ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຕັ້ງໃໝ່ເຮັດໄດ້ຊ່ຳນີ້ກໍນັບວ່າດີແລ້ວ
ເວລາອອກຂ່າວ: 2018-11-15 19:41:32 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 109 | ຄວາມນິຍົມ:



ໂຮງຮຽນທະຫານຊາຍ ແດນແມ່ນໜຶ່ງໃນຫົວໜ່ວຍການ ຈັດຕັ້ງຂອງກຳລັງປະກອບອາ ວຸດກອງທັບປະຊາຊົນລາວ (ເວົ້າ ລວມ) ເວົ້າສະເພາະແມ່ນຂອງ ເຫຼົ່າທະຫານຊາຍແດນທີ່ໄດ້ຮັບ ການປະກາດສ້າງຕັ້ງຂຶ້ນຢ່າງ ເປັນທາງການໃນວັນທີ 18 ຕຸລາ ປີ 2017 ໂດຍມີພາລະບົດບາດ- ໜ້າທີ່ຕົ້ນຕໍໃນການອົບຮົມກໍ່ສ້າງ ບຸຄະລາກອນດ້ານວຽກງານ ທະຫານຊາຍແດນ (ລະບົບນາຍ ສິບ-ຊັ້ນຕົ້ນ) ສະໜອງໃຫ້ແກ່ ບັນດາກົມກອງທະຫານຊາຍ ແດນໃນຂອບເຂດທົ່ວປະເທດ ຕາມແນວທາງກໍຄືທິດນຳຂອງ ພັກ-ລັດໃນການເພິ່ງຕົນເອງ, ເປັນເຈົ້າຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງໃຫ້ ເປັນຮູບປະທຳຕົວຈິງ, ເປັນການ ຢັ້ງຢືນໃຫ້ເຫັນຕື່ມເຖິງການເຕີບ ໃຫຍ່ຂະຫຍາຍຕົວຂອງກອງທັບ ປະຊາຊົນລາວໃນໄລຍະໃໝ່ອີກ ບາດກ້າວໜຶ່ງ ພ້ອມທັງເປັນການ ປະກອບສ່ວນເຂົ້າໃນການປັບປຸງ ກໍ່ສ້າງກຳລັງທະຫານຊາຍແດນ ກໍຄືກອງທັບປະຊາຊົນລາວໃຫ້ ນັບມື້ເຂັ້ມແຂງ-ໜັກແໜ້ນກ້າວ ຂຶ້ນຕາມທິດສ້າງກອງທັບປະຕິ ວັດມີແບບແຜນ ແລະ ທັນສະໄໝ ເປັນກ້າວໆ. ພັນເອກ ຄຳພັນ ເຊໃຫຍ່ທຸມ ມະແສງ ຫົວໜ້າການເມືອງໂຮງ ຮຽນດັ່ງກ່າວໄດ້ຊີ້ແຈງໃຫ້ຮູ້ວ່າ: ໃນເງື່ອນໄຂທີ່ເປັນຫົວໜ່ວຍການ ຈັດຕັ້ງໜຶ່ງທີ່ຫາກໍໄດ້ຮັບການ ສ້າງຕັ້ງຂຶ້ນໃໝ່ນີ້, ເຖິງແມ່ນວ່າ ດ້ານພື້ນຖານໂຄງລ່າງຕ່າງໆທີ່ ຈຳເປັນຈະໄດ້ຮັບການກໍ່ສ້າງສຳ ເລັດເປັນສ່ວນໃຫຍ່ໃນບາດກ້າວ ທີ່ໜຶ່ງກໍຕາມ (ອາຄານຫ້ອງເຮັດ ວຽກ, ຫ້ອງຮຽນ, ລະບົບເຮືອນ ນອນ, ເຮືອນຄົວ-ເຮືອນກິນເຂົ້າ ລວມ ແລະ ອື່ນໆ) ແຕ່ພວກເຮົາ ກໍມີຂໍ້ຈຳກັດ ແລະ ຂໍ້ຫຍຸ້ງຍາກ ຢູ່ຫຼາຍປະການ, ຕົ້ນຕໍແມ່ນຖັນ ແຖວພະນັກງານ-ນຳພາບັນຊາ, ພະນັກງານວິຊາສະເພາະຊ່ວຍ ວຽກຂະແໜງການຕ່າງໆ, ຖັນ ແຖວຄູອາຈານ, ຫຼັກສູດຕຳລາ ສຳລັບການຮຽນ-ການສອນ, ເນື້ອທີ່ເພື່ອທຳການຜະລິດ (ປູກ-ລ້ຽງ) ວັດຖຸປະກອນຮັບໃຊ້ ວຽກງານບໍລິຫານ ແລະ ອື່ນໆ ພ້ອມນີ້ບົດຮຽນປະສົບປະການ ກ່ຽວກັບວຽກງານນຳພາ-ບັນ ຊາ, ການຄຸ້ມຄອງທັບ, ສຶກສາ ທັບ ແລະ ລ້ຽງດູທັບ (ກຳລັງ) ກໍບໍ່ມີມາກ່ອນ. ເຖິງແນວໃດກໍຕາມ, ຍ້ອນໄດ້ ຮັບການຊີ້ນຳຢ່າງຕິດແທດຈາກ ຂັ້ນເທິງທີ່ກ່ຽວຂ້ອງ ແລະ ຄະ ນະພັກອົງການປົກຄອງຂັ້ນ ແຂວງ-ເມືອງ ບ່ອນໂຮງຮຽນຕັ້ງ ຢູ່ນັ້ນຈຶ່ງໄດ້ເຮັດໃຫ້ລະບົບການ ຈັດຕັ້ງນຳພາ-ບັນຊາ ແລະ ການ ປະກອບບຸຄະລາກອນເຂົ້າໃສ່ ແຕ່ລະຫົວໜ່ວຍການຈັດຕັ້ງໃນ ໂຮງຮຽນພວກເຮົາໄດ້ດຳເນີນ ໄປຢ່າງຖືກຕ້ອງ-ຄົບຖ້ວນຕາມ ຫຼັກການຈັດຕັ້ງປະກອບທີ່ກະ ຊວງປ້ອງກັນປະເທດໄດ້ຕົກລົງ ອະນຸມັດ, ສາມາດເຄື່ອນໄຫວ ປະຕິບັດພາລະບົດບາດ-ໜ້າທີ່ ຂອງຕົນ ສ້າງໄດ້ໝາກຜົນທີ່ເປັນ ພື້ນຖານຫຼາຍດ້ານ ໃນນີ້ສຳຄັນ ແມ່ນໂຮງຮຽນໄດ້ສຳເລັດການ ອົບຮົມນັກຮົບໃໝ່ລະບົບ 3 ເດືອນ ປະຈຳປີ 2018 ຕາມການມອບ ໝາຍຈາກກົມໃຫຍ່ເສນາທິການ ບັນລຸຄາດໝາຍສູງພໍສົມຄວນ ນອກນີ້ກໍແມ່ນການຄົ້ນຄວ້າ-ປັບ ປຸງຫຼັກສູດການຮຽນ-ການສອນ ດ້ວຍການແປ-ຮຽບຮຽງເອກະ ສານຈາກປະເທດເພື່ອນມິດຍຸດ ທະສາດ (ສສ ຫວຽດນາມ-ສ ປ ຈີນ), ການແຕ່ງບົດສອນໃຫ້ ແທດເໝາະກັບເງື່ອນໄຂ, ສະ ພາບຈຸດພິເສດຂອງກອງທັບ ແລະ ປະເທດເຮົາ ພ້ອມທັງໄດ້ ນຳເອົາໂຄງການຫຼັກສູດການ ຮຽນ-ການສອນສຳສັບກໍ່ສ້າງ ນາຍສິບ ແລະ ລະບົບບຳລຸງຕໍ່ ກົມກອງທະຫານຊາຍແດນ ເພື່ອ ຮັບຮອງ ແລະ ອະນຸມັດນຳໃຊ້ ໃນຂັ້ນຕໍ່ໄປ ເຊິ່ງວຽກນີ້ຖືວ່າ ເປັນຂໍກຸນແຈສຳຄັນກວ່າໝູ່ທີ່ ພວກເຮົາໄດ້ສຸມໃສ່ປະຕິບັດ. ສະຫາຍຫົວໜ້າການເມືອງ ໂຮງຮຽນໄດ້ໃຫ້ຮູ້ຕື່ມວ່າ: ເພື່ອ ເຮັດໃຫ້ລະບົບການຈັດຕັ້ງນຳພາ ບັນຊາແຕ່ລະຂັ້ນມີຄວາມປອດ ໃສ,ເຂັ້ມແຂງ,ໜັກແໜ້ນ ສາມາດ ເຄື່ອນໄຫວປະຕິບັດພາລະບົດ ບາດ-ສິດໜ້າທີ່ຂອງຕົນຖືກທິດ, ມີປະສິດທິຜົນ ພ້ອມກັນເປັນຫຼັກ ແຫຼ່ງແກ່ນສານໃນການປັບປຸງ- ພັດທະນາໂຮງຮຽນໃຫ້ມີຄວາມ ເຂັ້ມແຂງ-ໜັກແໜ້ນທຸກດ້ານ ມີ ທ່າກ້າວຂະຫຍາຍຕົວຢ່າງບໍ່ຢຸດ ຢັ້ງນັ້ນ, ຄະນະພັກ-ຄະນະນຳຂັ້ນ ເທິງທີ່ກ່ຽວຂ້ອງໄດ້ເອົາໃຈໃສ່ ຕິດແທດຊີ້ນຳຄະນະພັກ, ຄະນະ ອຳນວຍການໂຮງຮຽນພວກເຮົາ ສຸມໃສ່ປັບປຸງລະບົບການຈັດຕັ້ງ ຊ່ວຍວຽກຕ່າງໆໃຫ້ຖືກຕ້ອງຄົບ ຖ້ວນຕາມຫຼັກການຈັດຕັ້ງ-ປະ ກອບໂດຍຖືເອົາຄຸນະພາບ ແລະ ປະສິດທິຜົນຂອງວຽກງານເປັນ ສຳຄັນ ເຊິ່ງໄດ້ສຳເລັດການແຕ່ງ ຕັ້ງບົ່ງຕົວ ຄະນະພັກຮາກຖານ ແລະ 6 ໜ່ວຍພັກຂຶ້ນກັບ, ມີ 5 ພະ ແນກ ແລະ 1 ກອງພັນນັກຮຽນ ຂຶ້ນກັບ, ມີລະດັບການສຶກສາ ຈົບຊັ້ນມັດທະຍົມຕອນປາຍ 100%, ມີວຸດທິການສຶກສາດ້ານ ວິຊາສະເພາະຕ່າງໆຂັ້ນປະລິນ ຍາເອກ 1 ສະຫາຍ, ປະລິນຍາ ໂທ 2 ສະຫາຍ, ປະລິນຍາຕີ 46 ສະຫາຍ, ຊັ້ນສູງ 27 ສະຫາຍ, ຊັ້ນກາງ 23 ສະຫາຍ ແລະ ຊັ້ນ ຕົ້ນ 20 ສະຫາຍ, ເຫຼືອນັ້ນແມ່ນ ບຸຄະລາກອນຮັບໃຊ້ທົ່ວໄປ (ບໍ່ ທັນມີວິຊາສະເພາະ), ນອກນີ້ ກໍໄດ້ຈັດຕັ້ງມີຂະແໜງຊາວໜຸ່ມ ແລະ ມີ 5 ໜ່ວຍຂຶ້ນກັບ, ມີຂະ ແໜງສະຫະພັນແມ່ຍິງ ເຊິ່ງມີ 2 ໜ່ວຍຂຶ້ນກັບ ເພື່ອປະຕິບັດພາລະ ບົດບາດຊ່ວຍຄະນະພັກ-ຄະນະ ອຳນວຍການໂຮງຮຽນໃນການ ເຕົ້າໂຮມຄວາມສາມັກຄີ, ສຶກສາ ອົບຮົມການເມືອງນຳພາແນວ ຄິດ ແລະ ນຳພາສະມາຊິກຂອງ ຕົນ ປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ, ເນື້ອໃນຂໍ້ ແຂ່ງຂັນ 3 ດີຂອງແມ່ຍິງ ຕິດພັນ ກັບໜ້າທີ່ວິຊາສະເພາະ ແລະ ຂະ ບວນການວຽກງານລວມຕ່າງໆ ທີ່ປິ່ນອ້ອມໜ້າທີ່ການເມືອງຂອງ ໂຮງຮຽນ. ດ້ານວຽກງານຮັບປະກັນ ການແກ້ໄຂຊີວິດການເປັນຢູ່ນັ້ນ, ນອກຈາກຈະໄດ້ອີງໃສ່ລະບົບ ອັດຕາທີ່ຂັ້ນເທິງສະໜອງໃຫ້ ແລ້ວ, ທາງໂຮງຮຽນຍັງໄດ້ສູ້ ຊົນສ້າງໜອງລ້ຽງປາຂະໜາດ 60x115 ແມັດ ສຳເລັດໜຶ່ງໜອງ ເຊິ່ງໄດ້ປ່ອຍປາ 4 ຊະນິດລ້ຽງໃສ່ ແລ້ວຈຳນວນ 21 ພັນກວ່າໂຕ, ເພື່ອເປັນພື້ນຖານໃນສະເພາະ ໜ້າ ແລະ ຍາວນານ, ນອກນີ້ທາງ ໂຮງຮຽນຍັງໄດ້ປຸກລະດົມຊຸກຍູ້ ແຕ່ລະຫົວໜ່ວຍການຈັດຕັ້ງ ແລະ ບຸກຄົນ (ພາກສ່ວນໂສດ) ສູ້ຊົນ ລ້ຽງໝູ່, ເປັດ-ໄກ່ ເຮັດສວນຄົວ ປູກພືດ-ຜັກຊະນິດຕ່າງໆຕາມ ເງື່ອນໄຂ ແລະ ຄວາມອາດສາ ມາດທ່າແຮງບົ່ມຊ້ອນຕົວຈິງໃຫ້ ບັນລຸໄດ້ຕາມຕົວເລກຄາດໝາຍ ທີ່ຂຶ້ນເທິງກຳນົດໄວ້ ແລະ ໄດ້ຈັດ ຕັ້ງປູກຕົ້ນໄມ້ປະດັບ, ຕົ້ນໄມ້ໃຫ້ ໝາກຫຼາຍຊະນິດຕາມແຄມອາ ຄານສະຖານທີ່ຕ່າງໆ ແລະ ຕາມ ເດີ່ນໂຮງຮຽນເພື່ອຮັກສາສະ ພາບແວດລ້ອມຕາມທິດສ້າງ ຄ້າຍຂຽວໃນຕໍ່ໜ້າ. ສັງຮວມແລ້ວພຽງ 2 ປີເທົ່າ ນັ້ນແຫ່ງການສ້າງຕັ້ງໂຮງຮຽນ ທະຫານຊາຍແດນມານີ້, ເຖິງ ແມ່ນຈະໄດ້ປະເຊີນໜ້າກັບຂໍ້ຫຍຸ້ງ ຍາກ ແລະ ຂໍ້ຈຳກັດຫຼາຍດ້ານ ດັ່ງທີ່ໄດ້ຍົກມາແລ້ວກໍຕາມແຕ່ຄະ ນະພັກ-ຄະນະອຳນວຍການໂຮງ ຮຽນຍາມໃດກໍໄດ້ຍົກສູງຄັນທຸງ ສາມັກຄີເປັນປຶກແຜ່ນເປັນເຈົ້າ ການສຶກສາອົບຮົມການເມືອງນຳ ພາແນວຄິດຕໍ່ແຕ່ລະເປົ້າໝາຍ ພ້ອມກັນສ້າງຄວາມຕັດສິນໃຈ ຜ່ານຜາດ້ວຍຈິດໃຈບຸກທະລຸ ແລະ ມີຄວາມຮັບຜິດຊອບສູງ ເຮັດໃຫ້ແຕ່ລະຂົງເຂດວຽກງານ ໄດ້ຮັບການຈັດຕັ້ງປະຕິບັດລຸລ່ວງ ໄປດ້ວຍດີ ແລະ ມີພື້ນຖານໝໍ່ ແໜງທີ່ດີຫຼາຍດ້ານເພື່ອເສີມຂະ ຫຍາຍໃນຂັ້ນຕໍ່ໆໄປ, ໃນນີ້ສຳຄັນ ກວ່າໝູ່ແມ່ນການກຽມຄວາມ ພ້ອມໃຫ້ແກ່ການອົບຮົມກໍ່ສ້າງ ນາຍສິບເຫຼົ່າຮົບທະຫານຊາຍ ແດນປະຈຳສົກປີ 2018-2019 ຕາມແຜນການທີ່ຂັ້ນເທິງກຳນົດ ໄວ້, ພ້ອມທັງດຳເນີນການອົບຮົມ- ຫັດແອບປັບປຸງລະບຽບແບບ ແຜນ ແລະ ເຝິກຝົນກຳລັງແຮງ ກາຍສຳລັບພະນັກງານ-ນັກຮົບ ທົ່ວອົງການຂອງໂຮງຮຽນໄລຍະ ທີ II ປະຈຳປີ 2018 ແລະ ຈັດ ຕັ້ງຍິງເປົ້າໝາຍຕົວຕິງດ້ວຍລູກ ປືນແທ້ໃຫ້ບັນລຸຄາດໝາຍສູງ. ໂດຍ: ປ. ຊາຕີ,ພາບ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ