ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຍົກ​ສູງ​ສິລະ​ປະຍຸດ-ຍຸດທະວິທີ​ ໃຫ້​ນັກຮຽນ​ກໍ່ສ້າງ​ນາຍ​ສິບ​ທະຫານ​ຊາຍ​ແດນ
ເວລາອອກຂ່າວ: 2023-06-07 08:58:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 379586458 | ຄວາມນິຍົມ:



ປະຕິບັດ​ຕາມ​ແຜນການ​ອົບຮົມ-ຫັດ​ແອບ​ປະຈຳ​ປີ​ ຂອງ​ໂຮງຮຽນ​ທະຫານ​ຊາຍ​ແດນ 712 ໃນ​ນີ້​, ໄດ້​ສຳເລັດ​ການ​ເຄື່ອນ​ທັບ​ດ້ວຍ​ການ​ຍ່າງ​ສູ່​ສະໜາມ ຂອງ​ນັກຮຽນ​ກໍ່ສ້າງ​ນາຍ​ສິບ ​ຊຸດ​ທີ 5, ໂດຍ​ການ​ຊີ້​ນຳ​ຂອງ​ ສະຫາຍ ພັນ​ໂທ ​ປອ ຈັນ​ພອນ ທອງ​ສອນ ຮອງ​ຫົວໜ້າ​ການ​ທະຫານ, ຫົວໜ້າ​ພະ​ແນກ​ອົບຮົມ ໂຮງຮຽນ​ທະຫານ​ຊາຍ​ແດນ 712 ໃຫ້​ຮູ້​ວ່າ: ເມື່ອ​ໄດ້​ຮັບ​ຄຳ​ສັ່ງ​ແນ​ນຳ​ຂອງ​ກົມ​ທະຫານ​ຊາຍ​ແດນ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ກ່ຽວ​ກັບ​ການ​ອົບຮົມ-ຫັດ​ແອບ​ປັບປຸງ​ກຳລັງ​ແຮງ​ກາຍ​ໃຫ້​ນັກຮຽນ​ກໍ່ສ້າງ​ນາຍ​ສິບ ​ຊຸດ​ທີ 5 ເພື່ອ​ຍົກ​ລະດັບ​ຄວາມ​ຮູ້​ ຄວາມ​ສາມາດ ໃນ​ການ​ນຳ​ໃຊ້​ອາວຸດ​ຍຸດ​ໂທ​ປະກອນ​ທີ່​ປະກອບ ໃຫ້​ມີ​ຄວາມ​ຊຳນິ​ຊຳນານ​ດ້ານ ສິລະ​ປະຍຸດ-ຍຸດທະວິທີ​ຂັ້ນ​ພື້ນຖານ​ຂອງ​ທະຫານ​ຮາບ ແລະ ເຫຼົ່າ ​ຮົບ​ວິຊາ​ສະເພາະ ໄດ້​ຢ່າງ​ຄ່ອງ​ແຄ້ວ ຮູ້ຈັກ​ໝູນ​ໃຊ້​ພູມ​ມີ​ປະເທດ​ຕົວ​ຈິງ​ເຂົ້າ​ໃນ​ການ​ແກ້​ໄຂ​ກໍລະນີ​ຕ່າງໆ​ໃນ​ການ​ເຄື່ອນ​ທັບ​ຫຼົບ​ຫຼີກ​ການ​ໂຈມ​ຕີ​ຂອງ​ສັດຕູ, ດັບ​ສູນ​ເປົາ​ໝາຍ​ໃນ​ການ​ຈັ້ງ​ທ່າ​ບຸກ​ຕີ, ເຕັກນິກ​ວິຊາ​ສະເພາະ​ເຫຼົ່າ​ຮົບ​ທະຫານ​ຊາຍ​ແດນ. ສະຫາຍ ຫົວໜ້າ​ພະ​ແນກ​ອົບຮົມ ຍັງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ເຊິ່ງ​ການ​ເຄື່ອນ​ທັບ​ຄັ້ງ​ນີ້, ມີ​ໄລຍະ​ທາງ​ປະມານ 25 ກິໂລແມັດ, ໃຊ້​ເວລາ​ເຄື່ອນ​ທັບ 3 ວັນ 2 ຄືນ ແລະ ໃນ​ເວລາ​ເຄື່ອນແມ່ນ​ໄດ້​ເຄື່ອນ​ຜ່ານ​ສິ່ງ​ກີດຂວາງ ເປັນຕົ້ນ​ແມ່ນ​ຜ່ານ​ຫ້ວຍຮ່ອງ​ຄອງ​ບຶງ, ຜ່ານ​ທົ່ງ​ນາ ແລະ ປ່າ​ຕຶບ, ເວລາ​ເຄື່ອນ​ທັບ​ແມີ​ຄວາມ​ຫຍຸ້ງ​ຍາກ​ສົມຄວນ ສ່ວນ​ພະນັກງານ​ຄູ-ອາຈານ, ຜູ້​ບັນຊາ ໄດ້​ສ້າງ​ກໍລະນີ​ຕ່າງໆ​ໃຫ້​ນັກຮຽນ​ແກ້​ໄຂ​ຕາມ​ການ​ເຄື່ອນ​ທັບ ແລະ ເຂົ້າ​ຍຶດ​ສະໜາມ​ຫັດ​ແອບ ​ພ້ອມ​ທັງ​ເຝິກ​ຊ້ອມຫັດ​ແອບ​ປະສານ​ສຽງ​ແຕກ ຍິງ​ລູກປືນ​ແທ້​ຢູ່​ພາກ​ສະ​ໝາມ​ຕື່ມ​ອີກ. ຜ່ານ​ການ​ປະຕິບັດ​ຕົວ​ຈິງ​ເຫັນ​ວ່າ​ນັກ ຮຽນ​ແຕ່​ລະ​ສະຫາຍ​ມີ​ຄວາມ​ເຂົ້າໃຈ​ ແລະ ​ກຳ​ແໜ້ນ​ທາງ​ພາກ​ທິດ​ສະ​ດີ​ບົດຮຽນ​ທີ່​ຮຽນ​ມາ, ພຶດຕິ​ກຳ​ຕົວ​ຈິງ, ມີ​ຄວາມ​ອົດທົນ​ຜ່ານ​ຜ່າ​ອຸປະສັກ​ນາປະການ, ເຫັນ​ໄດ້​ເຖິງ​ນໍ້າໃຈຄວາມ​ສາມັກຄີ​ເສຍສະຫຼະ ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ, ມີ​ຄວາມ​ຮັບຜິດຊອບ​ສູງ ແລະ ເອົາໃຈໃສ່​ຕໍ່​ການ​ປະຕິບັດ​ຂໍ້​ກຳນົດ​, ກົດ​ລະບຽບ​ພາກ​ສະ ໜາມ​ໄດ້​ດີ, ຟັງ​ຄຳ​ສັ່ງ​ຂອງ​ຜູ້​ບັນຊາ​ຢ່າງ​ເຂັ້ມ​ງວດ ສາມາດ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ຕົນ​ໃນ​ການ​ເຄື່ອນ​ທັບ ແລະ ຮັບປະກັນ​ຄວາມ​ປອດ​ໄພ​ໄດ້ 100%. ໂດຍ: ກັນຫາ ແສນ​ສຸວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ