ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວພກ ຈັດຕັ້ງກອງປະຊຸມປັບປຸງບັນດາແບບແຜນ ແລະ ລະບຽບການຮຽນຕ່າງໆ
ເວລາອອກຂ່າວ: 2023-06-08 15:54:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 245 | ຄວາມນິຍົມ:



ໃນວັນທີ 7 ມິຖຸນາ 2023 ນີ້ ວິທະຍາຄານພະລາທິການກອງທັບ (ວພກ) ໄດ້ຈັດຕັ້ງເປີດກອງປະຊຸມ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ, ວິຊາການບັນດາແບບແຜນ ແລະ ລະບຽບການຕ່າງໆກ່ຽວກັບການຮຽນ-ການສອນ ຢູ່ວິທະຍາຄານພະລາທິການ ກັບວິທະຍາຄານການແພດກອງທັບ ປະຈໍາສົກຮຽນ 2023-2024, ຂຶ້ນຢູ່ທີ່ຫ້ອງປະຊຸມອຳນວຍການ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການ, ພ້ອມດ້ວຍຄະນະ, ມີຄະນະພັກ-ຄະນະບັນຊາ ແລະ ບັນດາກົມວີຊາສະເພາະທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນຕີ ສົມສະນິດ ໄຊສົມແພງ ຫົວໜ້າພະແນກແຜນການກົມໂຮງຮຽນ ໄດ້ຜ່ານຂໍ້ຕົກລົງ ກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາ, ວິຊາການລົງປັບປຸງບັນດາແບບແຜນ ແລະ ລະບຽບການຕ່າງໆ ກ່ຽວກັບການຮຽນ-ການສອນ ຢູ່ວິທະຍາຄານພະລາທິການ ກັບ ວິທະຍາຄານການແພດກອງທັບ ປະຈໍາສົກຮຽນ 2023-2024, ດັ່ງນັ້ນກະຊວງປ້ອງກັນປະເທດຈື່ງແຕ່ງຕັ້ງຄະນະຊີ້ນໍາເຊິ່ງມີ ສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນປະທານ, ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ຮອງຫົວໜ້າກົມໃຫຍ່ພະລາທິການ ເປັນຮອງ, ສະຫາຍ ພົນຈັດຕະວາ ປອ ບົວເຮືອງ ສົມຟອງບຸດຕາຂັນ ຫົວໜ້າການທະຫານ ວິທະຍາຄານພະລາທິການກອງທັບ ເປັນຄະນະ, ສະຫາຍ ພົນຈັດຕະວາ ສຸລິວົງ ລັດວິໄລ ຫົວໜ້າການເມືອງ ວິທະຍາຄານການແພດ, ສະຫາຍພົນຈັດຕະວາ ເພັດສະຫວ່າງ ຫຼ້າວົງຄໍາ ຫົວໜ້າກົມໂຮງຮຽນ, ສະຫາຍພົນຈັດຕະວາ ປອ ຈັນສະໝອນ ມະຫາວົງ ຫົວໜ້າການທະຫານ ວິທະຍາຄານການແພດ, ພັນເອກ ຄໍາເອ້ຍ ສຸກແສງເໜືອ ຮອງກົມພະນັກງານ, ສະຫາຍ ພັນເອກ ທອງສະໄໝ ສຸກປະເສີດ ຮອງກົມອົບຮົມ, ສະຫາຍພັນເອກ ບຸນກຽງ ວົງສາລາດ ຫົວໜ້າການເມືອງ ວິທະຍາຄານພະລາທິການກອງທັບ, ສະຫາຍພັນເອກ ປອ ສົມພິດ ແກ້ວວັນທອງ ຮອງຫົວໜ້າກົມເສນາພະລາ ເປັນຄະນະ, ນອກນີ້ຍັງໄດ້ແຕ່ງຕັ້ງຄະນະຮັບຜິດຊອບປັບປຸງແບບແຜນ ແລະ ລະບຽບການຕ່າງໆກ່ຽວກັບການຮຽນ-ການສອນລວມມີ 13 ສະຫາຍ, ພ້ອມດຽວກັນນີ້ໃນກອງປະຊຸມ ແຕ່ລະສະຫາຍກໍ່ໄດ້ປຶກສາຫາລຶແລກປ່ຽນຄໍາຄິດ-ຄໍາເຫັນເພື່ອເປັນບ່ອນອີງໃຫ້ແກ່ການປັບປຸງແກ້ໄຂວຽກງານໃນຕໍ່ໜ້າ, ໂດຍເຮັດໃຫ້ນັກຮຽນນັກ-ສຶກສາ ໃຫ້ເຂົາເຈົ້າຮູ້ຈັກການປະຕິບັດໄດ້ຕໍ່ຂໍ້ກໍານົດ 7 ລະບອບ 18 ວຽກໃນມື້ໜື່ງຂອງກອງທັບວາງອອກໃຫ້ເຂັ້ມງວດ. ຕອນທ້າຍສະຫາຍປະທານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ແທນກອງປະຊຸມ ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນທີ່ໄດ້ຮັບການແຕ່ງຕັ້ງຈົ່ງສຶບຕໍ່ປະຕິບັດໜ້າທີ່ ການເມືອງຂອງຕົນໃຫ້ສໍາເລັດຕາມຄາດໝາຍ ບົນພື້ນຖານຍົກສູງຄວາມຮັບຜິດຊອບໃນວຽກງານທີໄດ້ມອບໝາຍໃຫ້ເພື່ອຮັບປະກັນໃຫ້ແກ່ພະນັກງານ, ນັກຮຽນ-ນັກສຶກສາຢູ່ບັນດາວິທະຍາຄານ, ໂຮງຮຽນ ແລະ ບັນດາກົມກອງທີ່ມີໂຮງຮຽນໃຫ້ເຂົາເຈົ້າຮູ້ຈັກຕໍ່ຂໍ້ກຳນົດກົດລະບຽບຂອງກອງທັບວາງອອກ. ບົດໂດຍ: ບຸນປອນ ພັນດາລາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ