ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການເຕີບໃຫຍ່ເຂັ້ມແຂງຂອງກຳລັງປະກອບອາວຸດ ເປັນບາດລ້ຽວຕັດສິນໃນພາລະກິດຕໍ່ສູ້ປົດປ່ອຍຊາດ
ເວລາອອກຂ່າວ: 2023-06-07 14:35:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 170 | ຄວາມນິຍົມ:



ສະຫາຍ ພັນເອກ ໄອສຳລານ ຄຳມາວົງ ຫົວໜ້າການເມືອງ ໂຮງງານແຜນທີ່ກອງທັບ ກົມໃຫຍ່ເສນາທິການກອງທັບ ໄດ້ສະແດງຄວາມຮູ້ສຶກ ແລະ ທັດສະນະຂອງຕົນຕໍ່ວັນສ້າງ ກອງທັບປະຊາຊົນລາວ ຄົບຮອບ 75 ປີ ( 20/1/1949-20/1/2024) ທີ່ຈະມາຮອດໃນອີກບໍ່ດົນນີ້ວ່າ: ກອງທັບປະຊາຊົນລາວ ກຳເນີດເກີດຂຶ້ນໃນທ່າມກາງປະເທດຊາດ ຖືກພວກລ່າເມືອງຂຶ້ນຝຣັ່ງເຂົ້າມາຮຸກຮານ ແລະ ຄອບຄອງປະເທດລາວເຮົາ, ໂດຍພາຍໃຕ້ການນຳພາຂອງພັກ ກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ລຸກຮືຂຶ້ນຕໍ່ສູ້ຕ້ານການຮຸກຮານ ຢ່າງເປັນຂະບວນຟົດຟື້ນໃນຂອບເຂດທົ່ວປະເທດ. ໃນວັນທີ 20 ມັງກອນ 1949 ກອງທັບລາວອິດສະຫຼະ ໄດ້ຮັບການປະກາດສ້າງຕັ້ງຂຶ້ນ(ເຊິ່ງເປັນຕົ້ນກຳເນີດຂອງກອງທັບປະຊາຊົນລາວໃນປັດຈຸບັນ) ຢູ່ເຂດລາວຮຸ່ງ-ພຽງສາ, ເມືອງຊຽງຄໍ້ ແຂວງຫົວພັນ, ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ຊີ້ນຳ-ບັນຊາໂດຍກົງ. ການປະກາດສ້າງຕັ້ງກອງທັບປະຊາຊົນລາວ ແມ່ນເຫດການ ການເມືອງທີ່ມີຄວາມໝາຍສໍາຄັນທີ່ສຸດ, ເຊິ່ງເປັນເຫດການປະຫວັດສາດໜຶ່ງທີ່ສຳຄັນຂອງຊາດ, ເປັນບາດກ້າວແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການປະຕິວັດ, ທັງແມ່ນການເຕີບໃຫຍ່ເຂັ້ມແຂງຂອງກຳລັງປະກອບອາວຸດ ແລະ ເປັນບາດລ້ຽວທີ່ເປັນລັກສະນະຕັດສິນໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນ ກອງທັບ ກໍໄດ້ຜະເຊີນໜ້າກັບສັດຕູໂຕຮ້າຍກາດທີ່ມີກໍາລັງແຮງເໜືອກວ່າ ນັບທັງດ້ານກຳລັງພົນ ແລະ ອາວຸດຍຸດໂທປະກອນທີ່ທັນສະໄໝກວ່າ, ແຕ່ດ້ວຍນໍ້າໃຈຮັກຊາດອັນສູງສົ່ງ, ການສືບທອດມູນເຊື້ອພິລະອາດຫານບໍ່ຍອມຈໍານົນຂອງບັນພະບຸລຸດ ແລະ ຊົນເຊື້ອຊາດລາວ, ກອງທັບເຮົາໄດ້ດໍາເນີນການຕໍ່ສູ້ຢ່າງພິລະອາດຫານ, ເດັດດ່ຽວໜຽວແໜ້ນ ແລະ ຍາດໄດ້ໄຊຊະນະເປັນກ້າວໆມາ, ກ້າວໄປສູ່ການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ. ຜ່ານການເຝິກຝົນຫຼໍ່ຫຼອມ ແລະ ທົດສອບໃນແປວໄຟສົງຄາມຕໍ່ສູ້ເພື່ອຍາດເອົາເອກະລາດແຫ່ງຊາດ, ໃນສະພາບແວດລ້ອມ ແລະ ເງື່ອນໄຂສຸດທີ່ຫຍຸ້ງຍາກລໍາບາກນັ້ນ, ກອງທັບເຮົາໄດ້ສ້າງວິລະກຳ ອັນລໍ້າເລີດຫຼາຍປະການ, ສ້າງປະຫວັດສາດໜ້າໃໝ່ ແລະ ມູນເຊື້ອວີລະຊົນຂອງຊາດລາວວີລະຊົນຢ່າງສະຫງ່າງາມ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ກອງທັບປະຊາຊົນລາວ ໄດ້ສືບຕໍ່ປະຕິບັດສອງໜ້າທີ່ຍຸດທະສາດຂອງພັກ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນກຳລັງຫຼັກແຫຼ່ງໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ເປັນເຈົ້າການປົກປັກຮັກສາໝາກຜົນຂອງການປະຕິວັດ, ເສີມຂະຫຍາຍທາດແທ້ມູນເຊື້ອຂອງກອງທັບ, ສຸມໃສ່ປັບປຸງກໍ່ສ້າງກໍາລັງໃນທຸກດ້ານ, ອົບຮົມ-ຫັດແອບ, ປັບປຸງລະບຽບແບບແຜນ, ເຮັດໃຫ້ກອງທັບນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝເທື່ອລະກ້າວ. ສະຫາຍຍັງເນັ້ນຕື່ມອີກວ່າ: ເພື່ອສືບຕໍ່ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງກອງທັບ, ພະນັກງານຖັນແຖວໃນກອງທັບ ຕ້ອງເພີ່ມທະວີຄວາມຕັ້ງຕໍ່ບໍລິສຸດຕໍ່ປະເທດຊາດ, ຕໍ່ພັກ ແລະ ປະຊາຊົນ, ເພີ່ມທະວີການນໍາພາຂອງພັກຕໍ່ກໍາລັງປະກອບອາວຸດປ້ອງກັນຊາດ, ສ້າງກອງທັບປະຊາຊົນລາວ ໃຫ້ໜັກແໜ້ນທາງດ້ານຄຸນທາດການເມືອງ, ຄຸນທາດປະຕິວັດ ແລະ ມີລະບຽບວິໄນເຂັ້ມງວດ, ເຊີດຊູນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ນໍ້າໃຈປະຢັດມັດທະຍັດ, ສຸມໃສ່ສ້າງພະລາທິການກັບທີ່ ເພື່ອຍົກລະດັບຊີວິດການເປັນຢູ່ຂອງກອງທັບໃຫ້ນັບມື້ດີຂຶ້ນ, ເຊື່ອມຊຶມກຳແໜ້ນ ແລະ ປະຕິບັດແນວທາງການຕ່າງປະເທດຂອງພັກໃຫ້ຖືກຕ້ອງ, ເພີ່ມທະວີການພົວພັນຮ່ວມມືກັບກອງທັບ ບັນດາປະເທດສັງຄົມນິຍົມອ້າຍນ້ອງ ແລະ ເພື່ອນມິດປະເທດໃກ້ຄຽງ ເພື່ອປະກອບສ່ວນເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືສາກົນ. ໂອກາດອັນສະຫງ່າລ່າສີນີ້, ຂ້າພະເຈົ້າຂໍຕາງໜ້າຄະນະພັກ-ຄະນະບັນຊາ ກໍຄືພະນັກງານ-ນັກຮົບທົ່ວໂຮງງານແຜນທີ່ກອງທັບ ຂໍສະແດງຄວາມຮູ້ບຸນຄຸນມາຍັງການນຳກະຊວງປ້ອງກັນປະເທດ ທີ່ຍາມໃດກໍຫ້ຄວາມໃກ້ຊິດຕິດ ແທດກັບໂຮງງານຂອງພວກເຮົາ ຂໍອວຍໃຫ້ການນຳພັກ-ລັດ ພະນັກງານ-ນັກຮົບທົ່ວຖັນແຖວກອງທັບ ຈົ່ງມີສຸຂະພາບເຂັ້ມແຂງ ເຮັດສຳເລັດໃນໜ້າທີ່ອັນມີກຽດຂອງຕົນ, ສືບຕໍ່ຊີ້ນຳ-ນຳພາໃຫ້ກອງທັບປະຊາຊົນລາວ ມີໃບໜ້າອັນໃໝ່ກາຍເປັນກອງທັບທີ່ທັນສະໄໝໃນອະນາຄົດອັນໃກ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ