ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງຫຼວງນໍ້າທາ ປະກາດແຕ່ງຕັ້ງ ຂັ້ນຫ້ອງ ແລະ ພະແນກການຂອງຫ້ອງເສນາທິການ
ເວລາອອກຂ່າວ: 2023-06-07 10:13:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 580 | ຄວາມນິຍົມ:



ໃນວັນທີ 6 ພຶດສະພາ 2023 ນີ້, ກອງບັນຊາການທະຫານແຂວງຫຼວງນໍ້າທາ ໄດ້ຈັດພິທີ ປະກາດແຕ່ງຕັ້ງ ຮອງຫົວໜ້າຫ້ອງ ແລະ ຂັ້ນພະແນກການທີ່ຂຶ້ນກັບຫ້ອງເສນາທິການ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ອີ່ນແກ້ວ ມະນີຈັນ ເລຂາຄະນະປະຈໍາພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງ, ມີສະຫາຍ ພັນເອກ ຫູມພັນ ແກ້ວວັງລາດ ຮອງເລຂາຄະນະພັກ ຫົວໜ້າການເມືອງ, ຄະນະພັກກອງບັນຊາການ, ຄະນະພັກ-ຄະນະບັນຊາ ພະນັກງານຫຼັກແຫຼ່ງ 5 ຫ້ອງ ອອ້ມຂ້າງກອງບັນຊາການເຂົ້າຮ່ວມ. ສະຫາຍ ພັນໂທ ສົມປອງ ເຈື້ອຫຼວງຄໍາມີ ຫົວໜ້າພະແນກພະນັກງານ ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງ ສະບັບເລກທີ 107/ກບຊ-ນທ ລົງວັນທີ 26 ພຶດສະພາ 2023 ໂດຍອີງຕາມກົດໜາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ 2 ໝວດທີ 4 ມາດຕາທີ 26 ວ່າດ້ວຍການແຕ່ງຕັ້ງ ວ່າການຮອງຫົວໜ້າເສນາທິການ ແລະ ວ່າການຫົວໜ້າພະແນກ-ຮອງພະແນກການ, ຮັບຜິດຊອບວຽກງານການເງິນຂອງຫ້ອງເສນາ ເຊິ່ງແຕ່ງຕັ້ງ ສະຫາຍ ພັນໂທ ຈໍາກາ ສາງໂພສີ ວ່າການຮອງຫົວໜ້າເສນາທິການ, ສະຫາຍ ພັນໂທ ຕຸ້ຍ ຄິດທະໄຊ ຮອງຫົວໜ້າຫ້ອງເສນາທິການ ແລະ ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງ ວ່າດ້ວຍການແຕ່ງຕັ້ງວ່າການຂັ້ນພະແນກການ ແລະ ວິຊາສະເພາະການເງິນ ສະບັບເລກທີ 142/ກບຊ-ນທ ລົງວັນທີ 22 ພຶດສະພາ 2023 ເຊິ່ງແຕ່ງຕັ້ງ ສະຫາຍ ພັນໂທ ສົມພອນ ຫຼວງເສນາ ເປັນວ່າການຫົວໜ້າພະແນກສື່ສານ, ສະຫາຍ ພັນຕີ ບຸນທໍາ ຢືນຊຽງໝາຍ ເປັນວ່າການຫົວໜ້າພະແນກຕີພິເສດ, ສະຫາຍ ພັນໂທ ບຸນລ້ຽງ ອ່ຽນບຸນມີ ເປັນວ່າການຫົວໜ້າພະແນກອົບຮົມ, ສະຫາຍ ຮ້ອຍເອກ ວອນໃຈ ສອນຕະອາດ ເປັນວ່າການຮອງພະແນກອົບຮົມ, ສະຫາຍ ພັນຕີ ສີຈັນ ແສງສະຫວັດ ເປັນວ່າການຮອງພະແນກຕີພິເສດ, ສະຫາຍ ພັນຕີ ຄໍາຢີນ ອຸ່ນຫຼ້າ ເປັນວ່າການຮອງພະແນກສື່ສານ ແລະ ສະຫາຍ ຮ້ອຍເອກ ນາງ ອໍາໄພ ໄຊວັນທາ ເປັນການເງີນ ຫ້ອງເສນາທິການທະຫານແຂວງຫຼວງນໍ້າທາ. ທັງນີ້ກໍ່ເພື່ອແນໃສ່ເຮັດໃຫ້ກົງຈັກການຈັດຕັ້ງ ໃນກໍາລັງປະກອບອາວຸດ ເວົ້າລວມເວົ້າສະເພາະ ຢູ່ບັນດາກົມກອງທີ່ຂຶ້ນກັບກອງບັນຊາການທະຫານແຂວງຫຼວງນໍ້າທາ ໃຫ້ມີຄວາມຫນັກແໜ້ນ-ເຂັ້ມແຂງ ແລະ ເຮັດສໍາເລັດໜ້າທີ່ການເມືອງຂອງຕົນ. ໂອກາດນີ້ ສະຫາຍ ຫົວໜ້າກອງບັນຊາການທະຫານແຂວງຫຼວງນໍ້າທາ ໄດ້ໂອ້ລົມ ເຊິ່ງສະຫາຍໄດ້ຊົມເຊີຍຕໍ່ຜົນງານທີ່ບັນດາສະຫາຍໄດ້ຮັບໜ້າທີ່ໃໝ່ ພ້ອມກັນຍາດຜົນງານໄດ້ໃນໄລຍະຜ່ານມາ ແລະ ຮຽກຮ້ອງໃຫ້ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງຍົກສູງພາລະບົດບາດການຊີ້ນຳ-ນຳພາວຽກງານໃຫ້ສູງຂຶ້ນ, ປັບປຸງລະບຽບແບບແຜນວິທີເຮັດວຽກໃຫ້ຖືກຕ້ອງສອດຄ່ອງແທດເໝາະກັບສະພາບຕົວຈິງຂອງກົມກອງ, ເອົາໃຈໃສ່ຢຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ຍົກສຸງຄວາມຮັບຜິດຊອບທາງດ້ານການເມືອງຂອງຕົນ ແລະ ພ້ອມກັນຮັກສາຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ. ໂດຍ: ບຸນມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ