຕັ້ງປາຖະກະຖາໃນຄັ້ງນີ້ກໍ ເພື່ອເປັນການປະກອບສ່ວນສ້າງ ຂະບວນການຂໍ່ານັບຮັບຕ້ອນວັນ ສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 64 ປີ ໃຫ້ ເປັນຂະບວນຟົດຟື້ນ ແລະ ທັງເປັນ ການປູກຈິດສຳນຶກໃຫ້ຊາວໜຸ່ມ ລາວເຮົາໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງ ເລິກເຊິ່ງກ່ຽວກັບມູນເຊື້ອຊາວ ໜຸ່ມປະຊາຊົນປະຕິວັດລາວ. ໂອກາດດັ່ງກ່າວກໍໄດ້ຈັດກິດ ຈະກຳຖາມ-ຕອບຄວາມຮູ້ຮອບ ຕົວເນື່ອງໃນໂອກາດວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິ ວັດລາວ ຄົບຮອບ 64 ປີ ແລະ ມອບ ຂອງລາງວັນຕື່ມອີກ. ໂດຍ: ຄໍາສອນ ພົມໄຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ