ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງການເມືອງ ກມທ ອວຍພອນຫ້ອງການກົມໃຫຍ່ການເມືອງກະຊວງ ປກສ
ເວລາອອກຂ່າວ: 2019-04-08 10:07:17 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 32 | ຄວາມນິຍົມ:



ວັນທີ 29 ມີນາ 2019 ນີ້, ຫ້ອງການເມືອງກົມໃຫຍ່ການ ເມືອງກອງທັບ ໄດ້ນຳເອົາກະຕ່າ ຂອງຂວັນ ພ້ອມດ້ວຍວັດຖຸຈຳ ນວນຫນຶ່ງເຂົ້າອວຍພອນຫ້ອງ ການເມືອງກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ໂອກາດວັນສ້າງຕັ້ງກຳລັງປ້ອງ ກັນຄວາມສະຫງົບຄົບຮອບ 58 ປີ ນຳພາຄະນະໂດຍສະຫາຍ ພັນ ເອກ ຄຳຢີນ ແສນຄຳວົງສາ ຮອງ ຫົວຫນ້າຫ້ອງການເມືອງກົມ ໃຫຍ່ການເມືອງກອງທັບ ແລະ ໃຫ້ກຽດຕ້ອນຮັບໂດຍສະຫາຍ ພັນເອກ ນາງ ວິໄລທອງ ມັງໜໍ່ ເມກ ຫົວໜ້າຫ້ອງການເມືອງ ກົມ ໃຫຍ່ການເມືອງ ກະຊວງປ້ອງກັນ ຄວາມສະຫງົບພ້ອມຄະນະ. ໂອກາດນີ້ສະຫາຍພັນເອກ ຄຳ ຢີນ ແສນຄຳວົງສາ ກໍໄດ້ຕາງໜ້າ ໃຫ້ຄະນະນຳຫ້ອງການເມືອງ ກົມ ໃຫຍ່ການເມືອງກອງທັບ ອວຍ ພອນມາຍັງຄະນະນຳຫ້ອງການ ເມືອງກົມໃຫຍ່ການເມືອງ ປກສ. ໃນໂອກາດວັນສ້າງຕັ້ງກຳລັງ ປ້ອງກັນຄວາມສະຫງົບ ຄົບຮອບ 58 ປີນີ້ ຈົ່ງມີສຸຂະພາບແຂງແຮງ ສືບຕໍ່ຮັດແຫນ້ນຄວາມສາມັກຄີ ໃຫ້ແຫນ້ນແຟ້ນ ແລະ ເຮັດສຳເລັດ ຫນ້າທີ່ການເມືອງຂອງຕົນໃນ ການເປັນເສນາທິການດ້ານວຽກ ງານພັກ, ວຽກງານການເມືອງ ໃຫ້ແກ່ຂັ້ນເທິງເປັນຢ່າງດີ ແລະ ຫວັງວ່າ ໂອກາດຫນ້າຍັງຈະສືບຕໍ່ ພົວພັນແລກປ່ຽນບົດຮຽນ ເຊິ່ງ ກັນ ແລະ ກັນ ເພື່ອພ້ອມກັນເຮັດ ສຳເລັດຫນ້າທີ່ວຽກງານຂອງຕົນ ຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ