ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຫະພັນແມ່ຍິງທະຫານແຂວງສາລະວັນ ສະຫຼຸບຂໍ້ແຂ່ງຂັນ 3 ດີ ປະຈຳປີ 2018
ເວລາອອກຂ່າວ: 2019-04-03 09:04:11 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 39 | ຄວາມນິຍົມ:



ວັນທີ 22 ມີນາ 2019 ນີ້, ສະຫະພັນແມ່ຍິງກອງບັນຊາການທະຫານແຂວງສາລະວັນ ໄດ້ເປີດ ກອງປະຊຸມສະຫຼຸບວຽກງານ ການຈັດຕັ້ງປະຕິບັດຂະບວນການ ຂໍ້ແຂ່ງຂັນ 3 ດີ ປະຈຳປີ 2018 ແລະ ວາງທິດທາງແຜນການຈັດ ຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈໍາ ປີ 2019 ຢູ່ທີ່ສະໂມສອນຂອງ ກອງບັນຊາການທະຫານແຂວງ ຂອງຕົນ ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ພູວັນ ພິມມະຈັນ ຮອງເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາ ການທະຫານແຂວງສາລະວັນ ມີສະຫາຍ ພັນຕີ ແສງເພັດ ຫຼວງ ສຸລິວັນ ຄະນະພັກຮາກຖານ, ຮອງ ຫົວໜ້າຫ້ອງການເມືອງກອງບັນ ຊາການທະຫານແຂວງ, ມີບັນດາ ພະແນກການ, ໜ່ວຍສະຫະພັນແມ່ ຍິງ ແລະ ເອື້ອຍນ້ອງສະມາຊິກ ສະຫະພັນແມ່ຍິງຈາກກົມກອງ, ໂຮງຮຽນ ແລະ ໜ່ວຍຕ່າງໆ ທີ່ຂຶ້ນກັບກອງບັນຊາການທະ ຫານແຂວງ, ແຂກທີ່ຖືກເຊີນເຂົ້າ ຮ່ວມ. ຮ້ອຍເອກ ນາງ ຄໍາສະໝອງ ລືເດດມູນສອນ ຮອງຫົວໜ້າພະ ແນກສະຫະພັນແມ່ຍິງ ຫ້ອງການ ເມືອງກອງບັນຊາການທະຫານ ແຂວງສາລະວັນ ໄດ້ຂຶ້ນຜ່ານ ບົດສະຫຼຸບການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ຜ່ານມາເຫັນວ່າ ເອື້ອຍນ້ອງສະມາຊິກສະຫະພັນ ແມ່ຍິງໄດ້ເປັນເຈົ້າການເຊື່ອມ ຊຶມມະຕິຕ່າງໆຂອງພັກ, ຂອງສະ ຫະພັນແມ່ຍິງ, ເປັນເຈົ້າການເຝິກ ຝົນຫຼໍ່ຫຼອມກໍ່ສ້າງຕົນເອງໃຫ້ກາຍເປັນຜູ້ທີ່ມີຄຸນທາດການ ເມືອງໜັກແໜ້ນ, ມີຄຸນສົມບັດ ສິນທຳປະຕິວັດ, ຮັກສາໄດ້ລັກສະ ນະທີ່ເປັນມູນເຊື້ອອັນດີງາມຂອງ ແມ່ຍິງລາວ, ຕັ້ງໜ້າພັດທະນາ ຕົນເອງທາງດ້ານຄວາມຮູ້ຄວາມ ສາມາດ, ດ້ານວິຊາສະເພາະ, ເປັນຕົ້ນປະຕິບັດຂໍ້ກຳນົດກົດລະ ບຽບຂອງແມ່ຍິງລາວວາງໄດ້ ຢ່າງເຂັ້ມງວດ, ເປັນເຈົ້າການ ເຂົ້າຮ່ວມຂະບວນການລວມຂອງ ກົມກອງ, ເຊິ່ງໄດ້ເຮັດໃຫ້ເອື້ອຍ ນ້ອງແມ່ຍິງກາຍເປັນແມ່ຍິງ 3 ດີ, ໜ່ວຍສະຫະພັນແມ່ຍິງ 3 ດີ, ພົນ ລະເມືອງດີ, ພັດທະນາດີ, ສ້າງຄອບຄົວດີກວມເອົາອັດຕາສ່ວນສູງ, ຜ່ານການຈັດຕັ້ງປະຕິບັດ ເນື້ອໃນຂໍ້ແຂ່ງຂັນ 3 ດີ ສາມາດ ຄັດເລືອກໄດ້ສະມາຊິກສະຫະ ພັນແມ່ຍິງ 3 ດີຄື: ພົນລະເມືອງດີມີ 166 ສະຫາຍ, ພັດທະນາດີ 159 ສະຫາຍ, ສ້າງຄອບຄົວດີ 161 ສະ ຫາຍ, ແບ່ງປະເພດສະມາຊິກສະ ຫະພັນແມ່ຍິງ 3 ດີປະເພດ I ມີ 164 ສະຫາຍ, ສະມາຊິກສະຫະ ພັນແມ່ຍິງ 3 ດີປະເພດ II ມີ 8 ສະຫາຍ, ໜ່ວຍສະຫະພັນແມ່ຍິງ ຕົວແບບ 3 ດີ ມີ 8 ໜ່ວຍ,ໜ່ວຍ 3 ດີ ມີ 3 ໜ່ວຍ,ຈຸສະຫະພັນແມ່ຍິງ 3 ດີ ມີ 1 ຈຸ, ຄອບຄົວຕົວແບບທາງ ດ້ານພັດທະນາ ແລະ ສ້າງເສດຖະ ກິດຄອບຄົວ 16 ຄອບຄົວ , ສ່ວນ ວຽກງານຊອກແຫຼ່ງລາຍຮັບໄດ້ ປຸກລະດົມເອື້ອຍນ້ອງແມ່ຍິງສ້າງ ຄັງຂອງໜ່ວຍຕາມເງື່ອນໄຂ ຄວາມສາມາດ ໃນນັ້ນໜ່ວຍຕົວ ແບບດີເດັ່ນກວ່າໝູ່ແມ່ນສະຫະ ພັນແມ່ຍິງກອງພັນ 17 ສ້າງລາຍ ຮັບເຂົ້າກົມກອງໄດ້40.926.000 ກີບ. ຜ່ານການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ສາມາດເຮັດໃຫ້ ເອື້ອຍນ້ອງແມ່ຍິງໄດ້ຮັບການ ຍ້ອງຍໍປະເພດຕ່າງໆ ໃນນີ້ໄດ້ ຮັບໃບຍ້ອງຍໍເຈົ້າແຂວງ 38 ສະ ຫາຍ, ໃບຍ້ອງຍໍກອງບັນຊາການ 67 ສະຫາຍ ແລະ ໃບຍ້ອງຍໍຫ້ອງ ການເມືອງ 24 ສະຫາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ